ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບ ການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ

13/09/2024 15:42
Email Print 344
ຂປລ ຂປລ. ກອງປະຊຸມແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ 2 ສະບັບ ຄື: ການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແລະ ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ກອງປະຊຸມແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ ທີ່ຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ
2 ສະບັບ ຄື: ການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແລະ ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 13 ກັນຍາ 2024 ຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ມີຄຳເຫັນວ່າ: ສປປ ລາວ ໄດ້ຄົ້ນຄວ້າສ້າງ ແລະ ປະກາດນໍາໃຊ້ນິຕິກໍາ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ເງິນຕາຕ່າງປະເທດຫລາຍສະບັບ ນັບແຕ່ປີ 1990 ປະກອບມີ: ດໍາລັດວ່າດ້ວຍການຄຸ້ມຄອງ ຈາລະຈອນເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າ ແລະ ຍົກເປັນລັດຖະບັນຍັດໃນປີ 2002 ແລະ ຍົກຂຶ້ນເປັນກົດໝາຍໃນ ປີ 2014 ແລະ ໄດ້ມີການປັບປຸງໃນປີ 2022 ເພື່ອໃຫ້ສອດຄ່ອງກັບສະພາບການ ພັດທະນາເສດຖະກິດ ແລະ ການຄຸ້ມຄອງເງິນຕາຕ່າງປະເທດໃນໄລຍະໃໝ່. ອີງໃສ່ສະພາບເງື່ອນໄຂເສດຖະກິດ ແລະ ສັງຄົມ ກໍຄື ປັດໃຈພາຍໃນປະເທດທີ່ຍັງເຫັນວ່າ ປະຊາຊົນ, ທຸລະກິດ, ຜູ້ປະກອບການສ່ວນໜຶ່ງແມ່ນຍັງມີການຊົມໃຊ້ ຫລື ຖືຄອງເງິນຕາຕ່າງປະເທດທີ່ເປັນ ຄວາມຊິນເຄີຍ ແລະ ແກ່ຍາວມາຕັ້ງແຕ່ການເປີດປະເທດແລ້ວນັ້ນ, ລັດຖະບານ ກໍມີຄວາມພະຍາຍາມ ທີ່ຈະກໍານົດອອກມາເປັນກົດໝາຍຄຸ້ມຄອງ ໃຫ້ມີຄວາມຮັດກຸມ ແລະ ຕາມສະພາບຕົວຈິງ ຂອງສັງຄົມທີ່ມີເງິນຕາຕ່າງປະເທດຢູ່ແລ້ວນັ້ນ ເຂົ້າສູ່ລະບຽບກົດໝາຍຫລາຍຂຶ້ນ, ດັັ່ງທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງ ເງິນຕາຕ່າງປະເທດ (ສະບັບປັບປຸງ) ໄດ້ອະນຸຍາດໃຫ້ຜູ້ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດຄອບຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການເປີດບັນຊີ ເງິນຝາກໄວ້ນໍາທະນາຄານທຸລະກິດ ຢູ່ ສປປ ລາວ  ຫລື ຖືຄອງເປັນເງິນສົດຕາມລະບຽບການ. ເຖິງຢ່າງໃດກໍຕາມກ່ອນຈະນໍາໃຊ້ເຂົ້າໃນ ການຮັບຊໍາລະ ແລະ ຊໍາລະຄ່າສິນຄ້າ, ບໍລິການ, ໜີ້ສິນ, ເງິນປັນຜົນ, ເບີກຈ່າຍເງິນເດືອນ ຫລື ຄ່າແຮງງານ ແລະ ປະຕິບັດພັນທະຕໍ່ລັດ ໃນ ສປປ ລາວ ຕ້ອງແລກປ່ຽນເປັນເງິນກີບ ຊຶ່ງການແລກປ່ຽນດັັ່ງກ່າວຕ້ອງ ດໍາເນີນຢູ່ທະນາຄານທຸລະກິດເທົ່ານັ້ນ.




ໃນໄລຍະຜ່ານມາ ທຫລ ຍັງບໍ່ໄດ້ຜັນຂະຫຍາຍເປັນນິຕິກໍາອັນສະເພາະ ເພື່ອຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີ ເງິນຝາກເປັນຕາຕ່າງປະເທດ ຢູ່ ສປປ ລາວ
, ເຮັດໃຫ້ການຄອບຄອງເງິນຕາຕ່າງປະເທດ ທັງໃນຮູບແບບເງິນຝາກ ແລະ ເງິນສົດໃນສັງຄົມລາວ ຍັງມີການປະຕິບັດບໍ່ເປັນເອກະພາບ ແລະ ບໍ່ມີມາດຕະຖານທີ່ຊັດເຈນ. ສະນັ້ນ, ໂດຍອີງຕາມຄວາມຈໍາເປັນທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາສະເໜີ 2 ນິຕິກໍາທີ່ສໍາຄັນຄື: ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ ເງິນຕາຕ່າງປະເທດຢູ່ ສປປ ລາວ ແລະ ຮ່າງຂໍ້ຕົກລົງວ່າດ້ວຍ ບັນຊີເງິນຝາກ ເປັນເງິນຕາຕ່າງປະເທດຢູ່ ສປປ ລາວ ເຊິ່ງ 2 ນິຕິກໍານີ້, ຈະເປັນເຄື່ອງມືຂອງ ທະນາຄານແຫ່ງ ສປປ ລາວ ລວມທັງພາກສ່ວນກ່ຽວຂ້ອງ ເພື່ອນໍາໃຊ້ເຂົ້າໃນການຄຸ້ມຄອງ ການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເປັນ ເງິນຕາຕ່າງປະເທດ ຢູ່ພາຍໃນ ສປປ ລາວ, ສ້າງຄວາມເປັນ ລະບຽບຮຽບຮ້ອຍ ແລະ ຄວາມເປັນເອກະພາບຕໍ່ການຈັດຕັ້ງປະຕິບັດ ຂອງທຸກພາກສ່ວນທີ່ກ່ຽວຂ້ວງ ທັງສູນກາງ ແລະ ທ້ອງຖິ່ນ, ເພື່ອເປັນການຊຸກຍູ້ສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນ ລະຫວ່າງປະເທດ ເຮັດໃຫ້ມີລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານ ຫລາຍຍິ່ງຂຶ້ນ.

ເຖິງຢ່າງໃດກໍຕາມ, ເປົ້າໝາຍສູງສຸດຂອງ ທຫລ ແມ່ນຢາກເຫັນທຸກພາກສ່ວນ ນໍາໃຊ້ເງິນກີບຢ່າງເປັນເອກະພາບ, ນໍາໃຊ້ເງິນຕາຕ່າງປະເທດ ຢ່າງເປັນລະບຽບຮຽບຮ້ອຍ ຖືກຕ້ອງຕາມວັດຖຸປະສົງ ແລະ ເປົ້າໝາຍ, ນໍາໃຊ້ເງິນຕາຕ່າງປະເທດຢ່າງປະຢັດ ແລະ ຮັບປະກັນຖານະເງິນຕາ ຕ່າງປະເທດ ຊໍາລະກັບຕ່າງປະເທດ ໃຫ້ມີຄວາມເຂັ້ມແຂງ.

KPL

ຂ່າວອື່ນໆ

    • ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ບໍລິສັດ ຊີພີ ອໍ ລາວ ຈໍາກັດ ມອບນໍ້າດື່ມຊ່ວຍຜູ້ປະສົບໄພນໍ້າຖ້ວມ

      9/18/2024 5:00:51 PM

      ຂປລ. ບໍລິສັດ ຊີພີ ອໍ ລາວ ຈໍາກັດ ໄດ້ມອບນໍ້າດື່ມໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ປະສົບໄພພິບັດ ໄພນໍ້າຖ້ວມ ມູນຄ່າ 10 ລ້ານກີບ ໃນວັນທີ 18 ກັນຍາ 2024 ທີ່ກະຊວງ ຮສສ, ກ່າວມອບ ໂດຍ ທ່ານ ທາຕີ ຈິຣະບັນຈົງຈິດ ຜູ້ອໍານວຍການບໍລິສັດ ຊີພີ ອໍ ລາວ ຈໍາກັດ ປະຈໍາ ສປປ ລາວ ​ແລະ ຮັບໂດຍ ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີ ກະຊວງ ຮສສ, ປະທານສະພາບໍລິຫານ ກອງທຶນຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

    • ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນວັດທະນະທຳ-ສັງຄົມ

      ສູນວັດທະນະທໍາຈີນ ປະຈໍາລາວ ສະເຫລີມສະຫລອງບຸນໄຫວ້ພະຈັນ

      9/18/2024 3:57:53 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສູນວັດທະນະທໍາຈີນ ປະຈໍາລາວ ແລະ ພະແນກວັດທະນະທໍາ ແລະ ທ່ອງທ່ຽວແຂວງເຫີເປີຍ ໄດ້ຈັດກິດຈະກຳ ສະເຫລີມສະຫລອງບຸນໄຫວພະຈັນ ປະຈຳປີ 2024 “ຮ່ວມກັນຊົມພະຈັນດວງດຽວກັນ” ຄວາມງົດງາມແຂວງເຫີເປີຍ, ພາຍໃນງານ ໄດ້ຮັບຊົມການສະແດງ ສິລະປະວັດທະນະທໍາ ຈາກແຂວງເຫີເປີຍ

    • ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ພະນັກງານຫລັກແຫລ່ງສື່ມວນຊົນລາວ ຍົກລະດັບວຽກຄຸ້ມຄອງສື່ ຢູ່ ສສ ຫວຽດນາມ

      9/18/2024 1:09:25 PM

      ຂປລ. ສະຖາບັນສື່ມວນຊົນ ແລະ ໂຄສະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີ່ມິງ ສສ ຫວຽດນາມ ຈັດຝຶກອົບຮົມບໍາລຸງວຽກງານຄຸ້ມຄອງສື່ ໃຫ້ພະນັກງານຫລັກແຫລ່ງຄຸ້ມຄອງສື່ມວນລາວ ທີ່ມາຈາກກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສໍານັກຂ່າວສານປະເທດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໂທລະພາບແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ, ໜັງສືພິມປະຊາຊົນ, ສູນກາງສະຫະພັນກໍາມະບານລາວ, ກົມໂຄສະນາອົບຮົມ ກະຊວງປ້ອງກັນປະເທດ, ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ບໍລິຄໍາໄຊ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື.

    • ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າວັດທະນະທຳ-ສັງຄົມ

      ລະດົມຄວາມເຫັນ ປັບປຸງເນື້ອໃນປຶ້ມ 49 ຊົນເຜົ່າ ເປັນ 50 ຊົນເຜົ່າ

      9/18/2024 1:02:25 PM

      ຂປລ. ກໍາມາທິການບັນດາເຜົ່າ (ກບຜ) ສະພາ​ແຫ່ງ​ຊາດ ຈັດສຳມະນາລະດົມຄວາມຄິດເຫັນກ່ຽວ ກັບການນຳໃຊ້ປຶ້ມ 49 ຊົນເຜົ່າ ເພື່ອຈັດພິມປຶ້ມ 50 ຊົນເຜົ່າ ໃນວົງຄະນະຍາດແຫ່ງຊາດລາວ ​ໃນວັນທີ 16-17 ກັນຍາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ​ໂດຍມີຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ບັນດາຮອງປະທານກຳມາທິການ ແລະ ຄະນະກຳມະການຂອງ ກບຜ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ​ແລະ ພາກສ່ວນທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

    • ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມວັດທະນະທຳ-ສັງຄົມ

      ຮອງປະທານປະເທດ ລົງຕິດຕາມສະພາບນ້ຳຖ້ວມ

      9/18/2024 12:58:56 PM

      ຂປລ.ໃນວັນທີ 14-15 ກັນຍາ 2024 ຜ່ານ​ມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ລົງຕິດຕາມສະພາບນ້ຳຖ້ວມຢູ່ນະຄອນຫລວງວຽງຈັນ. ​ໃນ​ນັ້ນ, ສະ​ເພາະ​ວັນ​ທີ 14 ກັນຍາ 2024 ໄດ້ຕິດຕາມຢູ່ເຂດ ເມືອງສີສັດຕະນາກ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຄະນະນຳຂອງເມືອງ ເຂົ້າຮ່ວມຕິດຕາມ, ໄດ້ຕິດຕາມເຂດບ້ານວັດຈັນ, ບ້ານທາດຂາວ, ບ້ານທ່າພະລານໄຊ(ທ່າເຮືອຫລັກ4), ບ້ານຈອມແຈ້ງ ແລະ ບ້ານໄຊສະຖານ.

ads
ads

Top