ນັກຮຽນອະນຸບານ-ປະຖົມ ທີ່ໄດ້ຮັບ ຜົນກະທົບຈາກນໍ້່າຖ້ວມ ໄດ້ຮັບເຄື່ອງຊ່ວຍເຫລືອ

18/10/2024 11:45
Email Print 2746
ຂປລ ຂປລ. ເມື່ອບໍ່ດົນມານີ້, ອົງການອຸຍນີເຊບ, ອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ໄດ້ມອບຖົງເປ້ ນັກຮຽນ, ພ້ອມອຸປະກອນການຮຽນ ແລະ ເຄື່ອງໃຊ້ໃນການຮັກສາອະນາໄມພື້ນຖານ ຂອງນັກຮຽນ ໃນບັນດາໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ໄດ້ຮັບຜົນກະທົບຈາກໄພນໍ້່າຖ້ວມ ໂດຍມອບຜ່ານ ກະຊວງສຶກສາທິການ ແລະ ກິລາ

ຂປລ. ເມື່ອບໍ່ດົນມານີ້, ອົງການອຸຍນີເຊບ, ອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ໄດ້ມອບຖົງເປ້ ນັກຮຽນ, ພ້ອມອຸປະກອນການຮຽນ ແລະ ເຄື່ອງໃຊ້ໃນການຮັກສາອະນາໄມພື້ນຖານ ຂອງນັກຮຽນ ໃນບັນດາໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ໄດ້ຮັບຜົນກະທົບຈາກໄພນໍ້່າຖ້ວມ ໂດຍມອບຜ່ານ ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການຮ່ວມມື ເພື່ອສະໜັບສະໜູນ ການຟື້ນຟູການສຶກສາ ໃນເຂດທີ່ໄດ້ ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນ ສປປ ລາວ ແນໃສ່ເພື່ອຊ່ວຍເຫລືອ ນັກຮຽນຊັ້ນອະນຸບານ 1, ອະນຸບານ 2 ແລະ ອະນຸບານ 3  ຈໍານວນ 813 ຄົນ ແລະ ນັກຮຽນຂັ້ນປະຖົມ ປ 1 ແລະ ປ 2 ຈໍານວນ 840 ຄົນ ລວມທັງໝົດ  1.653 ຄົນ ໂດຍມີ ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ, ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ອາເມລິກາປະຈຳ ສປປ ລາວ, ທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າຈາກ ອົງການ ອຸຍນີເຊບ ປະຈໍາ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ຊຸດອຸປະກອນການຮຽນ ແມ່ນອອກແບບມາສະເພາະ ເພື່ອຕອບສະໜອງຕໍ່ຄວາມຕ້ອງການ ຂອງເດັກ ນ້ອຍ ໃນຊັ້ນອະນຸບານສຶກສາ ແລະ ປະຖົມສຶກສາ ໂດຍປະກອບມີເຄື່ອງຮຽນທີ່ຈຳເປັນເຊັ່ນ: ກະເປົາເປ້, ປຶ້ມຂຽນ, ສໍ, ສີທຽນ, ຜະລິດຕະພັນສຸຂະອະນາໄມ ແລະ ອຸປະກອນເຄື່ອງໃຊ້ອື່ນໆ ເຊິ່ງການຊ່ວຍເຫລືອດັ່ງກ່າວ, ເປັນສ່ວນ ໜຶ່ງຂອງຄຳໝັ້ນສັນຍາ ໃນການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ຕໍ່ການສ້າງລະບົບການສຶກສາທີ່ ເຂັ້ມແຂງ ແລະ ຮັບປະກັນວ່າ ພວກເຮົາຈະບໍ່ປ່ອຍເດັກນ້ອຍຄົນໃດ ຄົນໜຶ່ງໄວ້ຢູ່ຂ້າງຫລັງ ໃນເວລາ ເກີດວິກິດ.

ໂອກາດນີ້, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການແລະ ກິລາໄດ້ສະແດງຄວາມຂອບໃຈຕໍ່ອົງການສາກົນທີ່ໄດ້ໃຫ້ການສະໜັບສະໜູນໃນຄັ້ງນີ້ ເຊິ່ງຊຸດອຸປະກອນການຮຽນ ແມ່ນຊັບພະຍາກອນອັນສຳຄັນ ຂອງນັກຮຽນຂອງພວກເຮົາ ເນື່ອງຈາກ ພວກເຂົາກຳລັງຟື້ນຟູຄວາມຫຍຸ້ງຍາກ ທີ່ເກີດຈາກໄພນ້ຳຖ້ວມ. ທ່ານໄດ້ສະແດງຄວາມຂໍຂອບໃຈ ຢ່າງຍິ່ງ ຕໍ່ການສະໜັບສະໜູນຈາກ ອົງການ ອຸຍນີເຊບປະຈໍາລາວ, ລັດຖະບານ ອົດສະຕຣາລີ, ນອກແວ ແລະ ອົງການ USAID ເຊິ່ງສະແດງເຖິງການຮັບປະກັນວ່າ ການສຶກສາຍັງ ເປັນບຸລິມະສິດ ໃນ ເວລາທີ່ຫຍຸ້ງຍາກນີ້.

ໃນວັນທີ 7 ກັນຍາ 2024​ ທີ່ຜ່ານມາ, ພາຍຸໃຕ້ຝຸ່ນຢາກິ ເຊິ່ງເປັນພາຍຸທີ່ຮຸນແຮງທີ່ສຸດໃນພາກພື້ນອາຊີ ໃນຮອບຫລາຍສະຕະວັດ ໄດ້ພັດເຂົ້າພາກເໜືອຂອງ ສປປ ລາວ. ປະຊາຊົນປະມານ 200.000 ຄົນ ລວມ ທັງເດັກນ້ອຍຢ່າງໜ້ອຍ 48.500 ຄົນ ໄດ້ຮັບຜົນກະທົບ ຈາກພາຍຸດັ່ງກ່າວ, ເດັກນ້ອຍຢ່າງໜ້ອຍ 24.000 ຄົນ ຕ້ອງການການການຊ່ວຍເຫລືອ, ຍ້ອນຜົນກະທົບຈາກພາຍຸໃຕ້ຝຸ່ນຢາກິ ເຮັດໃຫ້ເກີດໄພນ້ຳຖ້ວມ, ໂຮງຮຽນປິດການ ຮຽນ-ການສອນປະມານ 77 ແຫ່ງ​ ​ເຮັດໃຫ້ເດັກນ້ອຍຫລາຍພັນຄົນ ບໍ່ໄດ້ຮັບການສຶກສາ, ຂາດການຮຽນແລະ ໄດ້ຮັບຜົນກະທົບດ້ານສະພາບຈິດໃຈ. ດັ່ງນັ້ນ, ຈຶ່ງເປັນຮີບດ່ວນໃນການຈັດສົ່ງ ອຸປະກອນການຮຽນ-ການສອນ ໂດຍສະເພາະເຄື່ອງອຸປະກອນການຮຽນ.

ພ້ອມນີ້, ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອົງການ ອຸຍນີເຊບ ໃນການ ຮັບປະກັນຄວາມຕ້ອງການ ດ້ານການສຶກສາຂອງເດັກນ້ອຍ, ການສຶກສາ ແມ່ນສິດທິພື້ນຖານຂອງເດັກທຸກໆຄົນ ແລະ ທີ່ບໍ່ຄວນປ່ອຍປະລະເລີຍ ເຖິງຈະຢູ່ໃນພາວະ ສຸກເສີນກໍ່ຕາມ. ດ້ວຍການຮ່ວມມືຂອງ ອົດສະຕຣາລີ, ສະຫະ ລັດອາເມລິກາ ແລະ ນອກແວ, ພວກເຮົາຢັ້ງຢືນວ່າ ເດັກນ້ອຍ ໃນ ສປປ ລາວ ມີອຸປະກອນການຮຽນທີ່ພວກເຂົາ ຕ້ອງການ ເພື່ອສືບຕໍ່ການຮ່ຳຮຽນຂອງເຂົາເຈົ້າ ແລະ ມີຄວາມເຂັ້ມແຂງ ເພື່ອຜະເຊີນໜ້າກັບຄວາມຫຍຸ້ງຍາກ.

ການແຈກຢາຍຊຸດອຸປະກອນດັ່ງກ່າວ, ເປັນສ່ວນໜຶ່ງທີ່ສຳຄັນໃນ ການຕອບສະໜອງຢ່າງຕໍ່ເນື່ອງ ເພື່ອຊ່ວຍ ເຫລືອຊຸມຊົນທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມ ໃນ ສປປ ລາວ. ອົງການອຸຍນີເຊບ ປະຈຳລາວ ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ຮ່ວມມືກັນ ຢ່າງໃກ້ຊິດກັບອຳນາດປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມມືສາກົນ ເພື່ອຢັ້ງຢືນວ່າ ເດັກນ້ອຍໄດ້ຮັບການສຶກສາ ທີ່ພວກເຂົາຕ້ອງການ ແລະ ບຸລິມະສິດການຟື້ນຟູດັ່ງກ່າວ ເພື່ອການພັດ ທະນາແບບຍືນຍົງ ແລະ ການສ້າງຄວາມເຂັ້ມແຂງ.

ຂໍ້ມູນ-ພາບ: ອົງການ ອຸຍນີເຊບ ປະຈໍາລາວ
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top