ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ ເປັນຜູ້ນໍາ ໃນການສົ່ງເສີມຄວາມສະເໝີພາບທາງເພດ

14/11/2024 14:13
Email Print 1639
ຂປລ ຂປລ. ອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບຫ້ອງການສຶກສາທິການ ແລະ ກິລາ ເມືອງນາໝໍ້ ຈັດພິທີສະເຫລີມສະຫລອງ ວັນເດັກຍິງສາກົນ (IDG) ຢູ່ທີ່ເມືອງນາໝໍ້ ແຂວງອຸດົມໄຊ ເພື່ອ​ສືບ​ຕໍ່​ສະໜັບສະໜູນ​ໄວ​ໜຸ່ມ ໂດຍເນັ້ນ​​ໃສ່​ການ​ນໍາ​ພາ​ ແລະ​ ​ສະໜັບສະໜູນ​ ກ່ຽວ​ກັບ​ບັນ​ຫາ​ທີ່​ສໍາ​ຄັນ ​ທີ່​ມີ​ຜົນ​ກະ​ທົບຕໍ່​ຊີ​ວິດ​ ຂອງ​ເຂົາ​ເຈົ້າ​ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ເພື່ອເປັນຜູ້ນໍາໃນການສົ່ງເສີມ ຄວາມສະເໝີພາບທາງເພດ.

ຂປລ. ອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບຫ້ອງການສຶກສາທິການ ແລະ ກິລາ ເມືອງນາໝໍ້ ຈັດພິທີສະເຫລີມສະຫລອງ ວັນເດັກຍິງສາກົນ (IDG) ຢູ່ທີ່ເມືອງນາໝໍ້ ແຂວງອຸດົມໄຊ ເພື່ອ​ສືບ​ຕໍ່​ສະໜັບສະໜູນ​ໄວ​ໜຸ່ມ ໂດຍເນັ້ນ​​ໃສ່​ການ​ນໍາ​ພາ​ ແລະ​ ​ສະໜັບສະໜູນ​ ກ່ຽວ​ກັບ​ບັນ​ຫາ​ທີ່​ສໍາ​ຄັນ ​ທີ່​ມີ​ຜົນ​ກະ​ທົບຕໍ່​ຊີ​ວິດ​ ຂອງ​ເຂົາ​ເຈົ້າ​ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມ ເພື່ອເປັນຜູ້ນໍາໃນການສົ່ງເສີມ ຄວາມສະເໝີພາບທາງເພດ.

ໂອກາດນີ້, ສະມາຊິກສະໂມສອນສະໂມສອນນັກຮຽນ ຈາກ ໂຮງຮຽນມັດທະຍົມຕອນຕົ້ນ 4 ແຫ່ງໄດ້ ຮ່ວມກັນສະແດງທັກສະ ແລະ ທັດສະນະຂອງເຂົາເຈົ້າ ກ່ຽວກັບສຸຂະພາບຈະເລີນພັນ ແລະ ສິດທິ (SRHR), ຄວາມສະເໝີພາບ ທາງເພດ ແລະ ສຸຂານາໄມສ່ວນບຸກຄົນ, ລວມທັງການອະນາໄມປະຈໍາເດືອນ ໂດຍຜ່ານການສະ ແດງທີ່ມີຄວາມສ້າງສັນ, ການສະແດງລະຄອນ, ຮ້ອງເພງ, ຟ້ອນ ແລະ ການສະແດງແຟຊັ້ນ. ນອກຈາກນີ້, ນັກຮຽນຍັງໄດ້ ແບ່ງປັນຄວາມເຂົ້າໃຈ ແລະ ປະສົບການຂອງເຂົາເຈົ້າ ກ່ຽວກັບຄວາມເປັນເອກະລາດທາງຮ່າງກາຍ, ມາດຕະ ຖານທາງເພດ, ສິດສຸທິທາງເພດ ແລະ ອະນາຄົດຂອງເຂົາເຈົ້າ. ​ພ້ອມນີ້, ພາຍໃນ​ງານ​ຍັງ​ມີກິດຈະກຳ ຖາມ-ຕອບ ເພື່ອ​ໃຫ້​ໄວ​ໜຸ່ມ​ ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ທີ່ພວກເຂົາ​ກຳລັງຜະ​ເຊີນ​ໜ້າຢູ່.

ທ່ານ ນາງ ແຄໂຣລ໌ ມໍແທນສັນ (Carol Mortensen) ຜູ້ອໍານວຍການ ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ເນັ້ນໜັກເຖິງ ຄວາມຮີບດ່ວນ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ເດັກຍິງ ໃນ ສປປ ລາວ. ງານໃນຄັ້ງນີ້, ເປັນຈະສະແດງໃຫ້ເຫັນເຖິງ ທ່າແຮງອັນທີ່ຍິ່ງໃຫຍ່ຂອງໄວໜຸ່ມ ເວລາທີ່ພວກເຂົາໄດ້ຮັບໂອກາດ ໃນ ການນໍາພາກິດຈະກຳ ເພື່ອສ້າງຄວາມແຕກຕ່າງ; ເດັກ​ຍິງ​ທີ່​ເຂົ້າ​ຮ່ວມ​ໃນກິດຈະກຳໃນ​ມື້​ນີ້, ​ບໍ່​ພຽງ​ແຕ່​ແມ່ນ​ການ​ສ້າງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ​ບັນ​ຫາ​ທີ່​ສຳ​ຄັນ​ເທົ່າ​ນັ້ນ ແຕ່​ຍັງ​ໄດ້​ຊຸກ​ຍູ້​ໃຫ້ເກີດ ການ​ສົນ​ທະ​ນາ​ກ່ຽວ​ກັບ ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ. ພ້ອມນີ້, ພາຍໃນງານ​ຍັງ​ໄດ້​ວາງສະ​ແດງ​ຜົນ​ສຳ​ເລັດ ​ແລະ ຫົວຄິດປະດິດ​ສ້າງ​ ໃນການ​ແກ້​ໄຂບັນຫາ SRHR ​ແລະ ຄວາມ​ສະ​ເໝີ​ພາບ​ທາງ​ເພດ.

ໂດຍໄດ້ຮັບການສະໜັບສະໜູນ ຈາກກະຊວງການຕ່າງປະເທດຍີ່ປຸ່ນ, ອົງການແພລນສາກົນ ປະຈຳປະເທດ ຢູ່ປຸ່ນ ພາຍໃຕ້ການຊີ້ນໍາ ຂອງສະຖານທູດຍີ່ປຸ່ນປະຈໍາລາວ, ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ຈັດຝຶກອົບ ຮົມກ່ຽວກັບ SRHR ຢ່າງກວ້າງຂວາງ ໃຫ້ແກ່ເດັກນ້ອຍນັກຮຽນ, ໄວໜຸ່ມ, ພໍ່ແມ່ ແລະ ຄູອາຈານ. ຄວາມພະຍາ ຍາມເຫລົ່ານີ້, ແນໃສ່ເພື່ອທ້າທາຍມາດຕະຖານ ທາງເພດທີ່ເປັນອັນຕະລາຍ ຕໍ່ສຸຂະພາບ ແລະ ລຶບລ້າງຂໍ້ຫ້າມຕ່າງໆ ກ່ຽວກັບການເປັນປະຈໍາເດືອນ ແລະ ສຸຂານາໄມ.

 ນັບແຕ່ປີ 2023 ເປັນຕົ້ນມາ, ອົງການແພລນສາກົນ ປະຈຳ ສປປ ລາວ ໄດ້ດຳເນີນການປັບປຸງສຸຂານາໄມ ທີ່ສົ່ງເສີມບົດບາດຍິງ-ຊາຍ ຢູ່ ໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນ ໃນແຂວງອຸດົມໄຊ. ໂຄງ​ການ​ນີ້​ໄດ້​ສຸມ​ໃສ່​ການ​ປັບ​ປຸງ​ສຸ​ຂາ​ນາ​ໄມ​ ແລະ​ ສິ່ງອຳນວຍຄວາມສະດວກຕ່າງໆ. ພ້ອມກັນນັ້ນ, ໂຄງການຍັງໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່​ນັກ​ຮຽນ, ພໍ່​ແມ່, ຄູ​ອາ​ຈານ ​ແລະ ​ສະ​ມາ​ຊິກ​ສະ​ໂມ​ສອນ​ນັກຮຽນ ​ມີ​ບົດ​ບາດ​ສຳຄັນ ໃນ​ການ​ເສີມ​ຂະ​ຫຍາຍ​ ຄວາມ​ສະເໝີ​ພາບ​ທາງ​ເພດ ​ແລະ​ ສ້າງການຍອມຮັບໃນການປັບປຸງ ບັນຫາ​ສຸ​ຂະ​ພາບ​ ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ.

ຂໍ້ມູນ-ພາບ: ອົງການແພລນສາກົນ ປະຈຳລາວ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top