ໄຂມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຢ່າງເປັນທາງການ

15/12/2024 15:13
Email Print 755
ຂປລ ຂປລ. ມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 13 ທັນວາ 2024 ຊຶ່ງກົງກັບວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 104 ປີ ທີ່ສະໜາມກິລາຂອງ ແຂວງ ສາລະວັນ



ຂປລ. ມະຫະກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ
VII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ 13 ທັນວາ 2024 ຊຶ່ງກົງກັບວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 104 ປີ ທີ່ສະໜາມກິລາຂອງ ແຂວງ ສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ ທັງເປັນປະທານຈັດງານກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍການນໍາຂັ້ນສູງກາງ ແລະ ທ້ອງຖິ່ນຕະຫລອດຮອດແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ ແຂວງສາລະວັນເຂົ້າຮ່ວມຫລາຍພັນຄົນ.




ທ່ານ ດາວວົງ ພອນແກ້ວ ໄດ່ກ່າວວ່າ: ການຈັດມະຫະກໍາກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ມີກຳນົດຈັດຂຶ້ນທຸກໆ
3 ປີ ຊຶ່ງແຂວງສາລະວັນ ໄດ້ຮັບທຸງເປັນເຈົ້າພາບ ມະຫາກໍາກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ຖັດຈາກແຂວງບໍລິຄໍາໄຊ ໃນປີ 2017, ແຕ່ເນື່ອງຈາກປະເທດເຮົາ ໄດ້ພົບກັບຫລາຍວິກິດ ດ້ານເສດຖະກິດ ທີ່ສົ່ງຜົນກະທົບຕໍ່ ການກໍ່ສ້າງສະໜາມເປີດ-ປິດ, ການປັບປຸງພື້ນຖານໂຄງລ່າງ ສະໜາມແຂ່ງຂັນປະເພດຕ່າງໆ ບວກກັບການແພ່ລະບາດ ຂອງພະຍາດໂຄວິດ-19 ນັບແຕ່ທ້າຍປີ 2019 ເປັນຕົ້ນມາ ຈຶ່ງເຮັດໃຫ້ບໍ່ສາມາດຈັດການແຂ່ງຂັນ ຕາມແຜນການທີ່ກໍານົດໄວ້. ແຕ່ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນ ໃນການສົ່ງເສີມ ແລະ ການພັດທະນາຄວາມສາມາດ ໃນການຫລິ້ນກິລາ ແລະ ພັດທະນາທັກສະຂອງ ນັກຮຽນສາຍສາມັນສຶກສາ ໃຫ້ໄປຕາມຂະບວນ ການແຂ່ງຂັນກິລາຕາມ 5 ຫລັກມູນການສຶກສາແຫ່ງຊາດ ແນໃສ່ສົ່ງເສີມການຮັກສາສຸຂະພາບ ແລະ ຕິດພັນກັບການສະກັດກັ້ນ ບັນຫາຢາເສບຕິດ ໃຫ້ຫ່າງໄກຈາກຊາວໜຸ່ມ-ເຍົາວະຊົນ, ເປັນການສ້າງນັກກິລາຮຸ່ນສືບທອດ ໃຫ້ທີມຊາດໃນອະນາຄົດ. ສະນັ້ນ, ລັດຖະບານຈຶ່ງຕົກລົງເຫັນດີອະນຸມັດໃຫ້ ແຂວງສາລະວັນ ເປັນເຈົ້າພາບຈັດງານແຂ່ງຂັນກິລາໃນຄັ້ງນີ້ ໂດຍມອບໝາຍໃຫ້ ແຂວງ ສາລະວັນ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການໃນການກະກຽມຄວາມພ້ອມຮອບດ້ານ ແລະ ຈັດການແຂ່ງຂັນ ໃຫ້ມີຜົນສຳເລັດ ໃນປີ 2024.




ສຳລັບການແຂ່ງຂັນກິລາໃນຄັ້ງນີ້ ມີນັກກິລາເຂົ້າຮ່ວມແຂ່ງຂັນ
2.500 ກວ່າຄົນ, ຄະນະນຳ 93 ທ່ານ, ກອງເລຂາ ແລະ ເຈົ້າໜ້າທີ່ຕິດຕາມເກືອບ 200 ຄົນ, ຄູຝຶກ 400 ກວ່າຄົນ, ຄະນະສະຫະພັນ 160 ກວ່າຄົນ ແລະ ອື່ນໆ ລວມແລ້ວ ມີຜູ້ເຂົ້າຮ່ວມຈາກຕ່າງແຂວງ ແລະ ສູນກາງ ປະມານ 4.000 ກວ່າຄົນ. ການແຂ່ງຂັນມີ 12 ປະເພດກິລາຄື: ກິລາແລ່ນ-ລານ, ບານເຕະ, ບານບ້ວງ, ບານສົ່ງໃນຮົ່ມ-ຫາດຊາຍ, ກະຕໍ້, ດອກປີກໄກ່, ປິ່ງປ່ອງ, ເປຕັງ, ໝາກແລ້, ໜ້າເກັກ, ເທຄວັນໂດ ແລະ ກິລາໝາກເສິກ ໂດຍຈະມີການຊີງໄຊ 452 ຫລຽນ ໃນນີ້, ມີ 134 ຫລຽນຄໍາ, 134 ຫລຽນເງິນ ແລະ 184 ຫລຽນທອງ.




ໂອກາດດຽວກັນ
, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນບາງຕອນວ່າ: ມະຫະກຳກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ໄດ້ໄຂຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນ ຈັດຕັ້ງຜັນຂະຫຍາຍຜົນສໍາເລັດ ຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະ ເບີກບານມ່ວນຊື່ນສະເຫລິີມ ສະຫລອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ພ້ອມທັງການກະກຽມ ສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ວັນສຳຄັນຕ່າງໆຂອງຊາດ. ຄຽງຄູ່ກັນນີ້, ງານກິລາຄັ້ງນີ້ ຈຸດປະສົງ ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ວິຊາພາລະສຶກສາ ແລະ ກິລາໃນໂຮງຮຽນ ທັງເປັນເງື່ອນໄຂສ້າງຄວາມສົນໃຈ ໃຫ້ນັກຮຽນມັດທະຍົມສຶກສາ ເກີດແນວຄິດສະຫງວນມັກຮັກ ໃນການຫລິ້ນກິລາ ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ເປັນການພັດທະນາ ຊັບພະຍາກອນມະນຸດ ແນໃສ່ເຮັດໃຫ້ຄົນຮຸ່ນໃໝ່ ມີການພັດທະນາ ທາງດ້ານຮ່າງກາຍ ແລະ ສະຕິປັນຍາ, ຝຶກໃຫ້ນັກຮຽນມີສະຕິ ຕໍ່ການຈັດຕັ້ງ, ມີລະບຽບວິໄນ, ມີຄຸນສົມບັດ, ມີຄວາມສາມັກຄີ-ມິີດຕະພາບ ແລະ ມີສຸຂະພາບແຂງແຮງ. ອັນສຳຄັນແມ່ນເປັນການສ້າງໜໍ່ແໜງ ຂອງນັກກິລາລາວ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.




ຂ່າວ-ພາບ: ຢາຕົ້ງ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top