ແຂວງໄຊຍະບູລີ-ແຂວງວຽງຈັນຕັ້ງເປົ້າຍາດໃຫ້ໄດ້ແຂວງລະ 5 ຫລຽນຄໍາ

15/12/2024 15:33
Email Print 767
ຂປລ ຂປລ.ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດນຳພາທັບນັກກິລາ ເຂົ້າຮ່ວມການແຂ່ງຂັນ ກິລາມະຫະກຳນັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນເປັນເຈົ້າພາບ



ຂປລ.ທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດນຳພາທັບນັກກິລາ ເຂົ້າຮ່ວມການແຂ່ງຂັນ ກິລາມະຫະກຳນັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ
7 ທີ່ແຂວງສາລະວັນເປັນເຈົ້າພາບວ່າ: ສໍາລັບ ແຂວງ ໄຊຍະບູລີ ໄດ້ເຂົ້າຮ່ວມແຂ່ງຂັນ 7 ປະເພດກິລາມີນັກກິລາ ແລະ ຄູຝຶກເຂົ້າຮ່ວມກວ່າ 100 ຄົນ ເຊິ່ງການເຂົ້າຮ່ວມການແຂ່ງຂັນຄັ້ງນີ້, ສຳລັບແຂວງໄຊຍະບູລີ ກໍ່ໄດ້ຕັ້ງເປົ້າສູ້ຊົນຍາດຫລຽນຄຳ ຢ່າງໜ້ອຍໃຫ້ໄດ້ 5 ຫລຽນຄໍາຂຶ້ນໄປ, ສໍາລັບກິລາເປົ້າໝາຍຫລຽນຄຳ ຂອງແຂວງ ແມ່ນກິລາແລ່ນ-ລານ, ກິລາດອກປີກໄກ່, ໜ້າເກັກ ແລະ ກິລາບານສົ່ງ. ແນວໃດກໍ່ຕາມກ່ອນຈະມາຮ່ວມແຂ່ງຂັນກິລາຄັ້ງນີ້, ກໍ່ໄດ້ມີການຝຶກແອບນັກກິລາ ແຕ່ລະປະເພດກຽມພ້ອມທຸກດ້ານ ໃນດ້ານເຕັກນິກການແຂ່ງຂັນ, ນ້ຳໃຈກິລາ, ຄຸນສົມບັດ, ຮູ້ເສຍ ຮູ້ຊະນະ ແລະ ໃຫ້ອະໄພເຊິ່ງກັນ ແລະ ກັນ.




ທ່ານ ຈັນສອນ ແກ້ວມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ຜູ້ຊີ້ນຳວຽກງານກິລາ ສິລະປະແຂວງວຽງຈັນ ກໍ່ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ສໍາລັບແຂວງວຽງຈັນ ໄດ້ສົ່ງຂະບວນຄະນະນຳ
, ຄູຝຶກ ນັກກິລາເຂົ້າຮ່ວມງານ ມະຫະກຳກິລານັກຮຽນ ມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ກວ່າ 200 ຄົນ.ໃນນັ້ນ, ໄດ້ສົ່ງຮ່ວມແຂ່ງຂັນ 8 ປະເພດກິລາ ເຊິ່ງຄວາມຫວັງຂອງ ແຂວງວຽງຈັນ ແມ່ນຍາດໃຫ້ໄດ້ 5 ຫລຽນຄໍາ ຫລື ຢູ່ໃນອັນດັບທີ 10 ຂອງຕາຕະລາງ. ສໍາລັບກິລາທີ່ຕັ້ງເປົ້າຫລຽນຄຳຂອງ ແຂວງວຽງຈັນ ແມ່ນກິລາເປຕັງ, ແລ່ນ-ລານ, ໝາກແຫລ້, ເທຄວັນໂດ. ຢ່າງໃດກໍ່ດີກ່ອນຈະເຂົ້າມາຮ່ວມ ການແຂ່ງຂັນໃນຄັ້ງນີ້, ແມ່ນໄດ້ມີການຝຶກຊ້ອມຢ່າງຄັກແນ່ ຢູ່ພາຍໃນແຂວງ ແລະ ຢູ່ໂຮງຮຽນພອນສະຫວັນ ສີເກີດ ນະຄອນຫລວງວຽງຈັນ ເຮັດໃຫ້ນັກກິລາມີຄວາມພ້ອມເຕັມທີ່ໃນການແຂ່ງຂັນຄັ້ງນີ້.

ໂດຍ:ຢ່າຕົ່ງ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top