ປິດມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ ຄັ້ງທີ VIII ທີ່ແຂວງຜົ້ງສາລີ

15/12/2024 15:43
Email Print 747
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ມະຫາກຳກິລາໂຍນໝາກຄອນ 3 ແຈປະເທດ (ລາວ-ຫວຽດ-ຈີນ) ຄັ້ງທີ VIII ໄດ້ປິດລົງຢ່າງສະງ່າງາມ ໃນຕອນຄໍ່າຂອງວັນທີ 13 ທັນວາ 2024 ທີ່ເດີນສວນສາທາລະນະຂອງແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ທ່ານ ຕະວັນເສີນ ປະທານຄະນະກໍາມະການ ປະຊາຊົນເມືອງແຍ້ ແຂວງດຽນບຽນ ສສ ຫວຽດນາມ, ທ່ານ ຫວາງ ລິນ ເຊີນ ຫົວໜ້າຄະນະແນວໂຮມເມືອງຈຽງເຊິນ ສປ ຈີນ



ຂປລ. ແຫລ່ງຂ່າວຈາກ ແຂວງຜົ້ງສາລີ ໃຫ້ຮູ້ວ່າ: ມະຫາກຳກິລາໂຍນໝາກຄອນ
3 ແຈປະເທດ (ລາວ-ຫວຽດ-ຈີນ) ຄັ້ງທີ VIII ໄດ້ປິດລົງຢ່າງສະງ່າງາມ ໃນຕອນຄໍ່າຂອງວັນທີ 13 ທັນວາ 2024 ທີ່ເດີນສວນສາທາລະນະຂອງແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ທ່ານ ຕະວັນເສີນ ປະທານຄະນະກໍາມະການ ປະຊາຊົນເມືອງແຍ້ ແຂວງດຽນບຽນ ສສ ຫວຽດນາມ, ທ່ານ ຫວາງ ລິນ ເຊີນ ຫົວໜ້າຄະນະແນວໂຮມເມືອງຈຽງເຊິນ ສປ ຈີນ ພ້ອມດ້ວຍການນຳແຂວງ, ບັນດາແຂກ ທັງພາຍໃນ ແລະ ຕ່າງປະເທດ, ມວນຊົນແຂວງຜົ້ງສາລີ ເຂົ້າຮ່ວມຢ່າງຫລວງຫລາຍ.




ທ່ານ ຄຳເຫລັກ ໃຈອິສານ ຮອງເຈົ້າແຂວງໆຜົ້ງສາລີ
, ຫົວໜ້າຄະນະຮັບຜິດຊອບຈັດງານ ໄດ້ລາຍງານວ່າ: ມະຫາກໍາກິລາໂຍນໝາກຄອນ 3 ແຈປະເທດ ຄັ້ງທີ VIII ໄດ້ດຳເນີນພີທີເປີດ ແລະ ແຂ່ງຂັນ ຢ່າງເປັນທາງການ ໃນວັນທີ 12 ທັນວາ 2024 ແລະ ສິ້ນສຸດລົງໃນວັນທີ 13 ທັນວາ 2024 ທີ່ແຂວງຜົ້ງສາລີ ເຊິ່ງກົງກັບວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບຮອບ 104 ປີ, ເຊິ່ງພິທີດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດ ເບີກບານມ່ວນຊື່ນ ແລະ ຟົດຟື້ນດ້ວຍໄມຕີຈິດ, ມິດຕະພາບຄວາມສາມັກຄີ 3 ແຈປະເທດ ລາວ-ຫວຽດນາມ-ຈີນ ໂດຍມີການແຂ່ງຂັນ 4 ປະເພດກິລາຄື: ກິລາໝາກຄອນ, ກິລາໜ້າເກັກ, ກິລາໝາກຂ່າງ ພ້ອມທັງມີການສະແດງ ສິລະປະ-ວັນນະຄະດີ ຮ່ວມກັນ ຈາກ 3 ປະເທດມີທັງໝົດ 16 ລາຍການ ແລະ ປະສົບຜົນສໍາເລັດ ຢ່າງຈົບງາມຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ສຳລັບຜົນການແຂ່ງຂັນແມ່ນ ເມືອງຈຽງເຊິນ ສປ ຈີນ ຍາດໄດ້ຫລຽນລາງວັນ ທັງໝົດ 9 ຫລຽນ ໃນນີ້, ຫລຽນຄຳ 6 ຫລຽນ, ຫລຽນເງິນ 1 ຫລຽນ, ຫລຽນທອງແດງ 2 ຫລຽນ; ແຂວງຜົ້ງສາລີ ຍາດໄດ້ຫລຽນລາງວັນ ທັງໝົດ 9 ຫລຽນ ໃນນີ້, ຫລຽນຄຳ 2 ຫລຽນ, ຫລຽນເງິນ 7 ຫລຽນ; ເມືອງແຍ້ ແຂວງດຽນບຽນ ສສ ຫວຽດນາມ ຍາດໄດ້ຫລຽນລາງວັນທັງໝົດ 8 ຫລຽນ ໃນນີ້, ຫລຽນຄຳ 1 ຫລຽນ, ຫລຽນເງິນ 1 ຫລຽນ, ຫລຽນທອງແດງ 6 ຫລຽນ. ການຈັດມະຫາກໍາກິລາໂຍນໝາກຄອນ 3 ແຈປະເທດ ລາວ-ຫວຽດນາມ-ຈີນ ຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງສະງ່າງາມ ກໍຍ້ອນການນຳພັກ-ລັດ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ, ຕໍ່ເນື່ອງ ແຕ່ຕົ້ນຕະຫລອດປາຍ, ປະສານສົມທົບກັບ ບັນດາປະເທດເພື່ອນມິດ ໂດຍສະເພາະ ເມືອງແຍ້ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ, ເມືອງຈຽງເຊີນ ນະຄອນພູເອີ ແຂວງຢຸນນານ ແຫ່ງ ສປ ຈີນ ໄດ້ມີການປຶກສາຫາລືແລກປ່ຽນ ແລະ ອໍານວຍຄວາມສະດວກດ້ານຕ່າງໆ ໃນການກະກຽມງານ ຕະຫລອດຮອດບັນດາບໍລິສັດ, ພໍ່ຄ້າຊາວຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ໃຫ້ການສະໜັບສະໜູນ ທາງດ້ານວັດຖຸຈິດໃຈ ແກ່ການຈັດງານຄັ້ງນີ້ ໄດ້ດຳເນີນບັນລຸຜົນສໍາເລັດດ້ວຍດີ.


ໂອກາດນີ້, ທ່ານ ຄໍາຜອຍ ວັນນະສານ ກ່າວວ່າ: ການນໍາແຂວງຜົ້ງສາລີ ຕີລາສູງຕໍ່ຜົນສໍາເລັດ ຂອງການຈັດງານຄັ້ງນີ້ ເຊິ່ງມີຄວາມໝາຍເລິກເຊິ່ງ ຕໍ່ການພົວພັນຮ່ວມມືຂອງ 3 ປະເທດ (ລາວ-ຫວຽດ-ຈີນ) ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ແຂວງຜົ້ງສາລີ, ແຂວງດຽນບຽນ ແລະ ນະຄອນພູເອີ ແລະ ເມືອງຍອດອູ, ເມືອງແຍ້ ແລະ ເມືອງຈຽງເຊີນ ໃຫ້ເຂົ້າສູ່ລວງເລິກຕື່ມອີກ ແລະ ເພີ່ມພູນຄູນສ້າງ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີ ລະຫວ່າງ ປະຊາຊົນທີ່ດໍາລົງຊີວິດຢູ່ 3 ແຈປະເທດ (ລາວ-ຫວຽດ-ຈີນ) ໃຫ້ນັບມື້ນັບກວ້າງ ເປັນຕົ້ນ ການເສີມຂະຫຍາຍ ດ້ານວັດທະນະທໍາອັນດີງາມຂອງບັນດາເຜົ່າ, ການສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ໃຫ້ເພີ່ມຂຶ້ນຢ່າງບໍ່ຍຸດຢັ້ງ ລາວ-ຫວຽດ-ຈີນ ເປັນປະເທດທີ່ມີເສັ້ນຊາຍແດນ, ສາຍພູ, ແມ່ນໍ້າລຳເຊ ທີ່ຕິດຈອດກັນ ແລະ ເປັນບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ ແລະ ມີວັດທະນະທຳຮີດຄອງປະເພນີ, ພາສາປາກເວົ້າ, ການນຸ່ງຖື, ວິຖີການດໍາລົງຊີວິດທີ່ຄ້າຍຄືກັນ ແລະ ໄດ້ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດມາ, ທັງໝົດນັ້ນ ໄດ້ກາຍ ເປັນຂີດໝາຍທີ່ສໍາຄັນລຶບບໍ່ໄດ້, ເປັນໄມຕີຈິດມິດຕະພາບ ແລະ ມໍລະດົກອັນລໍ້າຄ່າ ຂອງພວກເຮົາຕະຫລອດໄປ.


ໃນພິທີຄັ້ງນີ້, ຍັງໄດ້ມອບທຸງເຈົ້າພາບຄັ້ງຕໍ່ໄປໃຫ້ກັບ ເມືອງແຍ້, ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບຄັ້ງທີ IX ໂດຍການຂຶ້ນມອບຂອງ ທ່ານ ຄຳເຫລັກ ໃຈອິສານ ແລະ ຂຶ້ນຮັບໂດຍທ່ານ ຕະວັນ ເສີນ.


ຂ່າວ-ພາບ: ແສງຄຳ ສາລີວັນ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top