ການສອນຫ້ອງຄວບ ສະແດງໃຫ້ເຫັນວິທີການສອນທີ່ດີຂອງຄູ

16/12/2024 14:59
Email Print 1132
ຂປລ ຂປລ. ຫລາຍກວ່າໜຶ່ງສ່ວນສາມຂອງຄູ ໃນ ສປປ ລາວ ສອນຫ້ອງຄວບ ທີ່ມີນັກຮຽນສອງຂັ້ນຮຽນຂຶ້ນໄປ ຮຽນຮ່ວມກັນໃນຫ້ອງຮຽນດຽວ ຊຶ່ງອາດເປັນສິ່ງທ້າທາຍ ແລະ ຮຽກຮ້ອງ ໃຫ້ຄູປັບບົດຮຽນ ຂອງເຂົາເຈົ້າ ພ້ອມທັງຕ້ອງແບ່ງ ຄວາມເອົາໃຈໃສ ຕໍ່ທຸກຂັ້ນຮຽນໃນຫ້ອງຮຽນໃຫ້ທົ່ວເຖິງ.





ຂປລ. ຫລາຍກວ່າໜຶ່ງສ່ວນສາມຂອງຄູ ໃນ ສປປ ລາວ ສອນຫ້ອງຄວບ ທີ່ມີນັກຮຽນສອງຂັ້ນຮຽນຂຶ້ນໄປ ຮຽນຮ່ວມກັນໃນຫ້ອງຮຽນດຽວ ຊຶ່ງອາດເປັນສິ່ງທ້າທາຍ ແລະ ຮຽກຮ້ອງ ໃຫ້ຄູປັບບົດຮຽນ ຂອງເຂົາເຈົ້າ ພ້ອມທັງຕ້ອງແບ່ງ ຄວາມເອົາໃຈໃສ ຕໍ່ທຸກຂັ້ນຮຽນໃນຫ້ອງຮຽນໃຫ້ທົ່ວເຖິງ. ໃນຂະນະທີ່ຕ້ອງຮັບປະກັນ ໃຫ້ນັກຮຽນທຸກຄົນ ມີສ່ວນຮ່ວມໃນ ຂະບວນການຮຽນຮູ້ ແລະ ສາມາດບັນລຸຜົນການຮຽນຕາມເປົ້າໝາຍ ພ້ອມນີ້, ຫ້ອງຄວບຍັງສາມາດເປັນສະພາບແວດລ້ອມ ທີ່ເຕັມໄປດ້ວຍຄວາມຮູ້ ແລະ ສົ່ງເສີມການຮຽນຮູ້ ເນື່ອງຈາກມີ ນັກຮຽນທີ່ມີອາຍຸ ແລະ ຂັ້ນຮຽນຕ່າງກັນ ທີ່ຈະສາມາດແບ່ງປັນປະສົບການ ການຮຽນຮູ້ ໂດຍອີງໃສ່ຄວາມຮູ້ ແລະ ປະສົບການຂອງເດັກແຕ່ລະຄົນ.






ທີມງານໂທລະພາບ, ວິທະຍຸ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ຮ່ວມກັບ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາ (ສວສ) ໂດຍໄດ້ຮັບການ ສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ໂດຍຜ່ານແຜນງານບີຄວາ ສ້າງສາລະຄະດີ ຄູຕົວແບບ ຕອນໃໝ່ ໄດ້ເດີນທາງໄປບ້ານແຫ່ງໜຶ່ງທີ່ຢູ່ເຂດຫ່າງໄກ ໃນເມືອງສິງ ແຂວງຫລວງນ້ຳທາ ເມື່ອບໍ່ດົນມານີ້, ເພື່ອພົບຄູສອນຫ້ອງຄວບ ຜູ້ທີ່ອຸທິດຕົນ ເພື່ອການສອນ ແລະ ມີຄວາມຮູ້ຄວາມສາມາດ ໂດຍສະເພາະ ທ່ານ ນາງ ສີວອນ ເຊຍຊົວລີ ທີ່ເປັນຄູສອນຫ້ອງຮຽນຫລາຍຂັ້ນຮຽນ ແລະ ມີນັກຮຽນເວົ້າຫລາຍພາສາເຜົ່າ, ຊຶ່ງໃນສາລະຄະດີຕອນນີ້, ຄູໄດ້ອະທິບາຍ ເຖິງຄວາມ ກະຕືລືລົ້ນ ໃນການສອນ ແລະ ຍຸດທະສາດຂອງລາວ ເພື່ອຮັບປະກັນໃຫ້ນັກຮຽນ ສາມາດມີສ່ວນຮ່ວມໄດ້ຢ່າງເຕັມສ່ວນ ໃນທຸກກິດຈະກຳການຮຽນ.





ທ່ານ ອານຸລົມ ວິໄລພອນ ຜູ້ອຳນວຍການ ສວສ ໄດ້ກ່າວວ່າ: ຂ້າພະເຈົ້າປະທັບໃຈຫລາຍ ເມື່ອເຫັນການສອນຂອງຄູ ສີວອນ ເຊຍຊົວລີ, ຊຶ່ງເລື່່ອງລາວຂອງລາວ ໄດ້ເປັນແຮງບັນດານໃຈ ແລະ ສະແດງໃຫ້ເຫັນເຖິງວິທີ ທີ່ຄູມີຄວາມຕັ້ງໃຈ ເພື່ອສາມາດສ້າງຄວາມແຕກຕ່າງ ໃນການຮຽນຮູ້ຂອງນັກຮຽນ ຜູ້ໜຸ່ມນ້ອຍໄດ້ຢ່າງແທ້ຈິງ. ການສອນຫ້ອງຄວບ ແມ່ນມີຕົວຈິງ ໃນຫລາຍໆ ໂຮງຮຽນໃນລາວ. ສິ່ງສຳຄັນຫລາຍທີ່ສຸດ ຄູສອນຄວນຮູ້ວິທີການກະກຽມ ແລະ ຈັດການຮຽນການສອນ ທີ່ມີຫລາຍກວ່າໜຶ່ງຂັ້ນຮຽນ ເພື່ອໃຫ້ນັກຮຽນມີສ່ວນຮ່ວມ ແລະ ຮຽນຢູ່ສະເໝີ.

ຄູ ສີວອນ ​​ເປັນ​ຄູ​ສອນ​ມາ​ໄດ້ ​​ສິບ​ແປດ​ປີ ​ແລະ ​ເປັນ​ຄູ​ສອນຫ້ອງຄວບ ມາໄດ້ເຄິ່ງໜຶ່ງຂອງປີການສອນຂອງລາວ. ໃນສາລະຄະດີຕອນນີ້ ລາວໄດ້ບອກເລົ່າປະສົບການ ແລະ ໃຫ້ຄໍາແນະນໍາ ສໍາລັບ ການສອນຫ້ອງຄວບ, ຊຶ່ງຄູສີວອນ ໄດ້ກ່າວວ່າ: ຂ້າພະເຈົ້າໄດ້ກະກຽມກິດຈະກໍາເລີ່ມຕົ້ນ ແລະ ກິດຈະກຳລໍຖ້າສະເພາະ ເພື່ອບໍ່ໃຫ້ນັກຮຽນ ຈາກຂັ້ນຮຽນໜຶ່ງ ລໍຖ້າ ແລະ ເບື່ອໜ່າຍ ຫລື ລົບກວນ ໃນຂະນະທີ່ຂ້າພະເຈົ້າກຳລັງສອນອີກຂັ້ນຮຽນໜຶ່ງ. ເພື່ອບັນລຸ ຈຸດປະສົງດັ່ງກ່າວ, ຂ້າພະເຈົ້າໄດ້ອ່ານປຶ້ມຄູ່ມືຄູຢ່າງລະອຽດ ສໍາລັບທັງສອງຂັ້ນຮຽນ ແລະ ດັດແປງກິດຈະກໍາ ໃຫ້ເໝາະສົມກັບກຸ່ມຫ້ອງຮຽນຂອງຂ້າພະເຈົ້າ.





ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ ​ເລ​ຂາ​ເອກ
, ສະ​ຖານ​ທູດ​ອົດ​ສະ​ຕຣາ​ລີປະຈຳ ສປປ ລາວ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນ ກະຊວງສຶກສາ ທິການ ແລະ ກິລາ ໃນການສ້າງສາລະຄະດີ ຄູຕົວແບບ ເພື່ອບອກເລົ່າເລື່ອງລາວຂອງຄູ ທີ່ມີຄວາມກະຕືລືລົ້ນ ແລະ ອຸທິດຕົນເພື່ອວຽກງານ. ຈຸດປະສົງຂອງວິດີໂອເຫລົ່ານີ້ ເພື່ອສົ່ງເສີມ ແລະ ບອກຕໍ່ການປະຕິບັດທີ່ດີທີ່ສຸດ ແລະ ເນັ້ນໃຫ້ເຫັນວິທີການສ້າງສັນແບບໃໝ່ ເພື່ອແກ້ໄຂສິ່ງທ້າທາຍໃນການຮຽນການສອນ ແລະ ​ຫວັງ​ວ່າ​ແຕ່ລະຕອນ ຂອງສາລະຄະດີ ​ຈະເປັນແຮງ ບັນດານໃຈໃຫ້​ຄູ ​​ທົດ​ລອງ​ການ​ປະ​ຕິ​ບັດ​ທີ່ດີດ້ວຍ​ຕົນ​ເອງ, ຊຶ່ງມັນຈະສ້າງຄວາມແຕກຕ່າງ ອັນຍິ່ງໃຫຍ່ ແກ່ນັກຮຽນຂອງເຂົາເຈົ້າ ທີ່ເປັນອະນາຄົດຂອງຊາດ.

ເລື່ອງລາວຂອງຄູ ສີວອນ ສາມາດຕິດຕາມໄດ້ທາງຊ່ອງໂທລະພາບການສຶກສາ ແລະ ກິລາ, ທາງໂທລະພາບລາວສະຕາຣ໌ ຊ່ອງ 8, ຄັງປັນຍາລາວ ແລະ ທາງຊ່ອງຢູທູບ ວິດີໂອສຳລັບການພັດທະນາຄູ Teachers Development Videos. ກົດຮັບຊົມໄດ້ທີ່ລີ້ງນີ້: https://youtu.be/pfgIeUOzjzA?si=jiZsS4znHV5z2JyE

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top