ນະຄອນຫລວງວຽງຈັນ ຍາດໄດ້ 7 ຫລຽນຈາກການແຂ່ງຂັນ 5 ລາຍການ

18/12/2024 10:54
Email Print 652
ຂປລ ໃນວັນທີ 15 ທັນວາ 2024 ຜ່ານມານີ້, ທີ່ສະໜາມກິລາ ແຂວງສາລະວັນ ໄດ້ມີການແຂ່ງຂັນຊີງຫລຽນ 5 ລາຍການ.

    *ໃນວັນທີ 15 ທັນວາ 2024 ຜ່ານມານີ້, ທີ່ສະໜາມກິລາ ແຂວງສາລະວັນ ໄດ້ມີການແຂ່ງຂັນຊີງຫລຽນ 5 ລາຍການຄື: ແລ່ນ-ລານ 5.000 ແມັດຊາຍ, 3.000 ແມັດຍິງ, ຊັດຫລາວ, ເຕັ້ນສູງ ແລະ ທີມປະສົມ 4x100 ເຊິ່ງມີນັກກິລາເຂົ້າຮ່ວມຈາກ 18 ແຂວງທົ່ວປະເທດໃນການແຂ່ງຂັນ.

   ຜ່ານການແຂ່ງຂັນຜົນປະກົດວ່າ ນະຄອນຫລວງວຽງຈັນ ສາມາດຍາດມາໄດ້ 3 ຫລຽນຄຳ, 3 ຫລຽນເງິນ ແລະ 1 ຫລຽນທອງ. ໃນນີ້,3 ຫລຽນຄຳ ໄດ້ຈາກປະເພດກິລາເຕັ້ນສູງ  ທ້າວ ກັນຍາ ຈັນທະວົງ ເຕັ້ນໄດ້ 1,65 ແມັດ, ຊັດຫລາວຈາກ ທ. ຊາດກາ ອິນທະ ວົງ ຊັດໄດ້ 41,66 ແມັດ ແລະ ແລ່ນປະສົມຍິງ-ຊາຍ  4x100 ຈາກ ນ. ໃບຕ້ອງ ຫານຊະນະ, ນ.ອັກສອນ ກຳແກ້ວ, ທ. ອານຸສິດ ແກ້ວວິໄລ, ທ. ອາທິດ ແກ້ວສີຫລວງລາດ. ສ່ວນຫລຽນເງິນໄດ້ມາຈາກ ນ. ປານເດືອນ ໄຊຍະວົງ ແລ່ນ 3000 ແມັດ, ນ. ແພໄມຄຳ ຊຳວັນ ຊັດຫລາວຍິງ ແລະ ເຕັ້ນສູງຍິງ ຈາກ ນ. ຕິງ ພອນໃຈຊໍາ. ຂະນະທີ່ 1 ຫລຽນທອງ ໄດ້ມາຈາກ ນ. ພຸດທະສອນ ສີສະຫວ່າງອ່ອນ ກິລາເຕັ້ນສູງເຊັ່ນດຽວກັນ. ຢ່າງໃດກໍ່ຕາມມາຮອດວັນທີ 15 ທັນວາ 2024 ຄະນະນັກກິລານັກຮຽນມັດທະຍົມສຶກສາ ຈາກນະຄອນຫລວງວຽງຈັນ ຍາດໄດ້ 4 ຫລຽນຄຳ, 4 ຫລຽນເງິນ ແລະ 2 ຫລຽນທອງ.

    ສຳລັບການແຂ່ງຂັນກະຕໍ້ປະເພດທີມຄູ່ຊຸດຊາຍ ຮອບຊີງຫລຽນຄຳ ໃນວັນທີ 15 ທັນວາ 2024 ເຊິ່ງພົບກັນລະຫວ່າງ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນຜົນປະກົດວ່າ ແຂວງຄຳມ່ວນຫລິ້ນໄດ້ດີກວ່າ ສາມາດເອົາຊະນະໄປໄດ້ 2-1 ເຊັດ ຍາດຫລຽນຄຳໄປຄອງໄດ້ສຳເລັດ. ຂະນະທີ່ແຂວງສະຫວັນນະເຂດ ໄດ້ຫລຽນເງິນ. ສ່ວນຫລຽນທອງຮ່ວມໄດ້ແກ່ແຂວງສາລະວັນ ເຈົ້າພາບ ແລະ ແຂວງຈຳປາສັກ.

     ສຳລັບການແຂ່ງຂັນກະຕໍ້ທີມຍິງ 4 ຄົນ ກໍ່ມີຂຶ້ນໃນວັນດຽວກັນ ໂດຍການພົບກັນລະຫວ່າງ ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນຜົນປະກົດວ່າ ແຂວງບໍລິຄຳໄຊ ຫລິ້ນໄດ້ດີກວ່າ ເອົາຊະນະໄປໄດ້ແບບສະບາຍ 2-0 ເຊັດ ຍາດຫລຽນຄຳໄປຄອງ ແລະ ຫລຽນເງິນຕົກເປັນຂອງດແຂວງສະຫວັນນະເຂດ. ສ່ວນຫລຽນທອງຮ່ວມໄດ້ແກ່ນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ.

ພາບ-ຂ່າວ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top