ນະຄອນຫລວງວຽງຈັນຍາດໄດ້ 6 ຫລຽນຄຳການແຂ່ງຂັນກິລາແລ່ນ-ລານ

18/12/2024 12:00
Email Print 937
ຂປລ ການແຂ່ງຂັນກິລາແລ່ນ-ລານ ໃນມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແຂ່ງຂັນມາໃນລະຫວ່າງວັນທີ 15-16 ທັນວາຜ່ານມາ ແລະ ມີການຊີງຫລຽນຄຳແລ້ວ 17 ຫລຽນ.

     *ການແຂ່ງຂັນກິລາແລ່ນ-ລານ ໃນມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແຂ່ງຂັນມາໃນລະຫວ່າງວັນທີ 15-16 ທັນວາຜ່ານມາ ແລະ ມີການຊີງຫລຽນຄຳແລ້ວ 17 ຫລຽນ. ຂະນະທີ່ນະຄອນຫລວງວຽງຈັນ ຍາດໄດ້ 6 ຫລຽນຄໍາ, ແຂວງຫລວງນ້ຳທາ, ສະຫວັນນະເຂດ ແລະ ແຂວງວຽງຈັນ ຍາດໄດ້ແຂວງລະ 2 ຫລຽນຄຳ. ສຳລັບແຂວງຈຳປາສັກ, ຄຳມ່ວນ, ຫົວພັນ, ອຸດົມໄຊ ແລະ ແຂວງໄຊຍະບູລີ ຍາດໄດ້ແຂວງລະ 1 ຫລຽນຄໍາ.

    ສຳລັບນັກກິລາເຈົ້າພາບແຂວງສາລະວັນ ຍາດໄດ້ພຽງຫລຽນເງິນ ແລະ ຫລຽນທອງ ເຊິ່ງເປັນຫລຽນເງິນທຳອິດໃຫ້ກັບແຂວງສາລະວັນ ໂດຍໄດ້ຈາກ ທ.ແບ໋ງ ເທບສີທາ ໃນລາຍການຊັດຫລາວຊາຍ ແລະ ໄດ້ອີກ 2 ຫລຽນເງິນ ຈາກ ທ້າວ ໃໝ່ ນາມນະຄອນ ໃນລາຍການແລ່ນ 800 ແມັດຊາຍ ແລະ ນາງ ບຸດສະບາ ໄຊຍະແສງ ລາຍການຍ່າງ 3.000 ແມັດຍິງ. ສ່ວນຫລຽນທອງ ໄດ້ຈາກ ນາງ ອິນທະຫວາ ກຽດຕິວົງສາ ແລ່ນ 800 ແມັດຍິງ ແລະ ທ້າວ ແຊັກ ວໍນາວິນ ລາຍການແລ່ນ 200 ແມັດ ເຊິ່ງໃນປະເພດກິລາແລ່ນ-ລານ ຂອງທັບນັກກິລາແຂວງສາລະວັນ ຍັງສືບຕໍ່ລຸ້ນ ແລະ ຕັ້ງເປົ້າຍາດຫລຽນຄຳໃນລາຍການຕໍ່ໄປ. ແຂວງສາລະວັນ ຍາດໄດ້ທັງໝົດ 7 ຫລຽນ.ໃນນັ້ນ, ຫລຽນເງິນ 4 ຫລຽນເງິນ ແລະ 3 ຫລຽນທອງ.

   

    ພິທີມອບຫລຽນໃຫ້ກັບນັກກິລາ, ຈັດຂຶ້ນໃນວັນທີ 16 ທັນວານີ້, ທີ່ສະໜາມກິລາຂອງແຂວງ, ໃຫ້ກຽດມອບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຮອງປະທານຈັດງານ, ທ່ານ ອຳພາວັນ ກວ້າງມະນີວັນ ຮອງຫົວໜ້າກົມກິລາມວນຊົນພະລະ ແລະ ສິລະປະສຶກສາ, ຫົວໜ້າກໍາມະການເຕັກນິກຈັດການແຂ່ງຂັນ, ພ້ອມດ້ວຍບັນດາທ່ານຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.

ພາບ-ຂ່າວໂດຍ: ຢ່າຕຢ່ງ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top