ຫ້ອງການເມືອງ ຮວຜທ ສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025

20/12/2024 15:40
Email Print 1615
ຂປລ ຂປລ. ຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 19 ທັນວາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີ ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ເຂົ້າຮ່ວມ.



ຂປລ. ຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 19 ທັນວາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ
, ມີ ຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ທົ່ວຫ້ອງການເມືອງ ເຂົ້າຮ່ວມ.

ສະຫາຍ ພັນຕີ ອຸໄລກອນ ກົມມະເມືອງ ຮອງຫົວໜ້າຫ້ອງການເມືອງ ໄດ້ຍົກໃຫ້ເຫັນຜົນງານຫລາຍດ້ານທີ່ພົ້ນເດັ່ນ. ໃນນີ້, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ເຂົ້າໃຈຮັບຮູ້ເຊື່ອມຊຶມບັນດາ ເອກກະສານມູນເຊື້ອຕ່າງໆຂອງພັກ, ຂອງກອງທັບ ແລະ ແນວທາງນະໂຍບາຍຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ນອກນີ້, ຍັງໄດ້ຫັນລົງກໍ່ສ້າງຮາກຖານ ການເມືອງຕາມຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ; ວຽກງານຈັດຕັ້ງພັກໄດ້ເຄື່ອນໄຫວຕາມພາລະບົດບາດຢ່າງແຂງແຮງ ເຮັດໃຫ້ວຽກງານ ພັກສາມາດເຄື່ອນໄຫວ ໄດ້ຕາມແຜນການທີ່ວາງໄວ້; ວຽກງານພະນັກງານ ສາມາດເກັບກຳສະຖິຕິປະຫວັດພະນັກງານໄດ້ທັງໝົດ 258 ສະຫາຍ, ຍິງ 64 ສະຫາຍ; ເປັນເຈົ້າການເຜີຍແຜ່ເຊື່ອມຊຶມກຳແໜ້ນນະໂຍບາຍຂອງພັກ-ລັດ, ບັນດາມູນເຊື້ອ ນິຕິກຳຕ່າງໆ, ເຄື່ອນໄຫວຢ່າງຕັ້ງໜ້າໃນການໂຄສະນາເຜີຍແຜ່ບັນດານິຕິກຳຂອງກອງທັບ ກໍຄື ຂອງໂຮງຮຽນ; ສະເໜີຈົດປະຫວັດສ້າງຄອບຄົວໃໝ່, ປະຕິບັດນະໂຍບາຍເຈັບເປັນ ຄອບຄົວ, ພໍ່-ແມ່ ນາຍ ແລະ ພົນທະຫານທີ່ເສຍຊີວິດ ຈຳນວນ 7 ສະຫາຍ ລວມເປັນເງິນ ເກືອບ 13 ລ້ານກີບ. ສ່ວນວຽກງານຊາວໜຸ່ມ ໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມວາງອອກ ແລະ ສ້າງແຜນການເຄື່ອນໄຫວ ກິດຈະກຳແຂ່ງຂັນກິລາ, ອອກແຮງງານລວມ ຢ່າງເປັນປົກກະຕິ; ວຽກງານສະຫະພັນແມ່ຍິງ ໄດ້ສົມທົບກັບອົງການຈັດຕັ້ງຊາວໜຸ່ມ ຈັດຕັ້ງຂະບວນການຕ່າງໆ, ນຳພາເອື້ອຍນ້ອງສະຫະພັນແມ່ຍິງ ຝຶກຊ້ອມຟ້ອນລຳວົງ ແລະ ເຂົ້າຮ່ວມວຽກງານຕ່າງໆ. ນອກນີ້, ຍັງມີວຽກງານອື່ນໆ ປິ່ນອ້ອມກົມກອງກໍມີຜົນສຳເລັດເປັນຢ່າງສູງ.




ໂອກາດນີ້
, ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດໃນການການປະຕິບັດເຄື່ອນໄຫວວຽກງານທີ່ຜ່ານມາ, ພ້ອມທັງເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ຫ້ອງການເມືອງ ເອົາໃຈໃສ່ຢ່າງຕັ້ງໜ້າໃນ ການເພີ່ມທະວີບົດບາດການນຳພາ ແລະ ສຶກສາອົບຮົມການເມືອງນຳພາແນວຄິດ ໃຫ້ພະນັກງານ ນັກຮົບຢ່າງຕໍ່ເນື່ອງ, ສຸມສະຕິປັນຍາ, ພາລະກຳລັງ, ຄວາມຮູ້ຄວາມສາມາດ ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດ ປະຕິບັດຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ເຮັດວຽກແບບລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບວິທະຍາສາດ, ມີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ຕ້ານສະກັດກັ້ນ ປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃຫ້ທັນເວລາ, ປະກອບສ່ວນຢ່າງຕັ້ງເຂົ້າໃນ ທຸກຂະບວນການຂອງກົມກອງ, ພ້ອມກັນນຳເອົາເນື້ອໃນກອງປະຊຸມ ໄປຈັ້ງຕັ້ງຜັນຂະຫຍາຍໃຫ້ເກີດ ດອກອອກຜົນ ແລະ ເປັນຮູບປະທຳຕົວຈິງ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top