ເຕັກນິກ​ການ​ປູກໝາກ​ເຂືອໃຫ້ໄດ້ຜົນດີຄວນເຮັດແນວໃດ?

23/12/2024 10:09
Email Print 1331
ຂປລ ໝາກເຂືອຈັດເປັນພືດລົ້ມລຸກ ມີລໍາຕົ້ນຕັ້ງຊື່ ແຕກກິ່ງແຕກງ່າ ຕັ້ງແຕ່ລະດັບຕໍ່າເປັນຊົງພຸ່ມຂະໜາດນ້ອຍ, ສູງປະມານ 20-100 cm, ເປືອກລໍາຕົ້ນບາງ ມີສີຂຽວ ຫລື ສີຂຽວອົມເທົາ.

     *ໝາກເຂືອຈັດເປັນພືດລົ້ມລຸກ ມີລໍາຕົ້ນຕັ້ງຊື່ ແຕກກິ່ງແຕກງ່າ ຕັ້ງແຕ່ລະດັບຕໍ່າເປັນຊົງພຸ່ມຂະໜາດນ້ອຍ, ສູງປະມານ 20-100 cm, ເປືອກລໍາຕົ້ນບາງ ມີສີຂຽວ ຫລື ສີຂຽວອົມເທົາ, ສ່ວນກິ່ງແຖວປາຍມີສີຂຽວອ່ອນ, ເນື້ອໄມ້ ອ່ອນສີຂາວ ແລະ ຫັກງ່າຍ, ໃບເປັນໃບດ່ຽວລຽງສະຫລັບກັນເທິງກິ່ງ ມີກ້ານໃບຍາວ ປະມານ 3-5 cm, ແຜ່ນໃບລຽບ ມີຂົນປົກຄຸມທັງດ້ານລຸ່ມ ແລະ ດ້ານເທິງ, ໃບກວ້າງປະມານ 5-10 cm, ຍາວ 10-15 cm, ດອກເປັນດອກດຽວ ຫລື ເປັນຊໍ່ອອກບໍລິເວນຊອກໃບ ຫລື ປາຍກິ່ງ.

    ສາຍພັນ:  ແມ່ນມີຫລາຍສາຍພັນ ​ແຕ່​ມື້​ນີ້​ເຮົາ​ຈະ​ມາ​ຍົກ​ບາງ​ສາຍ​ພັນ​ທີ່​ຄົນ​ລາວ​ນິຍົມປູກ ​ເປັນ​ຕົ້ນ : ສາຍພັນທໍນາໂດແມ່ນຜົນລູກປະສົມ, ແຂງແຮງທົນທານຕໍ່ພະຍາດ, ມີສີຂຽວ, ໝາກໃຫຍ່ຍາວ ແລະ ມີທະໜານ 25-30 cm, ຜິວລຽບເປັນມັນ, ຕິດໝາກດຽວ, ອາຍຸເກັບກ່ຽວແມ່ນ 100 ວັນ. ສາຍພັນ 1475, ສາຍພັນດາກດາກອນ (Dark Dragon) ສາຍພັນປະສົມ ເຊິ່ງປັບຕົວເຂົ້າກັບສະພາບແວດລ້ອມເມືອງລາວໄດ້ດີ, ໝາກເປັນສີມ້ວງ, ອາຍຸເກັບກ່ຽວ ແມ່ນ 55 ວັນຫລັງຈາກຍ້າຍບ່ອນປູກ, ມີຂະໜາດ 5 x 25 cm. ສາຍມັນມາໂກລາ (Ago): ສາຍພັນປະສົມແຕກແໜງດີ, ໝາກເປັນສີມ້ວງ, ເປັນໝາກດົກຫລາຍ ແລະ ປູກ ໄດ້ຕະຫລອດປີ, ອາຍຸເກັບກ່ຽວແມ່ນ 65 ວັນ ຫລັງຈາກຍ້າຍປູກ, ນໍ້າຫນັກຂອງໝາກແມ່ນປະມານ 300-700 g. ສາຍພັນຕາຊົນໃນ: ເປັນລາຍໃນປະສົມ, ໝາກເປັນສີມ່ວງ, ສົ່ງຮູບກະບອກ, ຜົນທານຕໍ່ພະຍາດຫ່ຽວ ແລະ ຂະໜາດຂອງໝາກແມ່ນ 20-25 cm, ອາຍຸເກັບກ່ຽວແມ່ນ 100 ວັນ.

    ການກຽມດິນ: ໄຖດິນໃຫ້ເລິກ 30-40 cm ຕາກດິນໄວ້ 7-10 ວັນ, ຄາດ ແລະ ປັບຄືນໃໝ່​ໃຫ້ລຽບ, ຫວ່ານປູນຂາວໃນ ອັດຕາສ່ວນ 1-2 Kg/10 m ​ໃນເນື້ອທີ່ດິນ 40 x 40  ພ້ອມກັບໃສ່ຝຸ່ນໝັກ ຫລື  ຝຸ່ນຄອກ, ​ຝຸ໋ຍ  use than ​ແລ້ວພວນດິນຍົກຄູສູງປະມານ 30 cm, ກວ້າງ 120 cm, ຫົດນໍ້າ ແລະ ປົກຄຸມດ້ວຍຜ້າຢາງ ຫລື ເຟືອງ ເພື່ອຮັກສາຄວາມຊຸ່ມ ແລະ ປ້ອງກັນວັດສະພືດກນຈະປູກ 2 ອາທິດ.

     *ການກຽມກ້າເບ້ຍ: ໃສ່ດິນ ທີ່ຮ່ອນແລ້ວ 3 ສ່ວນ, ຝຸ່ນຄອກ 1 ສ່ວນ, ຊາຍ ຫລື  ຂີ້ແກບ 1 ສ່ວນ ລົງໃນຖາດກ້າເບ້ຍທີ່ກຽມໄວ້ແລ້ວຫົດນໍ້າ ແລະ ຢອດເມັດລົງໃນຖາດຂຸມ ກຸ່ມລະ 1 ເມັດ ແລ້ວຈຶ່ງຫົດນໍ້າເຂົ້າ-ແລງ.

     *ວິທີການປູກ : ຂຸດຂຸມຕາມໄລຍະປູກ ນໍາເບ້ຍໝາກເຂືອທີ່ມີອາຍຸ 35 ວັນ ຫລື ມີໃບຈິງ 3-4 ໃບມາປູກຕາມຂຸມທີ່ກໍານົດ ຖົມຕົ້ນ ແລະ ຫົດນໍ້າ

     *ການດູແລຮັກສາ: ຕ້ອງໃຫ້ນໍ້າສະໝໍ່າສະເໝີ ຫລັງຍ້າຍເບ້ຍ ທຸກເຊົ້າ-ແລງ ເມື່ອເບ້ຍ​ແຂງ​ແຮງແລ້ວ ຈຶ່ງຫົດນໍ້າມື້ລະຄັ້ງ.

     *ການໃສ່ຝຸ່ນ: ຫລັງຈາກການຍ້າຍບ່ອນປູກປະມານ 7-10 ມື້ ໃຫ້ໃສ່ຝຸ່ນໝັກໃນອັດຕາສ່ວນ 1-3 Kg ຕໍ່ຕົ້ນ ເພື່ອເລັ່ງການຈະ ເລີນເຕີບໂຕ ແລະ ທະຍອຍແບ່ງໃສ່ໃນຊ່ວງອອກດອກ ແລະ ເປັນໝາກໃນທຸກໆ 20 ມື້.

ຫລັງຈາກດອກບານ 7-10 ມື້ ຈະສາມາດເກັບກ່ຽວຜົນຜະລິດໄດ້ ໂດຍເກັບໝາກທີ່ມີຂະໜາດພໍເໝາະ ບໍ່ອ່ອນ ຫລື  ແກ່ຈົນເກີນໄປ, ໂດຍການເກັບກ່ຽວແມ່ນໃຫ້ມີຂວັ້ນໝາກເຂືອຕິດມາກັບໝາກ ​ເພື່ອ​ຮັກສາ​ຄວາມ​ສົດ​ໃໝ່ຂອງໝາກ​ເຂືອ

ໂດຍ: ມາລີດາ
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top