ຮວຜທ ມອບ-ຮັບ ໂຄງການກໍ່ສ້າງ ເຮືອນນອນໂສດ ພະນັກງານ ຄູອາຈານ

25/12/2024 15:06
Email Print 2224
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງ ແລະ ເປີດນ້ຳໃຊ້ ເຮືອນນອນໂສດ ພະນັກງານຄູອາຈານ ວັນທີ 25 ທັນວາ 2024



ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງ ແລະ ເປີດນ້ຳໃຊ້ ເຮືອນນອນໂສດ ພະນັກງານຄູອາຈານ ວັນທີ
25 ທັນວາ 2024 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາໂຮງຮຽນ, ພະນັກງານ ບໍລິສັດ, ອະນຸກຳມະການ ແລະ ວິຊາການທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.




ໂຄງການກໍ່ສ້າງເຮືອນນອນໂສດ ພະນັກງານ ຄູອາຈານ ຂອງໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ແມ່ນທຶນຂອງກະຊວງປ້ອງກັນປະເທດ ໄດ້ເລີ່ມລົງມືກໍ່ສ້າງ ແຕ່ວັນທີ
01 ມັງກອນ 2024 ມາຮອດ ວັນທີ 01 ທັນວາ 2024 ແມ່ນ​ສຳເລັດຕາມການກຳນົດເວລາ 12 ເດືອນ ໂດຍແມ່ນ ບໍລິສັດ ສົມຫວັງ ຈະເລີນ ກໍ່ສ້າງ-ຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ລວມມູນຄ່າທັງໝົດ 8,8 ຕື້​ກວ່າກີບ. ຈາກນັ້ນ ກໍໄດ້ເຊັນບົດບັນທຶກມອບຮັບຢ່າງເປັນທາງການ ລະຫວ່າງ ທ່ານ ສົມຫວັງ ປະທານ ບໍລິສັດ ສົມຫວັງ ຈະເລີນ ກໍ່ສ້າງ-ຂົວທາງ ຈຳກັດຜູ້ດຽວ ແລະ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.




ໂອກາດນີ້, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ກໍ່ໄດ້ສະແດງຄວາມຂອບໃຈມາ​ຍັງ ບໍລິສັດ ສົມຫວັງ ຈະເລີນ ກໍ່ສ້າງ-ຂົວທາງ ຈຳກັດຜູ້ດຽວ ທີ່ໄດ້ເອົາໃຈໃສ່ທຸ້ມເທກຳລັງ ແລະ ສະຕິປັນຍາເຂົ້າໃນການກໍ່ສ້າງ, ພ້ອມທັງຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາໂຮງຮຽນ ຈົ່ງເອົາໃຈໃສ່ສຶກສາອົບຮົມໃຫ້ ພະນັກງານ-ນັກຮົບ-ຄູອາຈານ ຢູ່ໃນກົມກອງຈົ່ງຊ່ວຍກັນ ປົກປັກຮັກສາອາຄານ
, ລະບົບໄຟຟ້າ, ນໍ້າປະ ປາ ຕະຫລອດຮອດ ອຸປະກອນຕ່າງໆ ທີ່ໄດ້ປະກອບຢູ່ໃນອາຄານໃຫ້ສາມາດນໍາໃຊ້ໄດ້ຍາວນານ.

ຂ່າວ: ໂອລິນ ມິ່ງມີໄຊ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top