ແຂ່ງຂັນກິລາ ມິດຕະພາບ ສະຫລອງວັນສ້າງຕັ້ງ ອົງການໄອຍະການປະຊາຊົນ ຄົບຮອບ 35 ປີ

30/12/2024 12:59
Email Print 2729
ຂປລ ຂປລ. ອົງການໄອຍະການປະຊາຊົນສູງສຸດ ຈັດແຂ່ງຂັນກິລາມິດຕະພາບ ຊີງຂັນລາງວັນ ຂອງທ່ານຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (09/1/1990-09/1/2025) ໃນວັນທີ 26 ທັນວາ 2024 ຜ່ານມາ ໂດຍການເປັນ ປະທານກ່າວເປີດພິທີ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄອຍະການ ອົງການໄອຍະການປະຊາຊົນສູງສຸດ



ຂປລ. ອົງການໄອຍະການປະຊາຊົນສູງສຸດ ຈັດແຂ່ງຂັນກິລາມິດຕະພາບ ຊີງຂັນລາງວັນ ຂອງທ່ານຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ
  (09/1/1990-09/1/2025) ໃນວັນທີ 26 ທັນວາ 2024 ຜ່ານມາ ໂດຍການເປັນ ປະທານກ່າວເປີດພິທີ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ
, ມີຄະນະພັກ-ຄະນະນຳ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄອຍະການ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງ, ນະຄອນຫລວງ, ອົງການໄອຍະການທະຫານ, 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍ ກະຊວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.




ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄຳເຫັນວ່າ: ການແຂ່ງຂັນກິລາມິດຕະພາບ ໃນຄັ້ງນີ້
, ເພື່ອສ້າງຂະບວນການສະເຫລີມສະຫລອງຂໍ່ານັບຮັບຕ້ອນ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ກອງປະຊຸມໃຫຍ່ອົງການ ໄອຍະການປະຊາຊົນທົ່ວປະເທດ ທີ່ຈະມາເຖິງໃນໃກ້ໆນີ້, ທັງເປັນການສ້າງ ຄວາມສາມັກຄີພາຍໃນ, ຊຸກຍູ້ການເຄື່ອນໄຫວ ວຽກງານວິຊາສະເພາະ ໃຫ້ມີຄວາມພົ້ນເດັ່ນ, ທັງເພີ່ມໂອກາດແກ່ພະນັກ ງານ-ລັດຖະກອນ ໄດ້ໃກ້ຊິດຕິດແທດ, ແລກປ່ຽນຄວາມຄິດເຫັນ ເຊິ່ງກັນ ແລະ ກັນຫລາຍຂຶ້ນ ເຊິ່ງບັນຍາກາດການແຂ່ງຂັນ ສ່ອງແສງໄດ້ນໍ້າໃຈນັກກິລາ, ມີຄວາມສາມັກຄີຮັກແພງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຢ່າງແທ້ຈິງ.



ການສ້າງຂະບວນການແຂ່ງຂັນ ໃນຄັ້ງນີ້
, ມີ 8 ພາກສ່ວນເຂົ້າຮ່ວມ, ມີທັງທີມຊາຍ ແລະ ທີມຍິງ. ຜ່ານການແຂ່ງຂັນ ທີມຊາຍ ທີ່ໄດ້ອັນດັບທີ 1 ແມ່ນທີມສະພາທະນາຍຄວາມ, ທີ 2 ກົມສືບສວນ-ສອບສວນ ກົມໃຫຍ່ຕໍາຫລວດ ກະຊວງ ປກສ. ສ່ວນທີມຍິງ ອັນດັບທີ 1 ໄດ້ແກ່ ທີມ ອົງການໄອຍະການປະຊາຊົນສູງສຸດ ແລະ ທີ 2 ທີມກະຊວງພາຍໃນ.

ຂ່າວ-ພາບ: ອອປສ

KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top