ກອງພັນນັກຮຽນທີ 1 ຮວຜທ ສະຫລຸບວຽກງານຮອບດ້ານປະຈຳປີ 2024

02/01/2025 15:17
Email Print 2873
ຂປລ ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ຜ່ານທິດທາງແຜນການປະຈຳປີ 2025 ໃນວັນທີ 31 ທັນວາ 2024 ໂດຍການເປັນປະທານຂອງທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.




ຂປລ. ກອງພັນນັກຮຽນທີ
1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ຜ່ານທິດທາງແຜນການປະຈຳປີ 2025 ໃນວັນທີ 31 ທັນວາ 2024 ໂດຍການເປັນປະທານຂອງທ່ານ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກຮຽນ ເຂົ້າຮ່ວມ.

    
     

ທ່ານ ພັນໂທ ແສນ ດວງມີໄຊ ຫົວໜ້າການທະຫານກອງພັນນັກຮຽນທີ 1 ໄດ້ຜ່ານບົດສະຫລຸບ ຕີລາຄາຜົນງານການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານມາ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງານ ນັກຮົບຢ່າງຕໍ່ເນື່ອງ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງ ດ້ານການຈັດຕັ້ງຄຸ້ມຄອງ ໃນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄືຂໍ້ກຳນົດກົດລະບຽບຂອງໂຮງຮຽນວາງອອກ ປະຕິບັດນະໂຍບາຍແນວທາງຂອງພັກ-ລັດ ມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ ພ້ອມນັ້ນຍັງໄດ້ຊຸກຍູ້ໃຫ້ນັກຮຽນ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ໃຫ້ເປັນປົກກະຕິປະກອບສ່ວນ ເຂົ້າໃນຂະບວນການຕ່າງໆ ຂອງກົມກອງ ແລະ ໂຮງຮຽນຈັດຂຶ້ນ ພະນັກງານ-ນັກຮົບ ມີຄວາມຫ້າວຫັນ ປະກອບສ່ວນເຂົ້າໃນ ການກໍ່ສ້າງພື້ນຖານ ໂຄງລ່າງຂອງກົມກອງ ແລະ ພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ຕ້ານສະກັດກັ້ນບັນດາ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະເກີດຂຶ້ນໃຫ້ຫລຸດໜ້ອຍຖອຍລົງ ແລະ ທັນເວລາ ໃນນີ້ສ້າງສະມາຊິກພັກແຂງໄດ້ 22 ສະຫາຍ ຍິງ 01 ສະຫາຍ, ພ້ອມນີ້ ກົມກອງຍັງໄດ້ຊຸກຍູ້ພະນັກງານ-ນັກຮົບ ອອກແຮງເພີ່ມພູນຜະລິດຜົນ ປູກຝັງ ລ້ຽງສັດ ໃນນີ້, ປູກຜັກຊະນິດຕ່າງໆ ຕາມລະດູການ ເພື່ອເປັນສິນຄ້າ ຂາຍອອກນອກໄດ້ 50 ກິໂລກຣາມ ເປັນເງິນ 500.000 ກີບ, ຮັບເງິນບໍລິຫານກອງພັນນຳໂຮງຮຽນ ແລະ ຮັບຈາກເງິນອັດຕາກິນລາພັກນັກຮຽນ ເສົາ-ທິດ ລວມລາຍຮັບ 43 ລ້ານກວ່າກີບ. ນອກນີ້, ຍັງໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ຜູ້ທີ່ເຈັບເປັນ ເຂົ້າໂຮງໝໍ, ເສຍຊີວິດ, ສ້າງຄອບຄົວໃໝ່, ເກີດລູກ ແລະ ອື່ນໆ ສຳລັບວຽກງານອື່ນໆ ທີ່ປິ່ນອ້ອມກົມກອງ ກໍມີຜົນສຳເລັດເປັນຢ່າງສູງ.




ໃນກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນປະກອບຄຳຄິດເຫັນ ໃສ່ບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງມີເນື້ອໃນເລິກເຊິ່ງ ພ້ອມທັງມອບຂອງຂວັນໃຫ້ນັກຮຽນຜູ້ທີ່ດີເດັ່ນ ປະເພດ
1 ຈຳນວນ 16 ສະຫາຍ ແລະ ປະເພດ 2 ຈຳນວນ 28 ສະຫາຍ ຕື່ມອີກ.

  
       



ໂອກາດນີ້, ທ່ານ ພັນເອກ ສະແຫວງ ແດນນາມົນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ໃນການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະບັນຊາກົມກອງ ເອົາໃຈໃສ່ໃກ້ຊິດຕິດແທດອ້າຍນ້ອງຂອງຕົນ ນຳພາ-ຊີ້ນຳເຄື່ອນໄຫວໜ້າທີ່ ວຽກງານຢູ່ພາຍໃນກົມກອງ
, ຊຸກຍູ້ໃຫ້ນັກຮຽນມີຄວາມກະຕືລື້ລົ້ນ ຫ້າວຫັນ ໃນການສຶກສາຄົ້ນຄວ້າຮໍ່າຮຽນ ມີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ເອົາໃຈໃສ່ໃນການປະຕິບັດຂໍ້ກຳນົດ ກົດລະບຽບ 7 ລະບອບ 18 ວຽກຂອງກອງທັບ ໃຫ້ມີຄວາມເຂັ້ມງວດເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການຕ່າງໆຂອງກົມກອງ ກໍຄືຂອງໂຮງຮຽນຈັດຂຶ້ນ, ພ້ອມກັນຍົກສູງສະຕິຕໍ່ການຈັດຕັ້ງ ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນສະພາບການ, ພ້ອມກັນສ້າງກົມກອງໃຫ້ກາຍ ເປັນກົມກອງປອດໃສ ປອດໄພ ປອດຄະດີ ແລະ ກົມກອງວັດທະນະທຳ ນັກຮົບວັດທະນະທຳ, ພ້ອມກັນນຳເອົາແຜນການໃນຕໍ່ໜ້າ ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບປະສິດທິຜົນສູງ.

ຂ່າວ: ໂອລິນ ມິ່ງມີໄຊ
KPL

ຂ່າວອື່ນໆ

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

    • ເຕັກນິກການລ້່ຽງກົບສຶກສາ-ກິລາ

      ເຕັກນິກການລ້່ຽງກົບ

      2/5/2025 10:14:07 AM

      ກົບທີ່ບໍລິໂພກສ່ວນຫລາຍໄດ້ມາຈາກທຳມະຊາດຕາມທົ່ງໄຮ່ທົ່ງນາ, ຕາມທ້ອງຖິ່ນຕ່າງໆ ແຕ່ເໜືອຮອດໃຕ້, ໃນໄລຍະລະດູຝົນຈະມີຫລາຍ, ແຕ່ປັດຈຸບັນກົບຢູ່ຕາມທຳມະຊາດນັບມື້ຫລຸດໜ້ອຍຖອຍລົງ, ເນື່ອງຈາກວ່າສັງຄົມນັບມື້ຂະຫຍາຍຕົວວິທີການຊອກ ຫາ ແລະ ອຸປະກອນເຄື່ອງມືກໍທັນສະໄໝກວ່າແຕ່ກ່ອນ.

    • ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນສຶກສາ-ກິລາ

      ສ້າງຄວາມເຂັ້ມແຂງໃຫ້ຄູ ໃນຊົນນະບົດ ແກ້ໄຂສິ່ງທ້າທາຍ ດ້ານການຮຽນ-ການສອນ

      1/23/2025 3:32:45 PM

      ຂປລ. ໃນລະຫວ່າງວັນທີ 20-24 ມັງກອນ 2025 ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດຝຶກອົບຮົມໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນ ຄັ້ງທີ 5 ຫລາຍກວ່າ 1.120 ຄົນ ເພື່ອປະຕິບັດ ພາ ລະບົດບາດຂອງຕົນ ໃນການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ ໃນຂັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນ ໂດຍໄດ້ຮັບການ ສະໜັບສະໜູນ ຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ).

ads
ads

Top