ຂປລ
ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32.
*ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32 ພາຍໃຕ້ການສໍາປະທານຂອງ ບໍລິສັດຍອດນໍ້າງາ ພັດທະນາ ຈຳກັດຜູ້ດຽວ ໂດຍການລົງຕິດຕາມໃນຄັ້ງນີ້ ກໍ່ເພື່ອຕິດຕາມຄວາມຄືບໜ້າຂອງການສ້າງສິ່ງອໍານວຍຄວາມສະດວກໃນສະຖານທີ່ດັ່ງກ່າວ ເພື່ອກຽມຄວາມພ້ອມຮອງຮັບນັກທ່ອງທ່ຽວກ່ອນເປີດໃຫ້ບໍລິການ.

ດັ່ງທີ່ພວກເຮົາຮັບຮູ້ກັນແລ້ວວ່າ, ແຫລ່ງທ່ອງທ່ຽວພູຫຍ້າຄາ ບ້ານຫລັກ 32 ເປັນແຫລ່ງທ່ອງທ່ຽວທາງທຳມະຊາດທີ່ມີຄວາມສວຍງາມ, ໂດດເດັ່ນທາງດ້ານຮູບຊົງຫີນທີ່ມີຫລາຍສີສັນ ແລະ ຮູບແບບຄ້າຍຄືກັບສັດຕ່າງໆ ພ້ອມທັງຕິດພັນກັບວິຖີຊິວິດຂອງປະຊາຊົນໃກ້ຄຽງ ເຊັ່ນວ່າ: ເຜົ່າມົ້ງ ແລະ ເຜົ່າກຶມມຸ. ການພັດທະນາແຫລ່ງທ່ອງທ່ຽວດັ່ງກ່າວນີ້ ໄດ້ເລີ່ມແຕ່ປີ 2023 ເປັນຕົ້ນມາຈົນຮອດປັດຈຸບັນແມ່ນສາມາດພັດທະນາໄດ້ສ່ິງອຳນວຍຄວາມສະດວກໂດຍພື້ນຖານໄດ້ປະມານ 35 ເປີເຊັນ ເປັນຕົ້ນສຳເລັດການສ້າງທາງເຂົ້າຫາແຫລ່ງທ່ອງທ່ຽວມີຄວາມຍາວ 8 km, ສ້ອມແປງ ແລະ ວາງທໍ່ກໍ່ປາກທ່ໍ ມີ 9 ຈຸດ, ສຳເລັດການສ້າງທາງຍ່າງ 2 ເສັ້ນຄື: ຈາກຈຸດບໍລິການຂຶ້ນຫາຈຸດຈອມພູຫີນປະຕູສະຫວັນລົງຫາຫີນຫົວງູມີຄວາມຍາວປະມານ 2 ກິໂລແມັດ ແລະ ຈາກຈຸດບໍລິການໄປຫາຈຸດປາໂລມາ ມີຄວາມຍາວປະມານ 5 ກິໂລແມັດ, ສ້າງອ່າງເກັບນ້ຳໄດ້ 2 ອ່າງ, ສ້າງຫໍພັກພະນັກງານໄດ້ 1 ຫລັງ, ຂະໜາດ 8 m x 15 m ມີ 6 ຫ້ອງນອນ 1 ຫ້ອງຄົວ 4 ຫ້ອງນໍ້າ ແລະ 2 ຫ້ອງອາບນໍ້າ, ສ້າງຫ້ອງນ້ຳສາທາ ລະນະໄດ້ 1 ຫລັງ, ມີຫ້ອງນ້ຳ 4 ອ່າງລ້າງມີ 3 ອ່າງ ແລະ 3 ຫ້ອງ ອາບນໍ້າ, ສ້າງຮ້ານອາຫານໄດ້ 1 ຫລັງ ຂະໜາດ 14 m x 15 m ມີ 14 ໂຕະ ສາມາດຮັບລູກຄ້າໄດ້ 40-50 ຄົນ, ມີເຕັ້ນໃຫ້ບໍລິການທັງໝົດ 20 ເຕັ້ນ ສາມາດຮອງຮັບນັກທ່ອງທ່ຽວໄກ້ 80-100 ຄົນ.

ປັດຈຸບັນໄດ້ເລີ່ມເປີດບໍລິການທົດລອງຊົ່ວຄາວເລ່ີມແຕ່ເດືອນມັງກອນ 2025, ກຳລັງເລີ່ມກໍ່ສ້າງບັງກະໂລໃຫ້ໄດ້ຢ່າງນ້ອຍ 5-10 ຫລັງ ກ່ອນຮອດລະດູຝົນ, ເລີ່ມອອກແບບ ແລະ ຕິດຕັ້ງປ້າຍໂຄສະນາ, ປ້າຍຊີ້ບອກທາງ, ປ້າຍເຕືອນໃສ່ຈຸດສຳຄັນໃນຂອບເຂດບໍລິການ ແລະ ຈຸດທາງແຍກຕ່າງໆ, ສ້ອມແປງເສ້ັນທາງໂດຍສະເພາະຈຸດຄົດໂຄ້ງ, ຄ້ອຍຊັນ, ແຄບທີ່ອັນຕະລາຍຕໍ່ການເດີນທາງເຂົ້າເຖິງໃຫ້ມີຄວາມສະດວກກ່ອນເກົ່າ ແລະ ວ່າງແຜນຮ່ວມກັບບັນດາຂະແໜງການໃນການປ້ອງກັນໄຟລຳປ່າລວມທັງການບຸກລຸກເນື້ອທີ່ຂອບເຂດສຳປະທານຂອງປະຊາຊົນໃກ້ຄຽງໃນໄລຍະລະດູແລ້ງນີ້.
ໂດຍ: ລູກສາວຫລ້າ
KPL