ບໍລິສັດ ພູເບ້ຍມາຍນິງ ຊ່ວຍປະຊາຊົນຂຸດຄົ້ນແຮ່ ທຳການຜະລິດເປັນສິນຄ້າ

03/03/2025 10:50
Email Print 691
ຂປລ ນັບວ່າເປັນອີກໜຶ່ງຄວາມພາກພູມໃຈສຳລັບປະຊາຊົນທີ່ຢູ່ອ້ອມຂ້າງເຂດຂຸດຄົ້ນຄຳ-ທອງ ຂອງບໍລິສັດພູເບ້ຍ ມາຍນິງ ຈຳກັດ ທ່ີໄດ້ຍືມື ຫລື ສະໜັບສະໜູນຫລາຍໆໂຄງການທີ່ຕິດພັນກັບຫລາຍຂະແໜງກໍ່ຄືການດຳລົງຊີວິດປະຈຳວັນຂອງປະຊາຊົນ.

     *ນັບວ່າເປັນອີກໜຶ່ງຄວາມພາກພູມໃຈສຳລັບປະຊາຊົນທີ່ຢູ່ອ້ອມຂ້າງເຂດຂຸດຄົ້ນຄຳ-ທອງ ຂອງບໍລິສັດພູເບ້ຍ ມາຍນິງ ຈຳກັດ ທ່ີໄດ້ຍືມື ຫລື ສະໜັບສະໜູນຫລາຍໆໂຄງການທີ່ຕິດພັນກັບຫລາຍຂະແໜງກໍ່ຄືການດຳລົງຊີວິດປະຈຳວັນຂອງປະຊາຊົນ. ຢ່າງໃດກໍ່ຕາມ ໜຶ່ງໃນນີ້ກໍ່ແມ່ນໂຄງການສົ່ງເສີມທຳການຜະລິດການປູກ-ການລ້ຽງເປັນສິນຄ້າອັນໄດ້ເຮັດໃຫ້ຫລາຍຄອບຄົວມີການພັດທະນາດີຂຶ້ນ ທຽບໃສ່ເມື່ອກ່ອນທີ່ຍັງບໍ່ທັນໃຫ້ການສະໜັບສະໜູນ ແລະ ຍັງຖາງປ່າເຮັດໄຮ່ແບບເລື່ອນລອຍ. 

     ດັ່ງນາງ ມະຊົ່ງ ຫົວໜ້າກຸ່ມປູກຜັກເຮືອນຮົ່ມບ້ານນ້ຳຍອນ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ຢືນຢັງຕໍ່ນັກຂ່າວໜັງສືພິມປະເທດລາວເມື່ອມໍ່ໆນີ້ວ່າ: ພາຍຫລັງທ່ີບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ຍືມືເຂົ້າມາຊ່ວຍເຫລືອປະຊາຊົນໃນການທຳການຜະລິດຜັກເປັນສິນຄ້າກໍ່ເຮັດໃຫ້ຄອບຄົວມີການພັດທະນາດີຂຶ້ນເທື່ອລະກ້າວ ເມື່ອທຽບໃສ່ແຕ່ກ່ອນທ່ີຍັງຖືເອົາການຖາງປ່າເຮັດໄຮ່ປູກເຂ້ົາເລ່ືອນລອຍ. ການສະໜັບສະໜູນຂອງບໍລິສັດດ່ັງກ່າວໄດ້ເລີ່ມເຂົ້າມາຊ່ວຍເຫລືອແຕ່ປີ 2019 ເຊິ່ງໃນເບື້ອງຕົ້ນມີພຽງ 10 ກວ່າຄອບຄົວ. ຍ້ອນມີລາຍຮັບໝັ້ນຄົງ, ມີຕະຫລາດຮອງຮັບໝັ້ນທ່ຽງ ໄດ້ເຮັດໃຫ້ປະຊາຊົນພາຍໃນບ້ານສົນໃຈເຂົ້າມາເປັນສະມາຊິກຫລາຍຂຶ້ນເກືອບ 40 ຄອບຄົວໃນປັດຈຸບັນ, ມີເນື້ອທີ່ເຮັດການຜະລິດ 40 ກວ່າເຮັກຕາ 1 ຄອບຄົວ ປູກພືດຜັກ 1 ໄລ່. ໃນໄລຍະລະດູແລ້ງ ຜັກຫລາຍລາຄາຖືກ. ໃນນັ້ນ, ສ້າງລາຍຮັບປະມານ 5-6 ລ້ານກີບຕ່ໍເດືອນ. ປັດຈຸບັນການຜະລິດຜັກແມ່ນບໍ່ໄດ້ປູກຜັກກາດ ໂດຍສ່ວນໃຫຍ່ແມ່ນເລັ່ງໃສ່ປູກຜັກສະລັດ, ຜັກກະລໍາປີ ແລະ ໝາກໂມ. ຂະນະທີ່ເລີ່ມແຕ່ເດືອນເມສາເປັນຕົ້ນໄປເຊິ່ງເປັນໄລຍະທີ່ປູກຜັກຍາກກ່ໍຈະເຮັດໃຫ້ຜັກລາຄາສູງສາມາດສ້າງລາຍຮັບໄດ້ 10-12 ລ້ານກີບຕໍ່ເດືອນ ໂດຍໄລຍະດັ່ງກ່າວ ແມ່ນເລັ່ງໃສ່ປູກຜັກກາດຕີນໝີ, ຜັກກາດດອກ, ຜັກກາດຂາວຜົນຜະລິດທີ່ໄດ້ສ່ວນຫລາຍແມ່ນສ່ົງໃຫ້ບໍລິສັດ ພູເບ້ຍ ມາຍນິງ. ນອກຈາກນີ້, ຍັງໄດ້ສົ່ງໃຫ້ແມ່ຄ້າຢູ່ເມືອງລ້ອງຊານ, ເມືອງຮົ່ມ ແລະ ເມືອງອານຸວົງ ພືດຜັກທ່ີປູກພາຍໃນກຸ່ມແມ່ນຜັກສະອາດປອດສານເຄມີ.

     ນາງ ມະຊົ່ງ ກ່າວຕື່ມວ່າ: ການປູກຜັກເຮືອນຮົ່ມ ຂອງກຸ່ມທາງບໍລິ ສັດພູເບ້ຍ ມາຍນິງ ແມ່ນໄດ້ສົມທົບກັບພະແນກກະສິກຳ-ປ່າໄມ້ກໍ່ຄື ຫ້ອງການກະສິກຳ-ປ່າໄມ້ເມືອງອານຸວົງລົງໃກ້ຊິດຕິດແທດ ທັງໄດ້ເອົາໃຈໃສ່ໃນການເຝິກອົບຮົມທາງດ້ານເຕັກນິກການປູກຝັງໃຫ້ກຸ່ມປູກຜັກໃນເຮືອນຮົ່ມ ເຮັດໃຫ້ສະມາຊິກມີຄວາມຮູ້ສາມາດຜະລິດພືດຜັກໄດ້ຕາມຫລັກວິຊາການ, ຜັກປອດສານພິດ. ແນວໃດກໍ່ດີຜ່ານການໃຫ້ການຊ່ວຍເຫລືອຂອງບໍລິສັດໃນໄລຍະຜ່ານມາຮອດປັດຈຸບັນນີ້ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກ ກຸ່ມມີການພັດທະນາທີ່ດີຂຶ້ນເທື່ອລະກ້າວ. ອັນພົ້ນເດັ່ນແມ່ນສາມາດຢຸດຕິການຖາງປ່າເຮັດໄຮ່ຄືເມື່ອກ່ອນຢ່າງສ້ີນເຊິງ ແລະ ຫັນມາສຸມໃສ່ການຜະລິດຄົງທີ່ຕາມແນວທາງນະໂຍບາຍຂອງພັກ-ລັດວາງອອກ. ສຳລັບໃນຕໍ່ໜ້າຈະນໍາພາສະມາຊິກພາຍໃນກຸ່ມ ເອົາໃຈໃສ່ຕໍ່ການຜະລິດໃຫ້ຫລາຍຂຶ້ນ ເພື່ອສ້າງລາຍຮັບເຂົ້າກຸ່ມກໍ່ຄືຄອບຄົວໃຫ້ຫລາຍຂຶ້ນກວ່າເກົ່າທັງຕອບສະໜອງພືດຜັກໃຫ້ແກ່ທາງບໍລິສັດ ແລະ ຕະຫລາດຂອງບັນດາເມືອງພາຍໃນແຂວງໄຊສົມບູນ ໃຫ້ພຽງພໍ.  

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top