ກອງປະຊຸມສຸດຍອດພິເສດສະຫະພາບເອີຣົບຮັບຮອງແຜນການ “ການປະກອບອາວຸດເອີຣົບຄືນໃໝ່”

08/03/2025 22:49
Email Print 237
ຂປລ ສະຫະພາບ ເອີຣົບ ໄດ້ຈັດກອງປະຊຸມ ສຸດຍອດ ພິເສດຢູ່ ບຣຸກແຊນ ຂອງແບນຊິກ. ຖະແຫລງການ ຜົນສຳເລັດ ຂອງກອງປະຊຸມ ສະແດງ ໃຫ້ເຫັນວ່າ: ສະພາມົນຕີ ເອີຣົບ ໄດ້ຮັບຮອງ ແຜນການ “ການປະກອບອາວຸດ ເອີຣົບ ຄືນໃໝ່”

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,  ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ ໄດ້ຈັດກອງປະຊຸມ ສຸດຍອດ ພິເສດຢູ່ ບຣຸກແຊນ ຂອງແບນຊິກ. ຖະແຫລງການ ຜົນສຳເລັດ ຂອງກອງປະຊຸມ ສະແດງ ໃຫ້ເຫັນວ່າ: ສະພາມົນຕີ ເອີຣົບ ໄດ້ຮັບຮອງ ແຜນການ “ການປະກອບອາວຸດ ເອີຣົບ ຄືນໃໝ່” ທີ່ສະເໜີໂດຍ ທ່ານ ນາງ ເອີຊູລາ ວອນເດີເລເຢນ, ປະທານ ຄະນະ ກຳມາທິການ ສະຫະພາບ ເອີຣົບ. ການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ໄດ້ສ້າງສິ່ງທ້າທາຍ ຕໍ່ການຢູ່ລອດ ຂອງສະຫະພາບ ເອີຣົບ, ເອີຣົບ ຈຳເປັນຕ້ອງ ແກ້ໄຂບັນຫາ ວຽກງານ ປ້ອງກັນຕົນເອງ ດ້ວຍຄວາມ ຮັບຜິດຊອບ ຫລາຍກວ່າເກົ່າ. ສະຫະພາບ ເອີຣົບ ຈະເພີ່ມທະວີ ຄວາມສາມາດ ດ້ານການປ້ອງກັນ ປະເທດ ໂດຍລວມ, ຫລຸດຜ່ອນ ການອາໄສ ດ້ານຍຸດທະສາດ, ແກ້ໄຂ ຄວາມແຕກໂຕນກັນ ດ້ານຄວາມສາມາດ ທີ່ສຳຄັນ, ເພີ່ມທະວີ ເຕັກໂນໂລຊີ ດ້ານການປ້ອງກັນປະເທດ ແລະ ພື້ນຖານ ອຸດສາຫະກຳ ຂອງສະຫະພາບ ທັງໝົດ ຢ່າງສົມຄູ່ກັນ ເພື່ອສະໜອງ ເຄື່ອງອຸປະກອນ ທີ່ມີຄວາມຕ້ອງການ ໃຫ້ດີກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top