ຂປລ
ຂປລ. ງານວາງສະແດງເອກະສານ ປະຫວັດສາດ ແລະ ນໍາສະເໜີປື້ມ ສັກຂີພິຍານປະຫວັດສາດມິດຕະພາບ ລາວ-ຈີນ ຈັດຂຶ້ນວັນທີ 6 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຫລຽງດ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາການນໍາກະຊວງພາຍໃນ, ຄະນະຜູ້ແທນຫໍເອກະສານ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ງານວາງສະແດງ ຄັ້ງນີ້ ມີ 73 ຮູບພາບ, ໂປສເຕີ 117 ແຜ່ນ, ປື້ມ 10 ຫົວ, ເຊິ່ງແບ່ງເປັນ 2 ໄລຍະຄື: ໄລຍະທີ 1: ເອກະສານປະຫວັດສາດ ແລະ ຮູບພາບ ກ່ຽວກັບການພົວພັນຮ່ວມມື ໃນການຊ່ວຍເຫລືອດ້ານຕ່າງໆ, ການເຄື່ອນໄຫວຢ້ຽມຢາມ ແລະ ການພົບປະຂອງສອງພັກ-ລັດຖະບານ ລາວ-ຈີນ ນັບແຕ່ປີ 1961-1975. ສ່ວນໄລຍະທີ II ເອກະສານປະຫວັດສາດ ແລະ ຮູບພາບ ກ່ຽວກັບການເພີ່ມທະວີຄວາມສາມັກຄີ ການພົວພັນຮ່ວມມືຢ່າງຮອບດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງສອງຊາດ ລາວ-ຈີນ ນັບແຕ່ປີ 1976 ເຖິງປັດຈຸບັນ.

ສໍາລັບປື້ມ “ສັກຂີພິຍານປະຫວັດສາດມິດຕະພາບ ລາວ-ຈີນ” ທີ່ໄດ້ຈັດພິມຂຶ້ນ ແລະ ນໍາສະເໜີໃນຄັ້ງນີ້, ມີ 500 ຫົວ, ເຊິ່ງມີເນື້ອໃນສ່ອງແສງເຖິງການພົວພັນຮ່ວມມື ແລະ ຄວາມສາມັກຄີມິດຕະພາບ ລາວ-ຈີນ ໃນຕົ້ນຊຸມປີ 70 ຂອງສະຕະວັດທີ 20, ເຊິ່ງສູນກາງພັກກອມມູນິດຈີນ ໄດ້ໃຫ້ການຊ່ວຍເຫລືອ ຮັບເອົາພະນັກງານພັກ-ລັດ, ຄອບຄົວ, ທະຫານ ແລະ ນັກສຶກສາລາວ ເຂົ້າມາປິ່ນປົວຢູ່ໂຮງໝໍຈ່ຽງປິ່ນຈົນຫາຍດີ ເປັນຈຳນວນຫລາຍ.

ໂອກາດນີ້, ທ່ານ ນາງ ລິວົງ ລາວລີ ໄດ້ກ່າວວ່າ: ຕະຫລອດໄລຍະ 60 ກວ່າປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ແລະ 15 ປີ ແຫ່ງການສ້າງຕັ້ງສາຍພົວພັນ ຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ເວົ້າລວມ ເວົ້າສະເພາະ ສາຍພົວພັນມິດຕະພາບ ຄວາມສະມັກຄີ ແລະ ການຮ່ວມື ລະຫວ່າງ ກົມເອກະສານແຫ່ງຊາດ ກະຊວງພາຍໃນ ແລະ ຫໍເອກະສານເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ທີ່ໄດ້ມີການພົວພັນຮ່ວມມືກັນ ທາງດ້ານວຽກງານເອກະສານ ນັບແຕ່ປີ 2018 ເປັນຕົ້ນມາ ໂດຍຜ່ານຂໍ້ມູນເອກະສານປະຫວັດສາດ ຂອງສອງຊາດ ໄດ້ກາຍເປັນມໍລະດົກອັນລໍ້າຄ່າ ແລະ ຫາຍາກ ພ້ອມກັນສືບຕໍ່ປົກປັກຮັກສາສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີ ທີ່ເປັນມູນເຊື້ອນີ້ໄວ້ໃຫ້ໝັ້ນຄົງແຂງແກ່ນຕະຫລອດໄປ.
ຂ່າວ: ວຽງຈັນໃໝ່
KPL