ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

06/03/2025 19:49
Email Print 452
ຂປລ ຂປລ. ໃນວັນທີ 6 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.




ຂປລ. ໃນວັນທີ
6 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານທູດອີ​ຢູ ທີ່ໄດ້ມາພົບປະແລກປ່ຽນ ແລະ ປຶກສາຫາລືກັນໃນຄັ້ງນີ້, ພ້ອມທັງ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ອີຢູ ນັບແຕ່ສອງຝ່າຍໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ, ພ້ອມທັງຕີລາຄາສູງຕໍ່ການຊ່ວຍເຫລືອຂອງ ອີຢູ ແກ່ ສປປ ລາວ ໃນຫລາຍຂົງເຂດວຽກງານ ໂດຍສະເພາະ ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄື ການຊ່ວຍເຫລືອເພື່ອຈັດກິດຈະກຳຕ່າງໆ ເປັນຕົ້ນ ກິດຈະກຳດ້ານສິລະປະ-ວັດທະນະທຳ, ວຽກງານສື່ມວນຊົນ, ວຽກງານມໍລະດົກ ແລະ ການທ່ອງທ່ຽວ ເຊິ່ງໄດ້ປະກອບສ່ວນສຳຄັນ ເຮັດໃຫ້ວຽກງານ ຂະແໜງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ສປປ ລາວ ໄດ້ຮັບການພັດທະນາ, ທັງປະກອບສ່ວນ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງ ສປປ  ລາວ ເຕີບໃຫຍ່ເຂັ້ມແຂງຂຶ້ນໄປເລື້ອຍໆ, ທັງເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຈະໄດ້ຮ່ວມເຮັດວຽກກັບທ່ານທູດ ສືບຕໍ່ປະຕິບັດບັນດາໂຄງການຊ່ວຍເຫລືອຂອງ ອີຢູ ໃນອະນາຄົດ ເພື່ອສ້າງບາດລ້ຽວໃໝ່ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ລາວ-ອີຢູ ກໍຄື ລະຫວ່າງກະຊວງ ຖວທ ແລະ ອີຢູ ໃຫ້ນັບມື້ນັບ ຂະຫຍາຍຕົວຂຶ້ນ ໄປເລື້ອຍໆ.

ທ່ານ Mark Gallagher ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ສວນສະຫວັນ ວິຍະເກດ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລະ ຫວ່າງ ສອງຝ່າຍ ອີຢູ-ລາວ ກໍຄື ອີຢູ ແລະ ກະຊວງ ຖວທ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆ ຂຶ້ນໄປເລື້ອຍໆ, ພ້ອມທັງຢືນຢັນວ່ າຈະສືບຕໍ່ເປັນຂົ້ວຕໍ່ ໃຫ້ການສະໜັບສະໜູນ ຊ່ວຍ ເຫລືອວຽກງານຕ່າງໆຂອງກະຊວງ ຖວທ ໃຫ້ໄດ້ຮັບການພັດທະນາໃນອະນາຄົດ. ພ້ອມນີ້, ທ່ານທູດ ຍັງໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ ແລະ ຜົນສຳເລັດ ໃນການຈັດຕັ້ງປະຕິບັດ ວຽກງານດ້ານຕ່າງໆ ຂອງກະຊວງ ຖວທ ຕື່ມອີກ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ ການເມືອງ

      ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ

      3/6/2025 7:44:41 PM

      ຂປລ. ງານວາງສະແດງເອກະສານ ປະຫວັດສາດ ແລະ ນໍາສະເໜີປື້ມ ສັກຂີພິຍານປະຫວັດສາດມິດຕະພາບ ລາວ-ຈີນ ຈັດຂຶ້ນວັນທີ 6 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຫລຽງດ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາການນໍາກະຊວງພາຍໃນ, ຄະນະຜູ້ແທນຫໍເອກະສານ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    • ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດການເມືອງ

      ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ

      3/6/2025 7:34:10 PM

      ຂປລ. ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ ໄປພ້ອມໆກັບແນວທາງຍຸດທະສາດ ແລະ ຍຸດໂທບາຍທີ່ຖືກຕ້ອງ ເຊິ່ງສະແດງອອກໃນໂຄງການ ການເມືອງສະບັບທໍາອິດ ເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນ ທີ່ເກີດຂຶ້ນ ຈາກຄວາມຄຽດແຄ້ນ ຕໍ່ແອກຄອບຄອງກົດຂີ່ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາ ຫັນໄປສູ່ບາດລ້ຽວໃໝ່-ບາດລ້ຽວແຫ່ງການປະຕິວັດ ຍາດເອົາເອກະລາດ, ອິດສະຫລະພາບຂອງຊາດ, ພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

    • ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດການເມືອງ

      ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

      3/6/2025 7:25:01 PM

      ຂປລ. ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໃນວັນທີ 04 ມີນາ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກ ການເງິນນະຄອນຫລວງວຽງຈັນ, ຫົວໜ້າສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນ 09 ຕົວເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການການເມືອງ

      ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

      3/6/2025 7:22:19 PM

      ຂປລ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສຳນັກງານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.

    • ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍການເມືອງ

      ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍ

      3/6/2025 7:11:22 PM

      ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ສອງຮ່າງກົດໝາຍສະບັບປັບປຸງຄື: ກົດໝາຍ ວ່າດ້ວຍການປົກ ຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຈັດຂຶ້ນໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ແລະ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ກະຊວງພາຍໃນ, ຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top