ຂປລ
ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ສອງຮ່າງກົດໝາຍສະບັບປັບປຸງຄື: ກົດໝາຍ ວ່າດ້ວຍການປົກ ຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຈັດຂຶ້ນໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ແລະ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ກະຊວງພາຍໃນ, ຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ກໍເພື່ອຮັບປະກັນໃຫ້ເນື້ອໃນ ຂອງຮ່າງກົດໝາຍ ສອງສະບັບດັ່ງກ່າວ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນກາງເດືອນມີນານີ້ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບການປັບປຸງລັດຖະທໍາມະນູນ ແລະ ການປັບປຸງລະບົບ ການປົກຄອງຂັ້ນທ້ອງຖິ່ນ ທັງຮັບປະກັນໃຫ້ວຽກງານພະນັກງານ-ລັດຖະກອນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຫລາຍຂຶ້ນ.

ກອງປະຊຸມຄັ້ງນີ້ ຍັງໄດ້ຄົ້ນຄວ້າ, ກວດກາເນື້ອໃນຮອບດ້ານຢ່າງລະອຽດຖີ່ຖ້ວນ ເຊິ່ງຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາ ແນໃສ່ເຮັດໃຫ້ເນື້ອໃນຮ່າງກົດໝາຍ ມີຄວາມຄົບຖ້ວນ, ຮັດກຸມ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍອື່ນທີ່ປະກາດໃຊ້ແລ້ວ, ນິຕິກໍາອື່ນທີ່ກ່ຽວຂ້ອງ ແລະ ແທດເໝາະກັບສະພາບຕົວຈິງ. ພາຍຫລັງສໍາເລັດກອງປະຊຸມ, ແມ່ນຈະໄດ້ລາຍງານຜົນການກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍ ຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາ.
ຂ່າວ: ສອນສັກ ວັນວິໄຊ
KPL