ຄະນະຜູ້ແທນການທະຫານຂັ້ນສູງຂອງລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

06/03/2025 19:22
Email Print 463
ຂປລ ຂປລ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສຳນັກງານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.




ຂປລ. ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ເຊິ່ງນຳໂດຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສຳນັກງານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ.

      



ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງຈາກພັກ ແລະ ລັດ ໃຫ້ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ເຊື່ອໝັ້ນວ່າ ໃນຕຳແໜ່ງໃໝ່ ຂອງຕົນ, ຈະປະກອບສ່ວນນຳພາ ກອງທັບປະຊາຊົນລາວ ໃຫ້ນັບມື້ນັບພັດທະນາ ແລະ ການພົວພັນຮ່ວມມືດ້ານການທະຫານ ລະຫວ່າງກອງທັບ ຫວຽດນາມ-ລາວ ນັບມື້ນັບເຂັ້ມແຂງ, ເຊິ່ງໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ເວົ້າລວມເວົ້າສະເພາະ ການຮ່ວມມື ລະຫວ່າງກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ-ລາວ ບັນລຸໄດ້ໝາກຜົນສູງ, ສືບຕໍ່ເປັນເສົາຄ້ຳອັນສຳຄັນ ໃນການພົວພັນສອງຝ່າຍ ຫວຽດນາມ-ລາວ ໃນນັ້ນ, 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ໃນການເປັນເສນາທິການ ໃຫ້ບັນດາການນຳພັກ, ລັດກ່ຽວກັບບັນດາບັນຫາ ຍຸດທະສາດດ້ານການທະຫານ, ປ້ອງກັນຊາດຂອງແຕ່ລະປະເທດ; ການຮ່ວມມືດ້ານກອງທັບ ແລະ ການທະຫານໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ; ທະຫານຊາຍແດນ ແລະ ກອງບັນຊາການທະຫານຊາຍແດນ ຂອງສອງປະເທດ ໄດ້ສົມທົບກັນຢ່າງແໜ້ນແຟ້ນ ໃນການຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມ ຢູ່ເຂດຊາຍແດນ; ການຮ່ວມມືດ້ານ ການບຳລຸງສ້າງຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບຄວາມສຳຄັນເປັນພິເສດຂອງສອງຝ່າຍ ທັງດ້ານປະລິມານ ແລະ ຄຸນນະພາບ; ການຮ່ວມມືດ້ານການຂົນສົ່ງ ແລະ ດ້ານວຽກອຸດສາຫະກໍາກະຊວງປ້ອງກັນປະເທດ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ.






ໃນຕໍ່ໜ້າ
2 ຝ່າຍໄດ້ເຫັນດີເປັນເອກະພາບ, ບົນພື້ນຖານບັນດາເອກະສານ ທີ່ການນຳກະຊວງປ້ອງກັນປະເທດ 2 ປະເທດໄດ້ລົງນາມ, ໄດ້ສະເໜີໃຫ້ສຸມໃສ່ຊຸກຍູ້ການພົວພັນຮ່ວມມື ໃນບັນດາເນື້ອໃນສຳຄັນຄື: ສົມທົບກັນຜັນຂະຫຍາຍບັນດາເນື້ອໃນ ການຮ່ວມມືຢ່າງມີປະສິດທິຜົນ ຕາມຄວາມຮັບຮູ້ຮ່ວມ ຂອງການນຳຂັ້ນສູງ ຂອງສອງປະເທດ, ພິເສດແມ່ນສັນຍາຮ່ວມມື ລະຫວ່າງສອງປະເທດ ຫວຽດນາມ-ລາວ ໃນປີ 2024; ການພົບປະລະຫວ່າງການນຳພັກ-ລັດ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ (22/02/2025); ເພີ່ມທະວີການແລກປ່ຽນ ບັນດາບັນຫາຍຸດທະສາດ ຜ່ານກອງປະຊຸມຂັ້ນສູງ ແລະ ກົນໄກສົນທະນາ ນະໂຍບາຍປ້ອງກັນປະເທດ; ສະໜັບສະໜູນລາວ ໃນການສ້າງຕັ້ງກຳລັງຮັກສາສັນຕິພາບສະຫະປະຊາຊາດ; ເພີ່ມທະວີການຮ່ວມມືລະຫວ່າງກອງທັບ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ; ເອົາໃຈໃສ່ການຮ່ວມມືດ້ານ ການບຳລຸງສ້າງຊັບພະຍາກອນມະນຸດ; ຊຸກຍູ້ການຮ່ວມມືດ້ານການຂົນສົ່ງ, ເຕັກໂນໂລຊີ ຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນປະເທດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫລາຍຝ່າຍ.

     



ໂອກາດນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ຢັ້ງຢືນເຖິງຄວາມໝາຍຄວາມສໍາຄັນ ຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ ຂອງຄະນະຜູ້ແທນການທະຫານ ຂັ້ນສູງກອງທັບປະຊາຊົນລາວ ພ້ອມທັງເນັ້ນໜັກວ່າ:
ໃນໄລຍະຜ່ານມາ ການຮ່ວມມືດ້ານປ້ອງກັນຊາດ ລາວ-ຫວຽດນາມ ນັບມື້ນັບພັດທະນາ ຢ່າງເລິກເຊິ່ງ ແລະ ບັນລຸໄດ້ໝາກຜົນສູງ, ເຊິ່ງໃນປີ 2024 ຜ່ານມາ, ການຮ່ວມມືລະຫວ່າງກອງທັບສອງປະເທດ ໄດ້ຮັບການພັດທະນາຢ່າງຮອບດ້ານ ໃນຂົງເຂດການແລກປ່ຽນຄະນະຜູ້ແທນ, ການຝຶກອົບຮົມ, ການທະຫານ ແລະ ການພົບປະແລກປ່ຽນການທະຫານ. ພ້ອມກັນນັ້ນ, ສອງຝ່າຍກໍຕັ້ງໜ້າ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສສາກົນ.
ພ້ອມນີ້, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຍັງເຫັນດີເປັນເອກະພາບໃນຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ແລະ ກອງທັບສອງປະເທດ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມຕະຫລອດໄປ.

        ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ພ້ອມຄະນະຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກລັດຖະມົນຕີ ກະຊວງປ້ອງກັນປະເທດຫວຽດນາມອີກດ້ວຍ.

ຂ່າວ: ໜັງສືພິມກອງທັບ
KPL

ຂ່າວອື່ນໆ

    • ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າການເມືອງ

      ກະຊວງ ຖວທ ແລະ ທູດອີຢູ ຫາລືແຜນການຮ່ວມມືໃນຕໍ່ໜ້າ

      3/6/2025 7:49:00 PM

      ຂປລ. ໃນວັນທີ 6 ມີນາ 2025 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Mark Gallagher ເອກອັກຄະລັດຖະທູດສະຫະພາບເອີຣົບ (ອີຢູ) ປະຈຳ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ກະຊວງ ຖວທ ແລະ ຫ້ອງການ ອີຢູ ປະຈຳ ລາວ ໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ.

    • ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ ການເມືອງ

      ໄຂງານວາງສະແດງ ເອກະສານປະຫວັດສາດ ລາວ-ຈີນ

      3/6/2025 7:44:41 PM

      ຂປລ. ງານວາງສະແດງເອກະສານ ປະຫວັດສາດ ແລະ ນໍາສະເໜີປື້ມ ສັກຂີພິຍານປະຫວັດສາດມິດຕະພາບ ລາວ-ຈີນ ຈັດຂຶ້ນວັນທີ 6 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ຫລຽງດ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາການນໍາກະຊວງພາຍໃນ, ຄະນະຜູ້ແທນຫໍເອກະສານ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

    • ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດການເມືອງ

      ການກໍາເນີິດພັກ ປປລ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ

      3/6/2025 7:34:10 PM

      ຂປລ. ການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດ ໄປພ້ອມໆກັບແນວທາງຍຸດທະສາດ ແລະ ຍຸດໂທບາຍທີ່ຖືກຕ້ອງ ເຊິ່ງສະແດງອອກໃນໂຄງການ ການເມືອງສະບັບທໍາອິດ ເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນ ທີ່ເກີດຂຶ້ນ ຈາກຄວາມຄຽດແຄ້ນ ຕໍ່ແອກຄອບຄອງກົດຂີ່ ຂອງພວກຈັກກະພັດລ່າເມືອງຂຶ້ນ ແລະ ສັກດີນາ ຫັນໄປສູ່ບາດລ້ຽວໃໝ່-ບາດລ້ຽວແຫ່ງການປະຕິວັດ ຍາດເອົາເອກະລາດ, ອິດສະຫລະພາບຂອງຊາດ, ພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ.

    • ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດການເມືອງ

      ກະຊວງການເງິນ ຫາລື ກຽມຄວາມພ້ອມເຮັດວຽກຮ່ວມກັບ ອົງການກວດກາແຫ່ງລັດ

      3/6/2025 7:25:01 PM

      ຂປລ. ກົມກວດກາລັດ ກະຊວງການເງິນ ຈັດກອງປະຊຸມ ປຶກສາຫາລື ແລະ ກະກຽມຄວາມພ້ອມເຮັດວຽກຮ່ວມກັບຄະນະກວດກາ ຈາກອົງການກວດກາແຫ່ງລັດ ໃນວັນທີ 04 ມີນາ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມກວດກາລັດ, ຫົວໜ້າພະແນກ ການເງິນນະຄອນຫລວງວຽງຈັນ, ຫົວໜ້າສ່ວຍສາອາກອນນະຄອນຫລວງວຽງຈັນ ແລະ ຫົວໜ້າສ່ວຍສາອາກອນ 09 ຕົວເມືອງ ຂອງນະຄອນຫລວງວຽງຈັນ ເຂົ້າຮ່ວມ.

    • ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍການເມືອງ

      ສພຊ ຄົ້ນຄວ້າ ແລະ ກວດກາເນື້ອໃນຮອບດ້ານ 2 ຮ່າງກົດໝາຍ

      3/6/2025 7:11:22 PM

      ຂປລ. ກອງປະຊຸມກວດກາເນື້ອໃນຮອບດ້ານ ສອງຮ່າງກົດໝາຍສະບັບປັບປຸງຄື: ກົດໝາຍ ວ່າດ້ວຍການປົກ ຄອງທ້ອງຖິ່ນ ແລະ ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ ຈັດຂຶ້ນໃນລະຫວ່າງວັນທີ 4-6 ມີນາ 2025 ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ແລະ ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມາທິການທີ່ກ່ຽວຂ້ອງຂອງ ສພຊ, ກະຊວງພາຍໃນ, ຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ads
ads

Top