ສປຊ ກ່າວເຕືອນສິດແມ່ຍິງຖືກບຸກໂຈມຕີດ້ວຍບັນດາໄພນາບຂູ່ໃໝ່

08/03/2025 23:23
Email Print 189
ຂປລ ພິທີ ສະເຫລີມ ສະຫລອງ ວັນແມ່ຍິງ ສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ຢູ່ສະມັດຊາໃຫ່ຍ ສປຊ, ທ່ານ ອັນໂຕນີໂອ ກູເຕີເຣສ(Antonio Guterres) ເລຂາທິການໃຫ່ຍ ສປຊ ໄດ້ກ່າວເຕືອນວ່າ: ສະພາບ ຈຳແນກ ການປະພຶດ ຕໍ່ແມ່ຍິງ ທີ່ແກ່ຍາວ ໃນເວລາເປັນ ສັດຕະວັດ ພວມຖືກໜັກໜ່ວງກ່ວາ ຍ້ອນບັນດາ ໄພນາບຂູ່ໃໝ່.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ພິທີ ສະເຫລີມ ສະຫລອງ ວັນແມ່ຍິງ ສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ຢູ່ສະມັດຊາໃຫ່ຍ ສປຊ, ທ່ານ ອັນໂຕນີໂອ ກູເຕີເຣສ(Antonio Guterres) ເລຂາທິການໃຫ່ຍ ສປຊ ໄດ້ກ່າວເຕືອນວ່າ: ສະພາບ ຈຳແນກ ການປະພຶດ ຕໍ່ແມ່ຍິງ ທີ່ແກ່ຍາວ ໃນເວລາເປັນ ສັດຕະວັດ ພວມຖືກໜັກໜ່ວງກ່ວາ ຍ້ອນບັນດາ ໄພນາບຂູ່ໃໝ່. ສິດຂອງແມ່ຍິງ ພວມຖືກບຸກໂຈມຕີ ແລະ ໂລກບໍ່ສາມາດ ເຫັນບັນດາຄວາມກ້າວໜ້າ ຖືກຕ່າວປີ້ນໄດ້.ຈາກນັ້ນ ທ່ານ ເລຂາທິການໃຫ່ຍ ສປຊ, ທ່ານ ນາງ Sima Sami Bahous, ຜູ້ອຳນວຍການ ຝ່າຍບໍລິຫານຂອງອົງການ ສປຊ ເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women), ໃຫ້ຮູ້ວ່າ ເປົ້າໝາຍ ເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ກາຍເປັນບັນຫາ ຮິບດ່ວນຍິ່ງກ່ວາ ເວລາໃດໝົດ ຂະນະທີ່ ບັນດາສິ່ງກີດຂວາງບົນເສັ້ນທາງນັ້ນ ພັດຈະແຈ້ງກ່ວາ, ຕ້ອງການຄວາມຕັດສິນໃຈ ທີ່ໝັ້ນຄົງໜັກແໜ້ນກ່ວາ.ຄະນະກຳມະການ ເອີລົບ (EC) ໄດ້ປະກາດຢ່າງເປັນທາງການ ເສັ້ນທາງສິດຂອງແມ່ຍິງ ແລະ ສະເໜີບົດລາຍງານກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2025. ນີ້ແມ່ນບາດກ້າວເດີນສຳຄັນ ໃນການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ສະຫະ ພາບ ເອີລົບ (EU), ພ້ອມທັງສ່ອງແສງຄຳໝັ້ນສັນຍາຢ່າງແຮງຂອງ EU ທີ່ມີຕໍ່ສິດຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກຍິງ, ຈາກນັ້ນ ຈະສ້າງສັງຄົມ ແຫ່ງຄວາມຍຸດຕິທຳ ແລະ ສະເໝີພາບ ກ່ວາອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top