ຂປລ
ສປ ຈີນ ກັບອູແກຣນ ໄດ້ເຊັນ ອະນຸສັນຍາ ກ່ຽວກັບ ການສົ່ງຜະລິດຕະພັນ ກະສິກຳ ອູແກຣນ ເຂົ້າສູ່ ສປ ຈີນ 2 ສະບັບ ຢູ່ນະຄອນຫລວງ ກີແອບ ໂດຍໄດ້ເປີດຊ່ອງທາງ ໃຫ້ເຖົ່າລັນເຕົາ ແລະ ຜະລິດຕະພັນສັດນ້ຳທຳມະຊາດ ຂອງອູແກຣນ ເຂົ້າສູ່ຕະຫລາດຈີນ.
ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ສປ ຈີນ ກັບອູແກຣນ ໄດ້ເຊັນ ອະນຸສັນຍາ ກ່ຽວກັບ ການສົ່ງຜະລິດຕະພັນ ກະສິກຳ ອູແກຣນ ເຂົ້າສູ່ ສປ ຈີນ 2 ສະບັບ ຢູ່ນະຄອນຫລວງ ກີແອບ ໂດຍໄດ້ເປີດຊ່ອງທາງ ໃຫ້ເຖົ່າລັນເຕົາ ແລະ ຜະລິດຕະພັນສັດນ້ຳທຳມະຊາດ ຂອງອູແກຣນ ເຂົ້າສູ່ຕະຫລາດຈີນ. ທ່ານ ໝ໋າເຊີ່ງຄູ່ນ ເອກອັກຄະລັດຖະທູດຈີນ ປະຈຳ ອູແກຣນ ໄດ້ພົບປະກັບ ທ່ານ ວິຕາລີ ໂກວາເລ ລັດຖະມົນຕີ ກະຊວງ ນະໂຍບາຍ ກະສິກຳ ແລະ ທັນຍາຫານ ອູແກຣນ.ຫລັງຈາກ ສປ ຈີນ ກັບອູແກຣນ ສາມາດ ຊ່ອຍຊຸກຍູ້ ໜູນກັນໄດ້ຫລາຍ ແລະ ມີກຳລັງແຮງ ບົ່ມຊ້ອນໃຫຍ່ ໃນຂົງເຂດ ກະສິກຳ. ສປ ຈີນ ຍິນດີເພີ່ມທະວີ ການຮ່ວມມື ທີ່ກ່ຽວຂ້ອງຕື່ມອີກ.ໂດຍສອງຝ່າຍ ຍັງໄດ້ແລກປ່ຽນ ຄວາມຄິດເຫັນ ກ່ຽວກັບ ການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດ ກະສິກຳ ລະຫວ່າງຝ່າຍ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL