ວັນແມ່ຍິງສາກົນ 8 ມີນາ 2025

06/03/2025 10:28
Email Print 530
ຂປລ ວັນແມ່ຍິງສາກົນ 8 ມີນາ ແມ່ນວັນສະເຫລີມສະຫລອງຄວາມສຳເລັດ ແລະ ການປະກອບສ່ວນຂອງແມ່ຍິງໃນສັງຄົມ ແລະ ການແກ້ໄຂບັນຫາຊ່ອງວ່າງ ແລະ ຄວາມແຕກຕ່າງລະຫວ່າງເພດ.

    *ວັນແມ່ຍິງສາກົນ 8 ມີນາ ແມ່ນວັນສະເຫລີມສະຫລອງຄວາມສຳເລັດ ແລະ ການປະກອບສ່ວນຂອງແມ່ຍິງໃນສັງຄົມ ແລະ ການແກ້ໄຂບັນຫາຊ່ອງວ່າງ ແລະ ຄວາມແຕກຕ່າງລະຫວ່າງເພດ. ການສະເຫລີມສະຫລອງນີ້ມີມາແຕ່ຊຸມປີ 1900 (ປີ 1910) ແລະ ມີຄວາມໝາຍສຳຄັນສຳລັບຂະບວນການເຕົ້າໂຮມປະຊາຊົນໝົດໂລກ ເພື່ອແກ້ໄຂບັນຫາຄວາມບໍ່ສະເໝີພາບທາງເພດ. ວັນແມ່ຍິງສາກົນ 8 ມີນາຮັບຮູ້ຄວາມທ້າທາຍ, ສະທ້ອນໃຫ້ເຫັນຄວາມກ້າວໜ້າ, ຄວາມຄືບໜ້າ ແລະ ສິ່ງທ້າທາຍຕ່າງໆທີ່ກ່ຽວພັນກັບການ ຈຳແນກເພດ. 

     ອົງການສະຫະປະຊາຊາດ, ເປັນຄັ້ງທຳອິດ ປີ 1977 ຮັບຮູ້ວັນແມ່ຍິງສາກົນ 8 ມີນາ ແມ່ນເກີດຈາກຂະບວນການແຮງງານຂອງສະຕະວັດທີ XX. ທົ່ວໂລກສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ ໃນທຸກໆປີ ແລະ ມີຫລາຍໆປະເທດກ້າວໜ້າທີ່ອະນຸມັດໃຫ້ເປັນວັນພັກລັດຖະການ ຊຶ່ງໃນນັ້ນລວມທັງ ສປປ ລາວ ເຮົາ.ຈຸດເດັ່ນຂອງການສະເຫລີມສະຫລອງປີນີ້ ແມ່ນການສະເຫລີມສະຫລອງວັນສຳເລັດດ້ານຕ່າງໆ ຂອງແມ່ຍິງໃນໂລກເຊັ່ນ: ດ້ານການເມືອງ, ວັດທະນະທຳ, ສັງຄົມ ແລະ ເສດຖະກິດ, ແມ່ນການເຜີຍແຜ່ກະຈາຍຄວາມຮັບຮູ້ກ່ຽວກັບຄວາມຕ້ອງການຄວາມສະເໝີພາບທາງເພດ ແລະ ຫລາຍໆບັນຫາທີ່ແມ່ຍິງພວມຜະເຊີນໜ້າໃນວັນນີ້ ແລະ ວັນຕໍ່ໆໄປໃນຊີວິດຂອງຄວາມເປັນແມ່ຍິງ. ວັນແມ່ຍິງສາກົນ 8 ມີນາ ແມ່ນຂະບວນການອັນມີພະລັງທີ່ສະໜັບສະໜູນສິດ ຂອງແມ່ຍິງ ແລະ ແກ້ໄຂບັນຫາຕ່າງໆເປັນຕົ້ນຊ່ອງວ່າງລະຫວ່າງເພດ, ຄວາມຮຸນແຮງທີ່ມາຈາກເລື່ອງເພດ ແລະ ການມີຕົວແທນຂອງແມ່ຍິງ ຢູ່ໃນອົງການອຳນາດຂອງປະເທດ. 

   ຫົວຂໍ້ຂອງວັນແມ່ຍິງສາກົນ 8 ມີນາ 2025 ແມ່ນ “ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ: ສິດ ແລະ ຄວາມສະເໝີພາບ” (For all women and girls: Right-Equality). ຈຸດປະສົງຂອງຫົວຂໍ້ນີ້ແມ່ນແນໃສ່ຍົກຄວາມຮັບຮູ້ກ່ຽວກັບການຈຳແນກເພດ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງເພດ. ມັນແມ່ນສິດຂອງແມ່ຍິງທຸກໆຄົນ ແລະ ຢູ່ທຸກໆບ່ອນ. ຫົວຂໍ້ຂອງວັນແມ່ຍິງສາກົນ 8 ມີນາ 2025 ແມ່ນການເລັ່ງການປະຕິບັດການທີ່ແມ່ຍິງມີສ່ວນຮ່ວມຫລາຍຂຶ້ນ ເພື່ອສ້າງໂລກແບບມີສ່ວນຮ່ວມທາງເພດ. ການສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ 2025 ແມ່ນໂອກາດລວມຂອງໂລກ ໃນການໃຫ້ກຽດແກ່ຜົນສຳເລັດຂອງແມ່ຍິງ ແລະ ເປັນການສະໜັບສະໜູນຄວາມສະເໝີພາບທາງເພດ. ໂອກາດນ້ີ ສະແດງໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການສ້າງ ຄວາມເຂັ້ມແຂງດ້ານອຳນາດຂອງ ແມ່ຍິງໃນທຸກຂະແໜງການນັບຈາກການເມືອງ ແລະ ທຸກລະກິດກໍຄືການສຶກສາ ແລະ ສຸຂະພາບ.

   ສ່ວນຄຳຂວັນ (slogan) ຂອງວັນແມ່ຍິງ 8 ມີນາ 2025 ມີດັ່ງນີ້: “ເລັ່ງການປະຕິບັດ” ເພື່ອຊຸກຍູ້ໃຫ້ຄວາມຄືບໜ້າດ້ານຄວາມສະເໝີພາບທາງເພດໃຫ້ໄວຂຶ້ນກວ່າເກົ່າ. (“Accelerate Action” to push for faster gender equality progress). ສ່ວນສີທີ່ນຳໃຊ້ສຳລັບວັນແມ່ຍິງສາກົນ 8 ມີນາ 2025 ແມ່ນມີ 3 ສີ ຄື: ສີມ້ວງໝາຍເຖິງຄວາມຍຸຕິທຳ;  ສີຂຽວໝາຍເຖິງຄວາມຫວັງ ແລະ ສີຂາວ ໝາຍເຖິງຄວາມບໍລິສຸດ.

   ບັນດາທ່ານຜູ້ອ່ານທີ່ຮັກແພງ, ເມື່ອເວົ້າກ້ຽວມາເຖິງແມ່ຍິງລາວ, ຂ້າພະເຈົ້າຢາກເວົ້າວ່າ ແມ່ຍິງລາວພວກເຮົາແມ່ນມີໂຊກ ແລະ ໂຊກດີທີ່ມີຊີວິດ ແລະ ເກີດມາໃນປະເທດລາວ ເພາະວ່າພັກປະຊາຊົນປະຕິວັດລາວ ແລະ ລັດຖະບານລາວບໍ່ວ່າເວລາໃດ ແລະ ແຫ່ງຫົນໃດໃນອະດີດຈົນຮອດປັດຈຸບັນ, ນັບຕັ້ງແຕ່ໂຄງການການເມືອງຄັ້ງທຳອິດ 12 ຂໍ້ ຈົນມາຮອດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຂອງລັດຖະບານປັດຈຸບັນ, ພັກ-ລັດແມ່ນໃຫ້ຄວາມສຳຄັນເປັນຢ່າງຍິ່ງໃນການປົດປ່ອຍແມ່ຍິງ ແລະ ການສົ່ງເສີມບົດບາດຄວາມສະເໝີພາບຍິງ-ຊາຍ. ເວລາເປັນເອກອັກຄະລັດຖະທູດແມ່ຍິງລາວຢູ່ຕ່າງປະເທດ ຍິ່ງເຮັດໃຫ້ຂ້າພະເຈົ້າເຫັນໄດ້ວ່າການສົ່ງເສີມຄວາມສະເໝີພາບຍິງ- ຊາຍ ແລະ ການສົ່ງເສີມບົດບາດຂອງແມ່ຍິງລາວ ໂດຍພັກ-ລັດ ທັງ ໃນລະດັບຊາດ ແລະ ລະດັບສາກົນ ແມ່ນຢູ່ໃນຂັ້ນແຖວໜ້າ ແລະ ບໍ່ມີ ຫຍັງນ້ອຍໜ້າປະເທດອື່ນໆໃນໂລກ. ໃນທີ່ນີ້, ໃນບົດສະຫລຸບຂອງ ບົດນີ້ຂ້າພະເຈົ້າເຫັນວ່າແມ່ຍິງລາວ ເຮົາຍິ່ງມີກຳລັງໃຈເພື່ອສືບຕໍ່ບຸກ ບືນສູ້ຕໍ່ຕໍ່ໄປໃນຕໍ່ໜ້າ ເພື່ອຈະໄດ້ເຫັນຜົນສຳເລັດຍິ່ງໃຫຍ່ກວ່າເກົ່າວ່າແມ່ຍິງລາວເຮົາຄວນຈະເຮັດຫຍັງ ແລະ ຈະໄດ້ຫຍັງເພີ່ມຂຶ້ນຕື່ມໃນດ້ານຕ່າງໆໃນອະນາຄົດເຊັ່ນ:

-ຄວາມກ້າວໜ້າໃນການມີອຳ ນາດດ້ານເສດຖະກິດ ໂດຍການ ຮັບປະກັນການເຂົ້າເຖິງຊັບພະຍາ ກອນ ແລະ ໂອກາດສຳລັບແມ່ຍິງ ລາວໃນການມີສ່ວນເປີເຊັນຫລາຍ ຂ້ຶນກວ່າເກ່ົາໃນອົງການອຳນາດ ການນຳຂອງປະເທດ.

-ຊຸກຍູ້ການປະຕິບັດນິຕິບັນຍັດ ແລະ ນະໂຍບາຍທ່ີນຳປະໂຫຍດມາ ໃຫ້ແມ່ຍິງລາວ.

- ຊຸກຍູ້ເຮັດໃຫ້ບ່ອນທຳງານ ຂອງແມ່ຍິງລາວໃຫ້ຈັດຕັ້ງປະຕິບັດ ນະໂຍບາຍການມີສ່ວນຮ່ວມທີ່ສະ ໜັບສະໝູນແມ່ຍິງລາວໃຫ້ໄດ້ເປັນ ການນຳ ແລະ ຜູ້ນຳຜູ້ປະກອບການ.

- ສະໜັບສະໜູນອົງການຈັດຕັ້ງ ຮາກຖານຜູ້ອຸດທິຕົນໃນການຍົກ ສູງບົດບາດຂອງແມ່ຍິງ ແລະ ເດັກ ຍິງໃນຊຸມຊົນທີ່ດ້ອຍໂອກາດ.

(ຄວາມຮຽກຮ້ອງຕ້ອງການ 4 ຂໍ້ດັ່ງກ່າວນີ້ ແມ່ນຄວາມຮຽກ ຮ້ອງຕ້ອງການຂອງແມ່ຍິງໝົດ ໂລກເຊັ່ນກັນ)

ວັນແມ່ຍິງສາກົນ 8 ມີນາ ໝັ້ນຍືນ !

KPL

ຂ່າວອື່ນໆ

ads
ads

Top