ຂປລ
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ວັນທີ 22 ມີນາ ປີ 1955-22 ມີນາ 2025 ນີ້, ຫລາຍພາກສ່ວນໃນສັງຄົມລ້ວນແຕ່ໄດ້ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນດັ່ງກ່າວໃຫ້ມີຄວາມເລິກ ເຊິ່ງ ຕິດພັນກັບການໃຫ້ທັດສະນະຕໍ່ການນຳພາ-ຊີ້ນຳຂອງພັກຕະຫລອດໄລຍະ 70 ປີ.
*ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໄດ້ໝູນວຽນມາຮອດອີກເທື່ອໜຶ່ງ ວັນທີ 22 ມີນາ ປີ 1955-22 ມີນາ 2025 ນີ້, ຫລາຍພາກສ່ວນໃນສັງຄົມລ້ວນແຕ່ໄດ້ອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນດັ່ງກ່າວໃຫ້ມີຄວາມເລິກ ເຊິ່ງ ຕິດພັນກັບການໃຫ້ທັດສະນະຕໍ່ການນຳພາ-ຊີ້ນຳຂອງພັກຕະຫລອດໄລຍະ 70 ປີມານີ້, ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂຫລຸດນ້ອຍຖອຍລົງ, ພື້ນຖານໂຄງລ່າງຕ່າງໆຖືກພັດທະນາດີຂຶ້ນເທື່ອລະກ້າວ.

ທ່ານ ບຸນຍັງ ເລືອງວັນຄຸນ ນາຍບ້ານນ້ຳໂມ້ ເມືອງອານຸວົງ ແຂວງໄຊສົມບູນ ໄດ້ໃຫ້ທັດສະນະວ່າ: ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວຕະຫລອດໄລຍະ 70 ປີມານີ້, ເວົ້າລວມເວົ້າສະເພາະບ້ານນ້ຳໂມ ແມ່ນໄດ້ຮັບການພັດທະນາດີຂຶ້ນບໍ່ວ່າດ້ານຄົມມະນາຄົມ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນ້ຳລິນ ແລະ ສິ່ງທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນແມ່ນຖືກຍົກລະດັບ, ພັດທະນາດີຂ້ຶນທັງໝົດເລ່ົານີ້ ເປັນເງື່ອນໄຂສະດວກໃຫ້ແກ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍ່ຄືລູກບ້ານຕົນໄດ້ຖືກ ແກ້ໄຂນັບມື້ຫລຸດລົງ ເຊິ່ງສະແດງໃຫ້ເຫັນທົ່ວບ້ານມີຈຳນວນ 470 ກວ່າຄອບຄົວ, ມີພົນລະເມືອງກວ່າ 2.000 ພັນຄົນ. ດ້ວຍແນວທາງຖືກຕ້ອງບວກໃສ່ການສຸມທຶນຮອນພາຍໃນ ແລະ ຍາດແຍ່ງທຶນຊ່ວຍເຫລືອຈາກພາຍນອກເຂົ້າມາພັດທະນາບ້ານເມືອງ ໂດຍສະເພາະແມ່ນບ້ານນ້ຳໂມ້ ເຮັດໃຫ້ມາຮອດປັດຈຸບັນຄອບຄົວຫລຸດພົ້ນຄວາມທຸກຍາກກວມຫລາຍກວ່າ 70% ແລ້ວ.

ນາຍບ້ານນ້ຳໂມ້ ກ່າວຕ່ືມວ່າ: ບໍ່ວ່າຍາມໃດພັກແມ່ນເປັນຫ່ວງເປັນໄຍຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ເຊິ່ງນອກຈາກເອົາໃຈໃສ່ສຸມທຶນສ້າງສາພັດທະນາບ້ານເມືອງແລ້ວ, ຍັງໄດ້ເອົາໃຈໃສ່ຕໍ່ການລົງເຜີຍແຜ່ແນວທາງນະໂຍບາຍຂອງພັກສູ່ປະຊາຊົນ ໃນແຕ່ລະໄລຍະ, ແຕ່ລະຍຸກຕາມແນວທາງປ່ຽນແປງຂອງພັກ ເພື່ອໃຫ້ປະຊາຊົນມີຄວາມຮັບຮູ້ເຂົ້າໃຈໄປພ້ອມໆກັບການເປັນເຈົ້າການຈັດຕັ້ງປະຕິບັດເປັນໄລຍະໆມາເຖິງປັດຈຸບັນ.

ໂດຍ: ຢ່າຕົ່ງ
KPL