ລ້ຽງປາ ຕິດພັນກັບການບໍລິການ ສ້າງລາຍຮັບ 300 ລ້ານກີບຕໍ່ປີ

04/03/2025 11:13
Email Print 422
ຂປລ ປັດຈຸບັນ ປະຊາຊົນລາວຫັນມາເຮັດອາຊີບກະສິກໍາປູກຝັງ -ລ້ຽງສັດ ຄຽງຄູ່ກັບການບໍລິການຮ້ານ ອາຫານຫລາຍຂຶ້ນ ເນື່ອງຈາກວ່າທໍາ ມະຊາດແມ່ນບ່ອນບໍາບັດຈິດໃຈຜູ້ຄົນໃຫ້ຜ່ອນຄາຍຄວາມອິດເມື່ອຍຈາກວຽກງານ.

   *ປັດຈຸບັນ ປະຊາຊົນລາວ​ຫັນມາ​ເຮັດ​ການ​ເຮັດອາຊີບ​ກະສິກໍາປູ​ກຝັງ​-ລ້ຽງສັດ  ຄຽງຄູ່​ກັບ​ການບໍ​ລິ​ການ​ຮ້ານ​ອາຫານຫລາຍ​ຂຶ້ນ ​ເນື່ອງ​ຈາກ​ວ່າທໍາ​ມະ​ຊາດແມ່ນ​ບ່ອນ​ບໍາບັດ​ຈິດ​ໃຈ​ຜູ້​ຄົນ​ໃຫ້​ຜ່ອນ​ຄ້າ​ຍຄວາມ​ອິດ​ເມື້ອຍຈາກ​ວຽກງານ, ສະ​ນັ້ນ, ​​ເຮົາ​ຈຶ່ງ​ເຫັນ​ວ່າບັນດາ​ທຸລະ​ກິດຮ້ານ​ອາຫານ ຈະ​ມີ​ການ​ຕົບ​ແຕ່ງ​ລັກ​ສະ​ນະ​​ເປັນຕູບ, ກິນ​ປາ​ທໍາ​ມະຊາດທີ່​ສົດ​ໃໝ່ໃນ​ແຕ່​ລະ​ມື້ເຊິ່ງເປັນ​ການ​ດຶງ​ດູດ​ຜູ້​ຄົນ​ໄດ້​ຈໍານວນ​ຫລາຍ ດັ່ງ​ນັ້ນ, ຈຶ່ງ​ເປັນ​ຜົນ​ດີ​ໃຫ້​ຜູ້​ປະກອບ​ການທີ່​ເຮັດ​ອາຊີບ​ນີ້ສາມາດລາຍ​ຮັບ​ໄດ້​ຫລາຍ​ລ້ານ​ກີບ​ຕໍ່ປີ ​ເໝືອນທ່ານ ສີສຸ້ຍ ພັດທະນາ ທີ່​ປະສົບ​ຜົນ​ສໍາ​ເລັດເຮັດ​ອາຊີບ​ກະສິກໍາປູກຝັງ​-ລ້ຽງສັດ ຄຽງຄູ່​ກັບ​ການບໍ​ລິ​ການ​ຮ້ານ​ອາຫານ.


    ທ່ານ ສີສຸ້ຍ ພັດທະນາ  ບ້ານອຸດົມສຸກ ເມືອງເຊໂປນ ແຂວງສະຫວັນນະເຂດ ເປັນອີກໜຶ່ງຄອບຄົວຕົວແບບໃນການລ້ຽງປາ ຕິດພັນກັບການບໍລິການຮ້ານອາຫານ ເພື່ອເປັນການບໍລິການນັກທ່ອງທ່ຽວ ເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ  ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ໂດຍກໍາແໜ້ນ ແລະ ເຊື່ອມຊຶມຕໍ່ແນວທາງປ່ຽນແປງໃໝ່ຂອງພັກ-ລັດເຮົາ, ຕໍ່ກັບການສ້າງເສດຖະກິດຄອບຄົວເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ, ໂດຍຕິດພັນກັບທ່າແຮງຂອງຄອບຄົວກໍ່ໄດ້ຊອກທຸກເງື່ອນໄຂໃນການສ້າງແຫລ່ງລາຍຮັບ ເພື່ອພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຢູ່ມີກິນ ພາຍໃນຄອບຄົວມີສຳມະຊິກ 6 ຄົນ ຍິງ 2 ຄົນ ແຮງງານຕົ້ນຕໍ 4 ຄົນ, ຍິງ 2 ຄົນ ໃນໄລຍະແຕ່ປີ 2011-2015 ໄດ້ເລີ່ມບຸກ​ເບີກເນື້ອທີ່ດິນເພື່ອສ້າງໜອງສະລ້ຽງປາຈຳນວນ 3 ໜອງ, ຕູບບໍລິການ 3 ຫລັງ, ໂດຍນຳໃຊ້ທຶນຕົນເອງປະກອບກັບແນວຄິດຈິດໃຈທີ່ມັກອາຊີບດ້ານກະສິກຳ ແລະ ສະແຫວງຫາທາງດ້ານເຕັກນິກວິຊາການ, ໂດຍລົງທຶນເບື້ອງຕົ້ນແມ່ນ 20 ລ້ານກີບ, ຜົນລາຍຮັບສະເລ່ຍປະມານ 50 ລ້ານກີບຕໍ່ປີ ແລະ ມາຮອດປີ 2019 ເຫັນວ່າກິດຈະການດ້ານນີ້ໄປໄດ້ດີມີລາຍຮັບເພີ່ມຂຶ້ນ ເຮັດໃຫ້ມີແນວຄິດຢາກຂະຫຍາຍ ສ້າງໜອງສະຕື່ມຈໍານວນ 2 ໜອງລວມເປັນ 5 ໜອງ ແລະ ສ້າງຕູບບໍລິການເພີີ່ມຂຶ້ນອີກ 11 ຫລັງລວມທັງໝົດ 14 ຫລັງ. ນອກນັ້ນ, ກໍ່ຍັງໄດ້ລ້ຽງສັດປະເພດ: ງົວ, ແບ້ເປັດ, ໄກ່ ເພື່ອຮອງຮັບໃຫ້ລູກຄ້າເຂົ້າມາບໍລິການແບບຄົບວົງຈອນ.



   ນອກຈາກນັ້ນ, ກໍ​ໄດ້ ປູກກ້ວຍ​ເຄິ່ງເຮັກຕາ, ມັນຕົ້ນ 2 ເຮັກຕາໂດຍໃຊ້ທຶນທັງໝົດ 200 ລ້ານ; ໃນນັ້ນທຶນກູ້ຢືມຈາກທະນາຄານນະໂຍບາຍ 30 ລ້ານກີບ ຊຶ່ງທັງໝົດນີ້ແມ່ນວຽກໜຶ່ງທີ່ມີຄວາມພາກພູມໃຈໃນການຜະລິດກະສິກຳໃຫ້ກາຍເປັນສິນຄ້າ, ພາຍໃຕ້ຄຳຂວັນທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄປເທື່ອລະກ້າວ ​ໂດຍ​ສະ​ເລ່ຍ​ແລ້ວ ປີໜຶ່ງສ້າງລາຍຮັບຈາກການປູກຝັງ-​ລ້ຽງສັດໄດ້ 200 ລ້ານກີບຕໍ່ປີ, ນອກນັ້ນ ຍັງ​ມີ​ລາຍ​ຮັບຈາກການບໍລິການກິນດື່ມປະມານ 100 ລ້ານກວ່າກີບຕໍ່ປີ, ສັງລວມແລ້ວໃນປີຈະມີລາຍຮັບປະມານ 300 ລ້ານກວ່າກີບ, ບັນດາລາຍຮັບເຫລົ່ານີ້ແມ່ນໄດ້ນໍາໃຊ້ເຂົ້າໃນການປັບປຸງຍົກລະດັບຊີວິດການເປັນຢູ່ໃນຄອບຄົວຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ; ໃນນັ້ນໄດ້ສົ່ງລູກຮຽນ 2 ຄົນຈົບວິຊາສະເພາະ, ສ້າງເຮືອນ 2 ຫລັງ, ລົດຈັກ 4 ຄັນ, ລົດໃຫຍ່ 1 ຄັນ ແລະ ແຜນໃນຕໍ່ໜ້າກໍ​ຈະ​ບຸກເບີກເນື້ອທີ່ປູກຢາງພາລາ 2 ເຮັກຕາ, ປັບປຸງສະຖານທີ່ບໍລິການ, ສ້າງບ່ອນ​ຫລິ້ນ​ສໍາລັບ​ເດັກນ້ອຍຕື່ມອີກ.

KPL

ຂ່າວອື່ນໆ

ads
ads

Top