ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊ

04/03/2025 09:33
Email Print 423
ຂປລ ຂປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ ວັນທີ 3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.



ຂປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ ວັນທີ
3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.



ສະຖານທີ່ທ່ອງທ່ຽວນໍ້າກັດຢໍລາປ່າ ເປັນໜຶ່ງໃນສະຖານທີ່ທ່ຽວທ່ຽວ ທໍາມະຊາດທີ່ສວຍງາມ ແລະ ມີຊື່ສຽງແຫ່ງໜຶ່ງຂອງລາວ ຕັ້ງຢູ່ຫ່າງຈາກເທສະບານ ເມືອງໄຊ ແຂວງອຸດົມໄຊ ປະມານ 17 ກິໂລແມັດ. ສະຖານທີ່ດັ່ງກ່າວ, ມີບໍລິການຫລາຍກິດຈະກໍາ ເຊັ່ນ: ຂີ່ລົດຊົມປ່າ-ຍ່າງປ່າ-ໄຕ່ຂົວອູ່-ຊົມນໍ້າຕົກ, ຂີ່ລົດຊົມປ່າ-ຍ່າງປ່າ-ຊົມຕົ່ນໄມ້ໃຫຍ່, ຂີ່ລົດເອທີວີ, ໄຕ່ຂົວໂຕວີ ແລະ ຊົມວິວພູໂຕະຫີນ, ປີນຕາໜ່າງ ແມງມູມ, ຂີ່ສະລິງດື່ມກາເຟ, ໄຕ່ຂົວໂຕວີ-ໄຕ່ຫາໜ້າຜາ-ຂີ່ຕາໜ່າງລອຍເທິງສາຍນ້ຳກັດ-ຂີ່ສະລິງ 3 ເສັ້ນ ແລະ ອື່ນໆ. ນອກນີ້, ຍັງມີຫໍພິພິທະພັນຊີວະນານາພັນ, ອ່າງປາຄາບ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາສໍາຜັດຢູ່ສະຖານທີ່ແຫ່ງນີ້ ເປັນຈໍານວນຫລວງຫລາຍ ໂດຍສະເພາະ ໃນໄລຍະເທສະການວັນສໍາຄັນຕ່າງໆ, ວັນເສົາ-ອາທິດ ຈະມີນັກທ່ອງທ່ຽວລາວ ແລະ ຕ່າງປະເທດ ເຂົ້າມາທ່ຽວຫລາຍ.




ໃນໂອກາດນີ້
, ທ່ານຮອງລັດຖະມົນຕີ ຖວທ ພ້ອມຄະນະ ຍັງໄດ້ໄປຢ້ຽມຫັດຖະກໍາໄຕລື້ ບ້ານປ່າສັກ ເມືອງໄຊ ທີ່ໄດ້ຜະລິດເປັນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເຊິ່ງໄດ້ຜະລິດຫັດຖະກໍາແຜ່ນແພ ເປັນຕົ້ນ ສິ້ນ, ເສື້ອ,ແພ, ຖົງ, ກະເປົາ ແລະ ອື່ນໆ ສົ່ງໄປຂາຍທີ່ຕ່າງປະເທດເຊັ່ນ: ຍີ່ປຸ່ນ, ສ ເກົາຫລີ ແລະ ຂາຍພາຍໃນ ທີ່ມີລູກຄ້າປະຈໍານໍາໄປຈໍາໜ່າຍຢູ່ ແຂວງຫລວງພະບາງ, ນະຄອນຫລວງວຽງຈັນ, ບັນດາແຂວງອ້ອມຂ້າງ ແລະ ພາຍໃນແຂວງຈໍານວນໜຶ່ງ. ຈາກນັ້ນ, ຄະນະດັ່ງກ່າວ ຍັງໄດ້ໄປກາບໄຫວ້ວັດພູທາດ ໄຊມຸງຄຸນລັດຕະນະມິ່ງເມືອງ ເຊິ່ງເປັນສະຖານທີ່ສັກກາລະບູຊາ ຂອງປະຊາຊົນພາຍໃນ ແຂວງອຸດົມໄຊ, ທາດໄຊມຸງຄຸນ ລັດຕະນະມິ່ງເມືອງ ສ້າງຂຶ້ນໃນສະໄໝເຈົ້າໄຊເສດຖາທິລາດ ປະມານ 400-500 ກວ່າປີ.




ຂ່າວ-ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາທ່ອງທ່ຽວ

      ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາ

      3/3/2025 10:06:27 AM

      ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມ

      2/27/2025 5:10:19 PM

      ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.

    • ສຳຜັດກັບຄວາມອັດສະຈັນທາງທຳມະຊາດທີ່ນໍ້າແອດ-ພູເລີຍທ່ອງທ່ຽວ

      ສຳຜັດກັບຄວາມອັດສະຈັນທາງທຳມະຊາດທີ່ນໍ້າແອດ-ພູເລີຍ

      2/26/2025 10:09:28 AM

      ປ່າສະຫງວນ ນ້ຳແອດ-ພູເລີຍແມ່ນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມອັນດັບໜຶ່ງຂອງລາວ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຫລົງໄຫລມົນສະເໜ່ທີ່ເຊື່ອງຊ້ອນໄວ້ໃນປ່າດົງທີ່ຕຶບໜາໜ້າຄົ້ນຫາ.

    • ແຟມມີລີແລນ ລີສອດ ເປີດໃຫ້ບໍລິການຕິດພັນກັບທຳມະຊາດທ່ອງທ່ຽວ

      ແຟມມີລີແລນ ລີສອດ ເປີດໃຫ້ບໍລິການຕິດພັນກັບທຳມະຊາດ

      2/25/2025 3:38:44 PM

      ຂປລ. ປັດຈຸບັນ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍາລັງນິຍົມຊົມຊອບ ແລະ ໃຫ້ຄວາມສົນໃຈ ສະຖານທີ່ ທ່ອງທ່ຽວທາງທຳມະຊາດ, ຕິດພັນກັບວິຖີການດຳລົງຊີວິດຂອງປະຊາຊົນ, ລວມເຖິງສະຖານທີ່ພັກຜ່ອນ ຕິດແຄມນໍ້າ, ອ້ອມຮອບດ້ວຍສາຍພູ ແລະ ປ່າໄມ້ ໄດ້ກາຍເປັນຈຸດໝາຍຂອງບັນດານັກທ່ອງທ່ຽວ ເຊັ່ນດຽວກັນກັບ ແຟມມີລີແລນ ລີສອດ (Family Land Resort ) ເປັນສະຖານທີ່ພັກຜ່ອນແຫ່ງໜຶ່ງຢູ່ ເມືອງວັງວຽງ ແຂວງວຽງຈັນ

    • ຖໍ້າກອງລໍ ສະຖານທີ່ທ່ອງທ່ຽວປະຫວັດສາດ ແຂວງຄຳມ່ວນທ່ອງທ່ຽວ

      ຖໍ້າກອງລໍ ສະຖານທີ່ທ່ອງທ່ຽວປະຫວັດສາດ ແຂວງຄຳມ່ວນ

      2/19/2025 11:08:21 AM

      ແຂວງຄໍາມ່ວນ ເປັນອີກໜຶ່ງຈຸດໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກວ່າມີສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ທໍາມະຊາດຢ່າງຫລວງຫລາຍ ບໍ່ຈະເປັນຖໍ້ານາງແອ່ນ,ຖໍ້າໜອງປາຝາ, ພູຜາມ່ານ ,ຖໍ້າກອງລໍ ແລະ ອື່ນໆອີກຫລາຍສະຖານທີ່.

ads
ads

Top