ປະເມີນເມືອງຈຳປາສັກ ເປັນເມືອງທ່ອງທ່ຽວສະອາດອາຊຽນ

16/06/2025 18:24
Email Print 2486
ຂປລ ແຂວງຈຳປາສັກ ແມ່ນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເປັນຕົ້ນ: ປ່າໄມ້, ພູຜາ, ແມ່ນ້ຳລຳເຊ, ບໍ່ແຮ່... ມີປ່າສະຫງວນແຫ່ງຊາດ 3 ແຫ່ງ: ເຊປ່ຽນ,ດົງຫົວສາວ ແລະ ພູຊຽງທອງ ແລະ ປ່າສະຫງວນຂອງແຂວງ 7 ແຫ່ງ ທີ່ເຕັມໄປດ້ວຍສັດສາວາສິ່ງ ແລະ ຊີວະນາໆພັນເຊິ່ງເປັນສະຖານທີ່ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

     *ແຂວງຈຳປາສັກ ແມ່ນແຂວງໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດເປັນຕົ້ນ: ປ່າໄມ້, ພູຜາ, ແມ່ນ້ຳລຳເຊ, ບໍ່ແຮ່... ມີປ່າສະຫງວນແຫ່ງຊາດ 3 ແຫ່ງ: ເຊປ່ຽນ,ດົງຫົວສາວ ແລະ ພູຊຽງທອງ ແລະ ປ່າສະຫງວນຂອງແຂວງ 7 ແຫ່ງ ທີ່ເຕັມໄປດ້ວຍສັດສາວາສິ່ງ ແລະ ຊີວະນາໆພັນເຊິ່ງເປັນສະຖານທີ່ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນຍັງເປັນແຂວງທີ່ມີເກາະດອນຫລາຍກວ່າໝູ່ ຈົນໄດ້ຊື່ວ່າສີ່ພັນດອນ ຫລື ສີພັນດອນ. ເຂດຊາຍແດນໃຕ້ສຸດ ແມ່ນແກ້ງໃຫຍ່ລີ່ຜີ ອັນເປັນແກ້ງທີ່ງົດງາມ ແລະ ໃຫຍ່ເປັນອັນດັບໜຶ່ງຂອງອາຊີຕາເວັນອອກສຽງໃຕ້. ນອກຈາກນັ້ນຍັງມີຜາສາດຫີນ ທີ່ເອີ້ນຕິດປາກກັນວ່າວັດພູຈຳປາສັກ, ຊຶ່ງໃຊ້ກ້ອນຫີນທີ່ຄວັດເປັນລິງລາຍຕາມເລື່ອງຂອງສາສະໜາພາມ ເຊັ່ນ: ພະສີວະ, ພະນາຣາຍ, ພະວິດສະນຸ, ນາງຟ້າ ຫລື ນາງ ອັບປະສອນ... ຜາສາດຫີນສ້າງຂຶ້ນໃນລະຫວ່າງພສ 1200 ຫລື ຄສ 700. ປີ 2003. ຜາສາດຫີນ ວັດພູຈຳປາສັກຖືກປະກາດ ເປັນມໍລະດົກໂລກ ໂດຍອົງການສະຫະປະຊາຊາດເພື່ອວັດທະນະທຳ ແລະ ການສຶກສາ (ອຸຍແນັສໂກ). ບຸນ ວັດພູຖືກຈັດຂຶ້ນໃນເດືອນສາມເພັງຂອງທຸກໆປີ. 

    ເພື່ອຊຸກຍູ້ກຳນົດເປົ້າໝາຍ ແລະ ເງື່ອນໄຂ ສະເໜີຄັດເລືອກ ເມືອງຈຳປາສັກ ສະໝັກເຂົ້າຮ່ວມໃນການຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນປະຈໍາປີ 2026 ທ່ີຈະມາເຖິງນ້ີ, ຄະນະກຳມະການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນຂັ້ນແຂວງ ແລະ ຂັ້ນເມືອງ ນໍາໂດຍພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຈໍາປາສັກ ພ້ອມດ້ວຍພະນັກງານວິຊາການພະແນກການທີ່ກ່ຽວຂ້ອງຂອງ ແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງເມືອງຈໍາປາສັກ. ການເຄື່ອນໄຫວປະເມີນຄັ້ງນີ້ໄດ້ຕິດຕາມກວດກາເບິ່ງຈຸດສໍາຄັນຕ່າງໆທີ່ເປັນສະຖານທ່ີບໍລິການ, ສະຖານທີ່ສາທາລະນະລວມມີ 8 ຈຸດ ເຊິ່ງເປັນຈຸດກ່ຽວພັນກັບການທ່ອງທ່ຽວ ທີ່ມີນັກທ່ອງທ່ຽວ ຫລື ມວນຊົນເຂົ້າມາໃຊ້ບໍລິການ ເຊັ່ນ: ຄິວລົດໂດຍສານ, ຕະຫລາດດອນຕະລາດ, ສວນສາທາ ລະນະວັດສີສຸມັງ, ສະຖານທີ່ທ່ອງທ່ຽວວັດພູຈໍາປາສັກ, ຮ້ານຂາຍ ເຄື່ອງຜະລິດຕະພັນຫັດຖະກໍາ, ຮ້ານເຄືີ່ອງປັ້ນດິນເຜົາ, ສະຖານທ່ອງທ່ຽວວັດເມືອງກາງ ແລະ ຮ້ານຫັດຖະກຳໄມ້ປ່ອງ. ການເຄື່ອນໄຫວປະເມີນແຕ່ລະຈຸດກໍໄດ້ຮັບຟັງການລາຍງານຈາກຜູ້ຮັບຜິດຊອບສະຖານທີ່ ກ່ຽວກັການຮັກສາຄວາມສະອາດ, ການເຮັດໃຫ້ເປັນພື້ນທີ່ສີຂຽວ, ການມີຫ້ອງນໍ້າສະອາດອາຊຽນ. ຈາກນັ້ນ, ຄະນະກໍາມະການທີ່ເຂົ້າຮ່ວມການປະເມີນ ກໍໄດ້ມີຄໍາແນະນໍາໃຫ້ຜູ້ປະກອບການກໍຄືຜູ້ຮັບຜິດຊອບສະຖານ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ. ທັງນີ້ກໍເພື່ອເປັນພື້ນຖານເຮັດໃຫ້ເມືອງຈໍາປາສັກ ໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນໃນອະນາຄົດອັນໃກ້ນີ້.

   ສໍາລັບເນື້ອໃນການປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ມີຄື: ການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການກຳຈັດສິ່ງເສດເຫລືອ, ການປູກຈິດສໍານຶກການຮັກສາສິ່ງແວດລ້ອມ ແລະ ຄວາມສະອາດພື້ນທີ່ສີຂຽວ, ຄວາມປອດໄພດ້ານສຸຂະພາບ, ຄວາມປອດໄພ ແລະ ຄວາມສະຫງົບໃນເມືອງ, ພື້ນຖານໂຄ່ງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ.

(ຂໍ້ມູນຈາກໜັງສືພິມຈຳໃໝ່)

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top