ເວທີປາໄສເຊື່ອມຕໍ່ ອາຊຽນ-ສ.ເກົາຫລີ 2025

17/06/2025 18:37
Email Print 1718
ຂປລ ອາຊຽນ ແມ່ນຄູ່ຄ້າໃຫຍ່ ອັນດັບທີ 2 ຂອງ ສ.ເກົາຫລີ ແລະ ສ.ເກົາຫລີ ແມ່ນຄູ່ຄ້າໃຫຍ່ ອັນດັບທີ 5 ຂອງ ອາຊຽນ. “ສ.ເກົາຫຼີ ແລະ ອາຊຽນ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ຜ່ານການເປີດກວ້າງ ແລະ ປັບປຸງການຮ່ວມມື.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ,  ເວທີປາໄສເຊື່ອມຕໍ່ ອາຊຽນ-ສ.ເກົາຫຼີ 2025 ຈັດຂຶ້ນ ໃນວັນທີ 17 ມິຖຸນາ, ຢູ່ ອິນໂດເນເຊຍ. ໃນໂອກາດນີ້ ທ່ານ ລີ ຈັງກຸນ(Lee Jangkeun) ເອກອັກ ຄະລັດຖະທູດ ສ.ເກົາຫລີ ປະຈຳ ອາຊຽນ ໃຫ້ຮູ້ວ່າ: ອາຊຽນ ແມ່ນຄູ່ຄ້າໃຫຍ່ ອັນດັບທີ 2 ຂອງ ສ.ເກົາຫລີ ແລະ ສ.ເກົາຫລີ ແມ່ນຄູ່ຄ້າໃຫຍ່ ອັນດັບທີ 5 ຂອງ ອາຊຽນ. ສ.ເກົາຫຼີ ແລະ ອາຊຽນ ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ຜ່ານການເປີດກວ້າງ ແລະ ປັບປຸງການຮ່ວມມື. ການເພີ່ມທະວີການເຊື່ອມຕໍ່ ຈະແມ່ນໜຶ່ງ ໃນບັນດາບຸລິມະສິດແຖວໜ້າຂອງ 2 ຝ່າຍ. ສ.ເກົາຫລີ ຕັດສິນໃຈສືບຕໍ່ຮ່ວມມືກັບ ອາຊຽນ ເພື່ອປະຕິບັດບັນດາເປົ້າໝາຍ ຂອງແຜນການຍຸດທະສາດ ເຊື່ອມຕໍ່ ອາຊຽນ ໃຫ້ປະກົດຜົນເປັນຈິງ ແລະ ມາດຕະການແກ້ໄຂ ບັນດາວິໄສທັດຍຸດທະສາດ ຂອງອົງການນີ້. ພ້ອມທັງ ໃຫ້ຄຳໝັ້ນສັນຍາ ດ້ວຍວິຊາສະເພາະ, ບົດຮຽນ ແລະ ແຫລ່ງກຳລັງຂອງຕົນ, ຈະໜູນຊ່ວຍ ການຜັນຂະຫຍາຍ ບັນດາແຜນການຂອງ ອາຊຽນ ໃຫ້ບັນລຸຜົນສຳເລັດ”.ທີ່ເວທີປາໄສ, ບັນດາຜູ້ແທນກໍ່ປຶກສາຫາລືບັນດາມາດຕະການ, ຂໍ້ສະເໜີແນະເພື່ອເພີ່ມທະວີການຮ່ວມມືຕາມແຜນການຍຸດທະສາດເຊື່ອມຕໍ່ ອາຊຽນ ໃນໄລຍະໃໝ່./.

       (ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top