ສປ ຈີນ-ສສ ຫວຽດນາມ ຮ່ວມກັນຈູດເຜົາທຳລາຍຢາເສບຕິດ ຫລາຍກວ່າ 57ກິໂລກຣາມ

22/06/2025 17:00
ຂປລ ການ​ຈູດ​ເຜົາ​ທຳ​ລາຍ​ ຢາ​ເສບ​ຕິດ​ ຢ່າງ​ເປີດ​ເຜີຍ ​ຮ່ວມ​ລະ​ຫວ່າງ ສປ ຈີນ-ຫວຽດ​ນາມ​ ໄດ້​ຈັດ​ຂຶ້ນ​ຢູ່ ​ເມືອງ​ນິງ​ມິງ​ນະ​ຄອນ​ຊົງ​ໂຈ​ ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ ໂດຍ​ໄດ້​ຈູດ​ເຜົາ​ທຳ​ລາຍ​ ຢາ​ເສບ​ຕິດ ​ທັງ​ໝົດ 57,53 ກິ​ໂລກຣາມ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ​​ການ​ຈູດ​ເຜົາ​ທຳ​ລາຍ​ ຢາ​ເສບ​ຕິດ​ ຢ່າງ​ເປີດ​ເຜີຍ ​ຮ່ວມ​ລະ​ຫວ່າງ ສປ ຈີນ-ຫວຽດ​ນາມ​ ໄດ້​ຈັດ​ຂຶ້ນ​ຢູ່ ​ເມືອງ​ນິງ​ມິງ​ນະ​ຄອນ​ຊົງ​ໂຈ​ ເຂດ​ປົກ​ຄອງ​ຕົນ​ເອງ​ ເຜົ່າ​ຈ​ວ້າງກວາງ​ຊີ​ຈີນ ໂດຍ​ໄດ້​ຈູດ​ເຜົາ​ທຳ​ລາຍ​ ຢາ​ເສບ​ຕິດ ​ທັງ​ໝົດ 57,53 ກິ​ໂລກຣາມ.ເນື່ອງ​ໃນ​ໂອ​ກາດ ​ວັນ​ປາບ​ປາມ ​ຢາ​ເສບ​ຕິດ​ ສາ​ກົນ ​ຄັ້ງ​ທີ 38 ໝູນ​ວຽນ​ມາ​ເຖິງ, ນະ​ຄອນ​ຊົງ​ໂຈ​ ຂອງ​ເຂດກວາງ​ຊີ​​ຈີນ ໄດ້​ຮ່ວມ​ກັບ ​ພາ​ກ​ສ່ວນ​ປາບ​ປາມ​ ຢາ​ເສບ​ຕິດ​ ຂອງ​ແຂວງ​ລາ​ງ​ຊົນ​​ຫວຽດ​ນາມ ຈູດເຜົາ​ທຳ​ລາຍ​ ຢາ​ເສ​ບ​ຕິດ​ ຢ່າງ​ເປີດ​ເຜີຍ ໂດຍ​ມີ ​ຈຸດ​ປະ​ສົງ ​ເພື່ອ​ເພີ່ມ​ທະ​ວີ​ ການ​ຮ່ວມ​ມື​ ດ້ານ​ການ​ປາບ​ປາມ​ຢາ​ເສບ​ຕິດ,ເພີ່ມ​ທະ​ວີ ​ການ​ຄວບ​ຄຸມ ​ແລະ​ ການ​ປ້ອງ​ກັນ​ຮ່ວມ ​ດ້ານ​ການ​ປາບ​ປາມ​ຢາ​ເສບ​ຕິດ​ ຢູ່​ເຂດ​ຊາຍ​ແດນ,ປຸກ​ລະ​ດົມ ວົງ​ການ​ຕ່າງໆ ​ທາງ​ສັງ​ຄົມ​ເຂົ້າ​ຮ່​ວມ​ ການ​ສູ້​ຮົບ​ດ້ານ​ການ​ປາບ​ປາມ​ ຢາ​ເສບ​ຕິດ​ຢ່າງ​ເປັນ​ເຈົ້າ​ການ.ໃນ​ມື້​ດັ່ງ​ກ່າວ, ນະ​ຄອນ​ຊົງ​ໂຈ​ ໄດ້​ເປີດກິດ​ຈະ​ກຳ​ ໂຄ​ສະ​ນາ​ເຜີຍ​ແຜ່​ຮ່ວມ ພາຍ​ໃຕ້​ຫົວ​ຂໍ້ເດືອນ​ໂຄ​ສະ​ນາ​​ການ​ປາບ​ປາມ​ຢາ​ເສບ​ຕິດ​ທົ່ວ​ປວງ​ຊົນແລະ​ໄດ້​ຈັດ​ງານ​ວາງ​ສະ​ແດງ​ການ​ສຶກ​ສາ​ແລະ​ໂຄ​ສະ​ນາ​ເຜີຍ​ແຜ່​ຄວາມ​ຮູ້​ດ້ານ​ການ​ປາບ​ປາມ​ຢາ​ເສບ​ຕິດ​ແລະ​ກິດ​ຈະ​ກຳ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top