ກອງປະຊຸມເວທີປຶກສາຫາລືເສດຖະກິດສາກົນແຊງປີເຕີສະບວກ ຄັ້ງທີ 28

22/06/2025 17:01
Email Print 123
ຂປລ ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື ​ເສດ​ຖະ​ກິດ​ ສາ​ກົນ ​​ແຊງ​ປີ​ເຕີ​ສະ​ບວກ ຄັ້ງ​ທີ 28 ໄດ້​ຈັດ​ຂຶ້ນ ​ຢູ່​​ຣັດ​ເຊຍ ລະ​ຫວ່າງ ວັນ​ທີ 18-21 ມິ​ຖຸ​ນາ​ນີ້, ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMGໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ​​ດັ່ງ​ກ່າວ​ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ມື ​ດ້ານ​ສື່ມວນ​ຊົນ ​ຕາມ​ຄຳ​ເຊີນ ​ອີກ​ຄັ້ງ​ໜຶ່ງ,

ຂປລ. ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື ​ເສດ​ຖະ​ກິດ​ ສາ​ກົນ ​​ແຊງ​ປີ​ເຕີ​ສະ​ບວກ ຄັ້ງ​ທີ 28 ໄດ້​ຈັດ​ຂຶ້ນ ​ຢູ່​​ຣັດ​ເຊຍ ລະ​ຫວ່າງ ວັນ​ທີ 18-21 ມິ​ຖຸ​ນາ​ນີ້, ວິ​ທະ​ຍຸ​ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​​ດັ່ງ​ກ່າວ​ ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ມື​ ດ້ານ​ສື່ມວນ​ຊົນ​ ຕາມ​ຄຳ​ເຊີນ ​ອີກ​ຄັ້ງ​ໜຶ່ງ, ໂດຍ​ມີ ​ເຂດ​ວາງ​ສ​ະ​ແດງ​ສ​ະ​ເພາະ​ຢູ່​ຫໍ​ປະ​ຊຸມຫລັກ​ຂອງກອງ​ປ​ະ​ຊຸມ​ດັ່ງ​ກ່າວ, ທັງ​ໄດ້​ລາຍ​ງານ​ຂ່າວ​ ຂອງ​ກອງ​ປະ​ຊຸມ​ດ້ວຍຫລາຍ​ພາ​ສາ. ເຂດ​ວາງ​ສະ​ແດງ​ຂອງ CMG ໄດ້​ວາງ​ສະ​ແດງ​ຜົນ​ງານຫລ້າ​ສຸດ ​ດ້ານ​ການ​ນຳ​ໃຊ້​ເຕັກ​ນິກ​ປັນ​ຍາ​ປະ​ດິດ​ທີ່ CMG ຄົ້ນ​ຄວ້າ​ຜະ​ລິດ​ດ້ວຍ​ຕົນ​ເອງ, ນໍ​າ​ສະ​ເໜີ​ຜົນ​ງານ​ດີ​ເດັ່ນ ແລະ ​ຜະ​ລິດ​ຕະ​ພັນ​ ກ່ຽວ​ກັບ ວັດ​ທະ​ນະ​ທຳ​ ອັນ​ເປັນ​ມູ​ນ​ເຊື້ອ​ຂອງ​ ສປ ຈີນ ​ທີ່​ຜະ​ລິດ​ໂດຍ CMG ເຊິ່ງ​ໄດ້​ດຶງ​ດູດ​ແຂກ ​ຜູ້​ມີ​ກຽດ​ໃນ​ວົງ​ການ​ການ​ເມືອງ ແລະ​ການ​ຄ້າ​ ພ້ວມ​ດ້ວຍ​ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຂອງບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ນັ້ນ​ໄປ​​ສຳ​ຜັດ ແລະຢ້ຽມ​ຊົມ.ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ມື ​ດ້ານ​ສື່ມວ​ນ​ຊົນ ​ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື ​ເສດ​ຖະ​ກິດ ສາ​ກົນ​​ແຊງ​ປີ​ເຕີ​ສະ​ບວກ, ເພື່ອ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ ດ້າ​ນ​ວັດ​ທະ​ນະ​ທຳ​ຈີນ-ຣັດ​ເຊຍ ​ເຂົ້າ​ສູ່​ລວງ​ເລິກ​ຕື່ມ​ອີກ, CMG ໄດ້​ຄັດ​ເລືອກ​ຜົນ​ງານ​ດີ​ເດັ່ນ​ ດ້ານ​ສຽງ ແລະ ​ພາບ 26 ເລື່ອງ​ເພື່ອ​ນຳ​ສະ​ເໜີ ແລະ​ວາງ​ສາຍ, ເລົ່າ​ເລື່ອງ​ລາວ​ ກ່ຽວ​ກັບ ສປ ​ຈີນ ​ຈາກຫລາກຫລາຍ ​ມຸມມອງ​ ແລະ ​ນຳ​ສະ​ເໜີ ​ພຶດ​ຕິ​ກຳ ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ດ້ານ​ການ​ສ້າງ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ ໃຫ້​ແກ່ ​ແຂກ​ຜູ້​ມີ​ກຽດ ​ທີ່​ເຂົ້າຮ່ວມ ກອງ​ປະ​ຊຸມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top