ຂປລ
ສປ ຈີນ ໄດ້ສົ່ງດາວທຽມ 9ຊີ(C) ຢ່າງສຳເລັດຜົນ ດ້ວຍຈະຫລວດສົ່ງຍານ CZ-3B ຢູ່ສູນສົ່ງດາວທຽມຊີ່ຊ່າງ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ຕາມທີ່ຄາດໄວ້ ຢ່າງສະດວກ, ໜ້າທີ່ການງານສົ່ງດາວທຽມຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເມື່ອບໍ່ດົນມານີ້, ກຸ່ມບໍລິສັດ ວິທະຍາສາດ ເຕັກໂນໂລຊີ ອະວະກາດຈີນ ເຜີຍໃຫ້ຮູ້ວ່າ: ສປ ຈີນ ໄດ້ສົ່ງດາວທຽມ 9ຊີ(C) ຢ່າງສຳເລັດຜົນ ດ້ວຍຈະຫລວດສົ່ງຍານ CZ-3B ຢູ່ສູນສົ່ງດາວທຽມຊີ່ຊ່າງ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນ ຕາມທີ່ຄາດໄວ້ ຢ່າງສະດວກ, ໜ້າທີ່ການງານສົ່ງດາວທຽມຄັ້ງນີ້ ໄດ້ປະສົບຜົນສຳເລັດ ຢ່າງຈົບງາມ. ດາວທຽມ 9C ແມ່ນດາວທຽມ ສະເພາະທາງ ຖ່າຍທອດສົດວິທະຍຸ ແລະໂທລະພາບ, ດາວທຽມດັ່ງກ່າວ ມີນ້ຳໜັກ 5,5 ໂຕນ, ອາຍຸການໃຊ້ງານຕາມ ທີ່ອອກແບບແມ່ນ 15 ປີ. ພາຍຫຼັງດາວທຽມດັ່ງກ່າວໃຊ້ງານແລ້ວ, ດາວທຽມດ້ານການສົ່ງຄື້ນ ແລະຖ່າຍທອດສົດສະເພາະວິທະຍຸ ແລະໂທລະພາບທີ່ດຳເນີນງານຕາມວົງໂຄຈອນລ້ວນແຕ່ແມ່ນຜະລິດໂດຍຈີນເອງ. ການສົ່ງດາວທຽມຄັ້ງນີ້ ແມ່ນຈະຫລວດ ສົ່ງຍານລະບົບ CZ ປະຕິບັດພາລະກິດຄັ້ງທີ 582./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL