ອົງການການຄ້າໂລກ ຍ້ອງຍໍ ສປ ຈີນ ປະຕິບັດມາດຕະການຍົກເວັ້ນພາສີຕໍ່ປະເທດທີ່ດ້ອຍພັດທະນາທີ່ສຸດ

22/06/2025 17:01
Email Print 116
ຂປລ ສປ ຈີນ​ ໄດ້​ຍົກ​ເວັ້ນ​ພາ​ສີ​​ຕໍ່ ​ສິນ​ຄ້າ​ທັງ​ໝົດ ​ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ ​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ ທີ່​ໄດ້​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ ສປ ​ຈີນ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ອົງ​ການ ​ການ​ຄ້າ​ໂລກ ຫລື WTO ໄດ້ຈັດ​ກອງ​ປະ​ຊຸມ​ຕ່າງໆ ຢູ່​ນະ​ຄອນ​ເຊີ​ແນວ​ ປະ​ເທດ​ສະ​ວິດ. ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ຈີນ​ ໄດ້​ແຈ້ງ​ໃຫ້ WTO ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ວ່າ: ສປ ຈີນ​ ໄດ້​ຍົກ​ເວັ້ນ​ພາ​ສີ​​ຕໍ່ ​ສິນ​ຄ້າ​ທັງ​ໝົດ ​ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ ​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ ທີ່​ໄດ້​ສ້າງຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ ສປ ​ຈີນ.ຜູ້​ຕາງ​ໜ້າ​ຈີນ ​ຍັງ​ກ່າວ​ຕື່ມ​ວ່າ: ຍິນ​ດີ​ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ​ ລົງ​ນາມ​ສັນ​ຍາ​​ວ່າ​ດ້ວຍ ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ເພື່ອ​ພັດ​ທະ​ນາ​ຮ່ວມ​ກັນ, ປະ​ຕິ​ບັດ​ມາດ​ຕະ​ການຍົກເວັ້ນ​ພາ​ສີ ​ຕໍ່ສິນ​ຄ້າ​ທັງ​ໝົດ​ທີ່​ນຳ​ເຂົ້າ​ຈາກ 53 ​ປະ​ເທດ ​ອາ​​ຟ​ຣິ​ກາ ​ທີ່​ໄດ້​ສ້າງຕັ້ງ​ສາຍ​ພົວ​ພັນ​ ທາງ​ການ​ທູດ​ກັບ​ຈີນ. ຜູ້​ຕາງ​ໜ້າ​ ຂອງກຸ່ມ​ປະ​ເທດ​ ດ້ອ​ຍ​ພັດ​ທະ​ນາ​ທີ່​ສຸດ, ​ກຸ່ມ​ອາ​ຟ​ຣິ​ກາ ແລະ ​ອື່ນໆ​ປະ​ຈຳ WTO ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຈີນ, ໂດຍ​ເນັ້ນ​ໜັກ​ວ່າ: ປະ​ເທດ​ສະ​ມາ​ຊິກ​ທີ່​ກຳ​ລັງ​ພັດ​ທະ​ນາ ​ພວມຜະ​ເຊີນ​ໜ້າ​ກັບ ສິ່ງ​ທ້າ​ທາຍ​ ແລະ​ ຄວາມ​ບໍ່​ແນ່ນອນ​ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ການ​ເຕີບ​ໂຕ​ ດ້ານ​ເສດ​ຖະ​ກິດ, ມາດ​ຕະ​ການ​ຂອງ ສປ ​ຈີນ ​ເປັນ​ແບບ​ຢ່າງ​ທີ່​ດີ​ ໃຫ້​ແກ່​ ສະ​ມາ​ຊິກ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top