ທູດລາວປະຈໍາມຽນມາ ພົບປະກັບ ປະທານສະມາຄົມມິດຕະພາບ ມຽນມາ-ລາວ

30/06/2025 13:53
Email Print 248
ຂປລ ຂປລ. ​ເມື່ອ​ບໍ່​ດົນມານີ້, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ ເພື່ອຕີລາຄືນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ ໃນໄລຍະຜ່ານມາ.



ຂປລ. ​ເມື່ອ​ບໍ່​ດົນມານີ້
, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ ເພື່ອຕີລາຄືນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ ໃນໄລຍະຜ່ານມາ.

ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະນໍາກັນກ່ຽວກັບ ທິດທາງການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມໃນຕໍ່ໜ້າ ກໍຄື ການສ້າງຕັ້ງກົນໄກ ຈຸດປະສານງານຂອງສະມາຄົມ ເພື່ອອໍານວຍຄວາມສະດວກ ໃນການປະສານງານກັນ ໃຫ້ມີຄວາມວ່ອງໄວກວ່າເກົ່າ, ຊຸກຍູ້ການຮ່ວມມືຕາມບໍລິເວນຊາຍແດນ ໂດຍສະເພາະແມ່ນ ການນໍາໃຊ້ຂົວມິດຕະພາບສອງປະເທດ ໃຫ້ໄດ້ຮັບຜົນປະໂຫຍດຍິ່ງໆຂຶ້ນ, ການຄ້າ-ການລົງທຶນ, ການແລກປ່ຽນວັດທະນາທໍາ-ກິລາ ລະຫວ່າງ ອໍານາດການປົກຄອງທ້ອງຖິ່ນ, ການໄປມາຫາສູ່ ຂອງປະຊາຊົນ ລຽບຕາມຊາຍແດນ, ການແລກປ່ຽນຮຽນພາສາມຽນມາ ແລະ ພາສາລາວ. ພິເສດ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ຊຸກຍູ້ໃຫ້ ສອງສະມາຄົມ ມີການແລກປ່ຽນ ການຢ້ຽມຢາມກັນຢ່າງປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງສອງສະມາຄົມມິດຕະພາບ ລາວ-ມຽນມາ ມີຫລາຍສີສັນ, ຫລາຍຮູບແບບ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ​ໂດຍສະເພາະ ການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ສູງເດັ່ນ ຍິ່ງໆຂຶ້ນ.




ນັບແຕ່ສອງຝ່າຍ ລາວ-ມຽນມາ ໄດ້ສ້າງຕັ້ງສະມາຄົມນີ້ຂຶ້ນໃນປີ
2002 ເຫັນວ່າ ມີບາດກ້າວຂະຫຍາຍຕົວ ແລະ ໄດ້ຮັບການເສີມສ້າງເປັນກ້າວໆມາ ຕາມສະພາບເງື່ອນໄຂຂອງສອງຝ່າຍ, ມີການປະ ສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ພົວພັນຮ່ວມມືກັນຢ່າງເປັນປົກກະຕິ, ມີການຊຸກຍູ້ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມືຂະແໜງການຕ່າງໆ ຕາມພາລະບົດບາດ ກໍຄື ການເຄື່ອນໄຫວ ວຽກງານການທູດປະຊາຊົນ ຊຶ່ງຜົນສໍາເລັດໃນໄລຍະຜ່ານມາ ກໍແມ່ນການລົງນາມບົດບັນທຶກຮ່ວມກັນ ກ່ຽວກັບ ການສ້າງເມືອງແຮກສ່ຽວ ລະຫວ່າງ ເມືອງຫລວງພະບາງ (ສປປ ລາວ) ກັບ ເມືອງບາການ (ສສ ມຽນມາ) ແນໃສ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ, ແລກປ່ຽນວັດທະນາທຳ ແລະ ເພີ່ມຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດໃຫ້ນັບມື້ຫລາຍຂຶ້ນ.

ຂ່າວ-ພາບ: ກຕທ
KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top