ຂປລ
ຂປລ. ພິທີເຊັນບົດບັນທຶກການຮ່ວມມືດ້ານວິຊາການ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ສູນການແພດ ນະຄອນຫລວງວຽງຈັນ-ປັກກິ່ງ

ຂປລ. ພິທີເຊັນບົດບັນທຶກການຮ່ວມມືດ້ານວິຊາການ ລະຫວ່າງ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ສູນການແພດ ນະຄອນຫລວງວຽງຈັນ-ປັກກິ່ງ ຈຳກັດ ຈັດຂຶ້ນໃນ ວັນທີ 4 ກໍລະກົດ 2025 ເພື່ອເປັນບາດກ້າວພື້ນຖານທີ່ສໍາຄັນ ລະຫວ່າງພາກລັດ ແລະ ພາກເອກະຊົນ ກໍຄື ການເຮັດໜ້າທີ່ຊ່ວຍພາກລັດ ໃນວຽກງານກວດກາສຸຂະພາບປະຈຳປີ ຂອງຜູ້ອອກແຮງງານ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັນດີການສັງຄົມ ແລະ ທ່ານ ຊ້າຍ ຕ້າລຸນ ອໍານວຍການສູນກວດ ສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ສູນການແພດນະຄອນຫຼວງວຽງຈັນ-ປັກກິ່ງ ຈໍາກັດ ໂດຍມີ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.

ການຮ່ວມມືຄັ້ງນີ້, ແມ່ນຖືເປັນຂີດໝາຍໜຶ່ງທີ່ສໍາຄັນ ເພາະມັນສະແດງໃຫ້ເຫັນເຖິງ ການຮ່ວມມືກັນລະ ຫວ່າງພາກລັດ ແລະ ພາກເອກະຊົນ ໃນການດຳເນີນການບໍລິການ ດ້ານຄວາມ ປອດໄພ ແລະ ສຸຂະພາບແຮງງານ ໂດຍສະເພາະ ແມ່ນການເຮັດການບໍລິການ ກວດສຸຂະພາບແຮງງານຊ່ວຍພາກລັດ, ພ້ອມທັງເປັນໜ່ວຍງານ ທີ່ຊ່ວຍ ເກັບກຳ, ບັນທຶກຂໍ້ມູນ ການກວດກາ ສຸຂະພາບຂອງຜູ້ອອກແຮງງານ ເຊິ່ງຂໍ້ມູນດັ່ງກ່າວຈະລວມສູນ ຢູ່ຖານຂໍ້ມູນຂອງກົມຄຸ້ມຄອງແຮງງານ ເພື່ອນໍາໃຊ້ໃນການປະເມີນ, ວິເຄາະ, ວິໄຈ, ຄົ້ນຄວ້າ ແລະ ເປັນບ່ອນອີງ ໃນການກຳນົດ, ສ້າງ ແລະ ປັບປຸງບັນດານິຕິກຳ ແລະ ລະບຽບການ ດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ. ພ້ອມກັນນັ້ນ, ພາກລັດ ກໍຈະສາມາດຕິດຕາມ, ເກັບກໍາ, ບັນທຶກຂໍ້ມູນ ສຸຂະພາບ ແລະ ປະຫວັດການເຮັດວຽກຂອງຜູ້ອອກແຮງງານ ນັບແຕ່ມື້ເຂົ້າເຮັດວຽກ ຈົນເຖິງມື້ຢຸດເຊົາວຽກ ເພື່ອເປັນບ່ອນອີງໃຫ້ແກ່ ການວິເຄາະຫາສາເຫດ ຂອງການເຈັບປ່ວຍ ຫລື ເສຍຊີວິດ ແລະ ການຢັ້ງຢືນການເປັນພະຍາດອາຊີບ ທີ່ອາດຈະເກີດຈາກການເຮັດວຽກ, ທັງເປັນຂໍ້ມູນໃນການກໍານົດນະໂຍບາຍ, ເງື່ອນໄຂ ແລະ ການປິ່ນປົວ ທີ່ເປັນຄວາມຮັບຜິດຊອບ ຂອງຜູ້ໃຊ້ແຮງງານ ຫລື ຄວາມຮັບຜິດ ຊອບຂອງກອງທຶນປະກັນສັງຄົມ ສໍາລັບຜູ້ອອກແຮງງານ ທີ່ເປັນສະມາຊິກຂອງອົງການປະກັນສັງຄົມ.
ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL