ຂປລ
ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ, ສິ່ງແວດລ້ອມ ແລະ ກິດຈະກໍາຕ່າງໆ ເນື່ອງໃນໂອກາດ ສະເຫລີມສະຫລອງ ຄົບ ຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ.
ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານເອກອັກຄະຣາຊະທູດຣາຊະອານາຈັກໄທ ປະຈໍາລາວ ເຊິ່ງເປັນການປະກອບສຳຄັນ ໃນການເພີ່ມທະວີ ສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ຂອງສອງປະເທດ. ພ້ອມນີ້, ຕາງໜ້າໃຫ້ລັດຖະບານ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສະແດງຄວາມຂອບໃຈຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທີ່ຊ່ວຍເຫລືອສ້າງຊັບພະຍາກອນມະນຸດ, ອຸປະກອນເຕັກນິກ, ທຶນການສຶກສາ, ທຶນການຝຶກອົບຮົມ. ນອກຈາກນີ້, ຍັງໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕໍ່ເຫດການໄພພິບັດທາງທຳມະຊາດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກໄພນໍ້າຖ້ວມ. ພ້ອມກັນນີ້, ຍັງໄດ້ສະເໜີໃຫ້ທ່ານທູດ ຊ່ວຍຊຸກຍູ້ການເຂົ້າມາລົງທຶນ ໃນຂະແໜງການກະສິກໍາ ເຊິ່ງທັງໝົດນັ້ນ ເປັນການປະກອບສ່ວນ ອັນໃຫຍ່ຫລວງເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ແນໃສ່ສ້າງອາຊີບ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະ ຫລອດໄລຍະ 75 ຜ່ານມາ, ການພົວພັນ ແລະ ຮ່ວມມື ລາວ-ໄທ ແມ່ນມີຄວາມໃກ້ຊິດ ສະໜິດສະໜົມ ແລະ ມີຫລາຍກົນໄກການຮ່ວມມືລະຫວ່າງກັນ ເພື່ອຂັບເຄື່ອນບັນດາແຜນງານ ການຮ່ວມມືສອງຝ່າຍຢ່າງເປັນປົກກະຕິ, ປະຊາຊົນສອງປະເທດ ມີຄວາມຜູກພັນເຊິ່ງກັນ ແລະ ກັນໂດຍມີການໄປມາຫາ ສູ່ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ ການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມ ມາແຕ່ບູຮານນະການ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ; ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບ ແຜນການຈັດກິດຈະກຳທີ່ທັງສອງປະເທດ ຈະຈັດຕັ້ງປະຕິບັດຮ່ວມກັນ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນທາງການທູດລະ ຫວ່າງ ສປປ ລາວ-ຣາຊະອານາຈັກໄທ ຄົບຮອບ 75 ປີ ເພື່ອສົ່ງເສີມການຮ່ວມມື ເພື່ອການພັດທະນາທີ່ຍືນຍົງ ພາຍໃຕ້ແຜນການຮ່ວມມືດ້ານວິຊາການໄທ-ສປປ ລາວ.
ໂອກາດດຽວກັນ, ທ່ານ ນາງ ມໍລະກົດ ສີສະຫວັດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຍິນດີທີ່ ທ່ານໄດ້ຮັບແຕ່ງຕັ້ງດໍາລົງຕຳແໜ່ງ ເປັນລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ພ້ອມນີ້, ຍັງໄດ້ລາຍງານກ່ຽວກັບການຮ່ວມມື ທີ່ສໍາຄັນໃນໄລຍະຜ່ານມາ ເຊິ່ງທາງການໄທ ໄດ້ສະໜັບສະໜູນ ໃນວຽກງານ ກຽມຮັບມື ກັບໄພທຳມະຊາດຕາມລຳແມ່ນໍ້າຂອງ, ການໃຫ້ທຶນການສຶກສາ ລະດັບປະລິນຍາເອກ ໃຫ້ແກ່ຂະແໜງກະສິກໍາ, ການສ້າງສູນຮຽນຮູ້ກ່ຽວກັບກາເຟ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ອື່ນໆ.
ຂ່າວ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ
KPL