ຂປລ
ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ແຈ້ງໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ຈະທົດລອງ ເປີດນໍາໃຊ້ ລະບົບ ເກັບເງິນ ຄ່າຈອດລົດ ແບບອັດຕະໂນມັດ ຢູ່ສະຖານີລົດໄຟ ນະຄອນຫລວງວຽງຈັນ ໃນລະຫວ່າງ ເດືອນສິງຫາ ເຖິງເດືອນກັນຍາປີນີ້ ເພື່ອຍົກສູງ ຄວາມໂປ່ງໃສ ແລະ ປະສິດທິພາບ ໃນການຄຸ້ມຄອງ ການຈອດລົດ ຢູ່ສະຖານີລົດໄຟ ດັ່ງກ່າວ.

ຂປລ. ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ໄດ້ແຈ້ງໃຫ້ຮູ້ ເມື່ອບໍ່ດົນມານີ້ວ່າ: ຈະທົດລອງ ເປີດນໍາໃຊ້ ລະບົບ ເກັບເງິນ ຄ່າຈອດລົດ ແບບອັດຕະໂນມັດ ຢູ່ສະຖານີລົດໄຟ ນະຄອນຫລວງວຽງຈັນ ໃນລະຫວ່າງ ເດືອນສິງຫາ ເຖິງເດືອນກັນຍາປີນີ້ ເພື່ອຍົກສູງ ຄວາມໂປ່ງໃສ ແລະ ປະສິດທິພາບ ໃນການຄຸ້ມຄອງ ການຈອດລົດ ຢູ່ສະຖານີລົດໄຟ ດັ່ງກ່າວ. ປັດຈຸບັນ, ທາງລົດໄຟລາວ-ຈີນ ໄດ້ເປີດໃຫ້ ບໍລິການຢູ່ 10 ສະຖານີ ແຕ່ນະຄອນຫລວງວຽງຈັນ ຮອດບໍ່ເຕ່ນ, ໃນນັ້ນ ມີ 6 ສະຖານີ ໄດ້ເກັບເງິນ ຄ່າຈອດລົດ ໂດຍຜ່ານປະຕູທາງເຂົ້າ. ເຖິງວ່າ ສະຖານີລົດໄຟຕ່າງໆ ໄດ້ສະໜອງ ການບໍລິການຈອດລົດ ໂດຍບໍ່ເສຍຄ່າ ໃນເບື້ອງຕົ້ນ ກໍຕາມ, ແຕ່ພາຍຫລັງ ເປີດໃຫ້ບໍລິການເປັນເວລາ 11 ເດືອນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ນໍາໃຊ້ລະບຽບການເກັບເງິນ ຢ່າງເປັນທາງການ ເພື່ອປັບປຸງ ການຄຸ້ມຄອງ ການສັນຈອນ ໃຫ້ດີຂຶ້ນ ແລະ ເພີ່ມທະວີ ວຽກງານ ຄວາມປອດໄພ. ນອກນີ້, ບໍລິສັດ ທາງລົດໄຟລາວ-ຈີນ ພວມພິຈາລະນາ ປັບຫລຸດຄ່າຈອດລົດ ສໍາລັບ ລົດເກັງຈາກ 10.000 ກີບຕໍ່ຄັນ ຕໍ່ຄັ້ງ ໃນເມື່ອກ່ອນ ມາເປັນ 5.000 ກີບ, ແຕ່ແຜນການດັ່ງກ່າວ ຍັງບໍ່ທັນໄດ້ຮັບ ການອະນຸມັດ ໃນຂັ້ນຕອນ ສຸດທ້າຍເທື່ອ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL