ຂປລ
ກອງປະຊຸມ ລະດັບ ກະຊວງຄັ້ງທີ 2 ລະຫວ່າງ ສປ ຈີນ-ມຽນມາ ແລະ ໄທ ກ່ຽວກັບ ການປາບປາມ ອາດຊະຍາກຳ ຫລອກລວງ ທາງໂທລະຄົມ ແລະ ອິນເຕີເນັດ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ເນປີດໍ ປະເທດ ມຽນມາ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ກອງປະຊຸມ ລະດັບ ກະຊວງຄັ້ງທີ 2 ລະຫວ່າງ ສປ ຈີນ-ມຽນມາ ແລະ ໄທ ກ່ຽວກັບ ການປາບປາມ ອາດຊະຍາກຳ ຫລອກລວງ ທາງໂທລະຄົມ ແລະ ອິນເຕີເນັດ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ເນປີດໍ ປະເທດ ມຽນມາ. ໃນກອງປະຊຸມ ດັ່ງກ່າວ, ພາກສ່ວນ ທີ່ກ່ຽວຂ້ອງ ຈາກ 3 ປະເທດ ໄດ້ບັນລຸ ຄວາມເຫັນ ທີ່ເປັນເອກະພາບກັນຕ່າງໆ ກ່ຽວກັບການລົງເລິກ ການຮ່ວມມື ດ້ານວຽກງານ ປ້ອງກັນ ຄວາມສະຫງົບ ແລະ ການປະຕິ ບັດກົດໝາຍ, ຈະສືບຕໍ່ ຮ່ວມມືກັນ ປາບປາມ ອາຊະຍາກຳ ຫລອກລວງ ທາງໂທລະຄົມ ແລະ ອິນເຕີເນັດ ຢູ່ເມຍວາດີ ແລະ ແຫ່ງອື່ນໆ ຢ່າງເຂັ້ມງວດ, ປາບປາມເຂດນິຄົມ ຫລອກລວງ ທາງໂຄລະຄົມ ແລະ ອິນເຕີເນັດ ຢ່າງຮອບດ້ານ, ຈັບຜູ້ຕ້ອງຫາ ທີ່ກ່ຽວຂ້ອງ ກັບການຫລອກລວງ ທັງໝົດ, ເດັດຂາດ ກຳຈັດພື້ນຖານ ແຫ່ງອາດຊະຍາກຳ ທີ່ກ່ຽວຂ້ອງ ກັບການຫລອກລວງ, ປົກປ້ອງສິດ ຜົນປະໂຫຍດ ທີ່ຊອບດ້ວຍ ກົດໝາຍ ຂອງປະຊາຊົນ ໃນປະເທດຕ່າງໆ ຢ່າງແທ້ຈິງ. ນັບແຕ່ຕົ້ນປີນີ້ມາ, ພາກສ່ວນທີ່ກ່ຽວຂ້ອງຂອງ ສປ ຈີນ, ມຽນມາ ແລະ ໄທ ໄດ້ຮ່ວມມືກັນ ປາບປາມອາດຊະຍາກຳ ຫລອກລວງ ທາງໂທລະຄົນ ແລະ ອິນເຕີເນັດ ຢູ່ເຂດເມຍວາດີ ຢ່າງແຂງແຮງ, ໄດ້ຈັບຕົວ ແລະ ສົ່ງຄືນ ຜູ້ຕ້ອງຫາ ທີ່ກ່ຽວຂ້ອງກັບການຫລອກລວງ ຄົນສັນຊາດຈີນ ແບບລວມສູນ ຈຳນວນ 5.400 ກວ່າຄົນ, ເຊິ່ງຖືວ່າ ໄດ້ຮັບຜົນງານ ເປັນຢ່າງດີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL