ງານວາງສະແດງລົດໄຟຄວາມໄວສູງຈີນ ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ

07/07/2025 13:47
ຂປລ ງານວາງສະແດງລົດໄຟ ຄວາມໄວສູງຈີນ ພາຍໃຕ້ຫົວຂໍ້ “ນາມບັດແຫ່ງຊາດ” ທີ່ສວຍງາມ ໄດ້ຈັດຂຶ້ນຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໃນວັນທີ 6 ກໍລະກົດນີ້ ໂດຍມີ ການວາງສະແດງ ຮູບພາບ ແລະ ເອກະສານ ພ້ອມດ້ວຍເຄື່ອງ ວາງສະແດງຕ່າງໆ 1.000 ກວ່າອັນ,

ຂປລ.ແຫລ່ງຂ່າວຈາກ ກຸ່ມບໍລິສັດ ທາງລົດໄຟແຫ່ງຊາດຈີນ ຈໍາກັດ ແຈ້ງໃຫ້ຮູ້ວ່າ: ງານວາງສະແດງລົດໄຟ ຄວາມໄວສູງຈີນ ພາຍໃຕ້ຫົວຂໍ້ ນາມບັດແຫ່ງຊາດທີ່ສວຍງາມ ໄດ້ຈັດຂຶ້ນຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ ໃນວັນທີ 6 ກໍລະກົດນີ້ ໂດຍມີ ການວາງສະແດງ ຮູບພາບ ແລະ ເອກະສານ ພ້ອມດ້ວຍເຄື່ອງ ວາງສະແດງຕ່າງໆ 1.000 ກວ່າອັນ, ໂດຍໄດ້ສະແດງ ໃຫ້ເຫັນເຖິງ ຂະບວນ ການພັດທະນາ ອັນຍິ່ງໃຫຍ່ ກ່ຽວກັບ ທາງລົດໄຟ ຄວາມໄວສູງ ຂອງ ສປ ຈີນ ຈາກການໄລ່ທັນ ບາດກ້າວ ຂອງໂລກ ຕະຫລອດຮອດ ການນໍາໜ້າໂລກ.ປັດຈຸບັນ, ທາງລົດໄຟຄວາມໄວສູງຈີນ ໄດ້ໃຫ້ບໍລິການ ຢູ່ຕົວເມືອງ ທີ່ມີປະຊາກອນ ຫລາຍກວ່າ 500.000 ຄົນ ຂອງ ສປ ຈີນ ເຖິງ 97% ໂດຍໄດ້ສ້າງເປັນລະບົບ ເຕັກໂນໂລຊີ ທາງລົດໄຟ ຄວາມໄວສູງ ທີ່ຄົບຊຸດ ແລະ ເປັນລະບົບ. ຂະບວນລົດໄຟ ຟູ້ຊິງ ໄດ້ສໍາເລັດ ການໃຫ້ບໍລິການ ທາງການຄ້າ ດ້ວຍຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ. ສປ ຈີນ ສາມາດ ເປີດບໍລິການ ຂະບວນລົດໄຟ ເຖິງ 10.000 ຂະບວນຕໍ່ມື້, ທັງສາມາດ ຂົນສົ່ງ ຜູ້ໂດຍສານ 16.000.000 ເທື່ອຄົນ ຕໍ່ມື້ ແລະ ໄດ້ຂົນສົ່ງຜູ້ໂດຍສານ ທັງໝົດ ຫລາຍກວ່າ 22 ຕື້ເທື່ອຄົນ ໃນໄລຍະທີ່ຜ່ານມາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top