ຂປລ
ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ມີ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາການນຳ ພັກ, ລັດ ຂັ້ນນະຄອນຫລວງວຽງຈັນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ, ສະ ມາຊິກສະພາປະຊາຊົນ ນວ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນວ່າ: ການດໍາເນີນກອງປະຊຸມສະໄໝມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ໃນຄັ້ງນີ້, ແມ່ນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ເຊິ່ງກອງປະຊຸມໃນຄັ້ງນີ້, ຈະໄດ້ສຸມໃສ່ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງນະຄອນຫລວງວຽງຈັນ ເປັນຕົ້ນ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງທ່ານເຈົ້າຄອງ ນວ ກ່ຽວກັບການ ຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານ 6 ເດືອນຕົ້ນປີ, ຕິດພັນກັບການປະເມີນ ຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX(2021-2025); ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງ ການລະດັບຊາດ, ໂຄງການປິ່ນອອ້ອມ ທີ່ກໍານົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງນະຄອນຫລວງວຽງຈັນ; ພິຈາລະນາກ່ຽວກັບການສະເໜີ ປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດນໍ້າປະປາ ນວ; ພິຈາລະນາ-ຮັບຮອງເອົາ ການປັບປຸງກົງຈັກການຈັດ ຕັ້ງຂອງອົງການປົກຄອງ ຕາມການສະເໜີຂອງ ທ່ານເຈົ້າຄອງນະຄອນຫລວງວຽງຈັນ; ພິຈາລະນາ-ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອໃນ ນວ; ພິຈາລະນາ-ຮັບຮອງ ເອົາບົດສະຫລຸບຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ II ແລະ ແຜນການເຄື່ອນໄຫວ ພົບຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II; ພິຈາລະນາ ແລະ ປະກອບຄໍາເຫັນໃສ່ ແຜນພັດທະນາວຽກງານ ສະພາປະຊາຊົນ ນວ ໄລຍະປີ 2026-2030. ພ້ອມນີ້, ຍັງຈະໄດ້ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນ ຕາມການສະເໜີຂອງຄະນະປະຈໍາ ສະພາປະຊາຊົນ ຄື: ຮັບຟັງການລາຍງານ ການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທີງ; ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ໂຄງການປັບປຸງ ແລະ ສ້ອມແປງເສັ້ນ ທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງຶ່ມ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານ ກ່ຽວກັບວິທີການ ແລະ ມາດຕະການແກ້ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານກ່ຽວກັບ ສະພາບການເກີດອັກຄີໄພ ແລະ ວິທີການ-ມາດຕະການ ສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ.

ນອກຈາກນີ້, ກອງປະຊຸມຍັງຈະໄດ້ຮັບຟັງ ການລາຍງານ-ຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ທີ່ຕັ້໊ງຂຶ້ນໃນກອງປະຊຸມ ຈາກສະມາຊິກອົງການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.
ຂ່າວ-ພາບ: ທະນູທອງ
KPL