ຂປລ
ຂປລ. ໃນລະຫວ່າງວັນທີ 5-6 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ ໂດຍມີບັນດາຄະນະປະຈຳພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ໃນລະຫວ່າງວັນທີ 5-6 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ ໂດຍມີບັນດາຄະນະປະຈຳພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ ໄດ້ລາຍງານສະພາບໂດຍສັງເຂບ ໄລຍະ 6 ເດືອນຕົ້ນປີຜ່ານມາ ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາ ເສດຖະກິດ-ສັງຄົມຂອງແຂວງ, ການກະກຽມ ແລະ ຜົນສໍາເລັດການດຳເນີນ ກອງປະຊຸມຮາກຖານພັກ, ກອງປະຊຸມໃຫຍ່ອົງຄະນະພັກເມືອງ. ມາຮອດປັດຈຸບັນ, ໄດ້ສໍາເລັດການເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງແລ້ວ 100% ໃນ 10 ເມືອງ. ສໍາລັບ 2 ຄະນະພັກກອງບັນຊາການ ສໍາເລັດ 1 ກອງບັັນຊາການທະຫານແຂວງ, ຍັງກອງບັນຊາການ ປກສ ແຂວງ. ສ່ວນພະແນກການອ້ອມຂ້າງແຂວງມີ 17 ຄະນະພັກ ຮາກຖານ ແລະ 16 ໜ່ວຍພັກຮາກຖານ ສໍາເລັດແລ້ວ 9 ຄະນະພັກຮາກຖານ ແລະ 8 ໜ່ວຍພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ແມ່ນສໍາເລັດແລ້ວ 100%. ສ່ວນການກະກຽມ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແມ່ນໄດ້ດໍາເນີນໄປຕາມ 3 ດ້ານຄື: ດ້ານຂະບວນການ, ດ້ານກະກຽມເນື້ອໃນ ແລະ ດ້ານການກະກຽມບຸກຄະລາກອນ, ຄາດວ່າຈະໄດ້ດຳ ເນີນໃນວັນທີ 29-30 ກັນຍາ 2025. ນອກນີ້, ຍັງມີວຽກງານການປັບປຸງກົງຈັກການຈັດຕັ້ງ, ການສ້າງຕັ້ງຕາແສງຂອງແຂວງ ແລະ ດ້ານວຽກງານອື່ນໆ.

ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍ ຄະນະພັກ-ຄະນະນໍາແຂວງ ທີ່ພ້ອມກັນນໍາພາ-ຊີ້ນໍາ ແລະ ຍາດມາໄດ້ຜົນງານ ການພັດທະນາຮອບດ້ານ ໃນລະດັບທີ່ດີ. ຄຽງຄູ່ກັບຜົນສໍາເລັດນັ້ນ, ຍັງຈະຕ້ອງໄດ້ເອົາໃຈໃສ່ຕື່ມ ໃນຫລາຍບັນຫາສໍາຄັນ ເປັນຕົ້ນ ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເອົາໃຈໃສ່ຕ້ານ-ມ້າງກົນອຸບາຍ ຕໍ່ອິດທິກຳລັງປໍລະປັກ, ພວກກຸ່ມຄົນບໍ່ຫວັງດີຕໍ່ພັກເຮົາ, ເອົາໃຈໃສ່ຕິດຕາມບໍ່ໃຫ້ເກີດມີບັນຫາສະພາບຕາມຊາຍແດນ, ສະພາບການຫຍໍ້ທໍ້ຕ່າງໆໃນສັງຄົມ ລວມທັງບັນຫາຢາເສບຕິດ ໃຫ້ລຸດໜ້ອຍຖອຍລົງ, ສືບຕໍ່ເພີ່ມທະວີການລົງຮາກຖານ ການເມືອງໃຫ້ເຂັ້ມແຂງ; ກ່ຽວກັບການພັດທະນາ ເສດຖະກິດ-ສັງຄົມ ໃຫ້ສືບຕໍ່ປະຕິບັດ ບັນດາໂຄງການຕ່າງໆ ທັງພາກລັດ ແລະ ເອກະຊົນໂດຍສ້າງເງື່ອນໄຂເອື້ອຍ ອໍານວຍໃຫ້ເຂົາເຈົ້າມີຄວາມສະດວກ ໃນການດໍາເນີນໂຄງການ, ຊຸກຍູ້ໃຫ້ເຂົາເຈົ້າມີການແຂ່ງຂັນ, ສໍາເລັດໄວ ແລະ ທັງມີຄຸນນະພາບ ເພື່ອດຶງດູດ ການລົງທຶນ ໃຫ້ຫລາຍຂຶ້ນ ແນໃສ່ສ້າງລາຍຮັບເຂົ້າງົບປະມານໃຫ້ຫລາຍ, ໃຫ້ສະຫລຸບຄືນບັນດາຫົວໜ່ວຍ ວິສາຫະກິດຂະໜາດນ້ອຍ, ຂະໜາດກາງມີຫົວໜ່ວຍ ໃດທີ່ເຄື່ອນໄຫວ ໄດ້ດີຄວນສົ່ງເສີມ; ເອົາໃຈໃສ່ການຜະລິດລະດູຝົນ ໃຫ້ທັນລະດູຕິດພັນກັບການຕ້ານຖ້ວມ, ການປ້ອງກັນການລະບາດພະຍາດສັດ ແລະ ສຸມໃສ່ເປັນບູລິມະສິດສໍາຄັນ ໃນການແກ້ໄຂ ຄວມທຸກຍາກຂອງປະຊາຊົນ, ບັນຫາປະລະການຮຽນ; ການກະກຽມສະເຫລີມສະຫລອງ 2 ວັນປະຫວັດສາດໃນຕໍ່ໜ້າ ຕ້ອງໃຫ້ຮັບປະກັບຄວາມສະຫງົບ 100%. ພ້ອມນີ້, ໃຫ້ສືບຕໍ່ຊຸກຍູ້ບັນດາຮາກຖານ, ຂັ້ນເມືອງ ທີ່ສໍາເລັດກອງປະຊຸມໃຫຍ່ ໃຫ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຕົນ ເຂົ້າສູ່ຂະບວນການໂດຍໄວ.
ຂ່າວ: ມະນີວັນ
KPL