ຂປລ
ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ພົບປະຄັ້ງທີ 17 ຂອງຜູ້ນຳ ປະເທດ ບຣິກສ ໄລຍະທີໜຶ່ງ ທີ່ຈັດຂຶ້ນ ຢູ່ນະຄອນ ຣີໂອເດີຈາເນໂຣ ຂອງບຣາຊິນ ແລະ ໄດ້ກ່າວຄຳປາໄສ ໃນຫົວຂໍ້ “ສັນຕິພາບ ກັບ ຄວາມໝັ້ນຄົງ, ການປະຕິຮູບ ດ້ານການບໍລິຫານ ຂອງໂລກ”.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນທີ 6 ກໍລະກົດນີ້, ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ກອງປະຊຸມ ພົບປະຄັ້ງທີ 17 ຂອງຜູ້ນຳ ປະເທດ ບຣິກສ ໄລຍະທີໜຶ່ງ ທີ່ຈັດຂຶ້ນ ຢູ່ນະຄອນ ຣີໂອເດີຈາເນໂຣ ຂອງບຣາຊິນ ແລະ ໄດ້ກ່າວຄຳປາໄສ ໃນຫົວຂໍ້ “ສັນຕິພາບ ກັບ ຄວາມໝັ້ນຄົງ, ການປະຕິຮູບ ດ້ານການບໍລິຫານ ຂອງໂລກ”. ຜູ້ນຳ ປະເທດ ສະມາຊິກ ບຣິກສ ໄດ້ເຂົ້າຮ່ວມ ກອງປະຊຸມ ດັ່ງກ່າວ, ທ່ານ ລູລາ ດາ ຊິນວາ, ປະທານາທິບໍດີ ບຣາຊິນ ເປັນປະທານ ກອງປະຊຸມ.ຈາກນັ້ນ ທ່ານ ຫລີສຽງ ໄດ້ກ່າວເນັ້ນໜັກວ່າ: ປະເທດ ສະມາຊິກບຣິກສ ຄວນຍຶດໝັ້ນ ຄວາມເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ພະຍາຍາມ ກາຍເປັນກຳລັງ ນຳໜ້າ ຂອງການຊຸກຍູ້ ການປະຕິຮູບ ດ້ານການບໍລິຫານໂລກ. ປົກປັກຮັກສາ ສັນຕິພາບ ແລະ ຄວາມໝັ້ນຄົງ ຂອງໂລກ, ສຸມໃສ່ການພັດທະນາ, ເສີມຂະຫຍາຍ ແຮງຂັບເຄື່ອນ ການເຕີບໂຕ ຂອງເສດຖະກິດ ໃຫ້ເຂັ້ມແຂງຂຶ້ນ. ຄວນຕັ້ງໜ້າ ນຳພາ ການຮ່ວມມື ດ້ານການພັດທະນາ, ຂຸດຄົ້ນ ກຳລັງແຮງ ບົ່ມຊ້ອນ ດ້ານການເຕີບໂຕ ຂອງຂົງເຂດ ພັດທະນາໃໝ່, ເປັນຜູ້ສົ່ງເສີມ ອະລິຍະທຳຕ່າງໆ ໃຫ້ຢູ່ຮ່ວມກັນ ຢ່າງກົມກຽວ, ພະຍາຍາມ ບັນລຸ ໃຫ້ອະລິຍະທຳຕ່າງໆ ຊຸກຍູ້ ເຊິ່ງກັນ ແລະ ກັນ ແລະ ກ້າວໜ້າຮ່ວມກັນ. ສປ ຈີນ ຍິນດີ ສຸມຄວາມພະຍາຍາມ ຮ່ວມກັບ ບັນດາປະເທດ ສະມາຊິກ ບຣິກສ, ຊຸກຍູ້ໃຫ້ການບໍລິຫານໂລກ ກ້າວໄປສູ່ ທິດທາງ ທີ່ຍຸຕິທຳ ແລະ ສົມເຫດ ສົມຜົນ ກວ່າເກົ່າ, ປະສິດທິພາບສູງ ແລະ ເປັນລະບຽບ ກວ່າເກົ່າ, ພ້ອມທັງ ຮ່ວມກັນ ສ້າງໂລກ ທີ່ສວຍງາມ ກວ່າເກົ່າ.ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ ຖະແຫລງການ ຣີໂອເດີຈາເນໂຣ ຂອງກອງປະຊຸມ ພົບປະ ຄັ້ງທີ 17 ຂອງຜູ້ນຳ ປະເທດ ສະມາຊິກ ບຣິກສ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL