ຂປລ
ນອກກອງປະຊຸມ ສຸດຍອດ ແມ່ຍິງ ທົ່ວໂລກ ຄັ້ງທີ 35 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ເບີລິນ ປະເທດ ເຢຍລະມັນ, ບັນດາ ຜູ້ແທນ ນັກທຸລະກິດຍິງ ຫວຽດນາມ ໄດ້ເຂົ້າຮ່ວມ ໂຄງການ ເຊື່ອມຕໍ່ ດຳເນີນທຸລະກິດ ກັບຄະນະ ຜູ້ແທນ ທີ່ມາຈາກ ຟີລິບປິນ ແລະ ກາຊັກສະຖານ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ນອກກອງປະຊຸມ ສຸດຍອດ ແມ່ຍິງ ທົ່ວໂລກ ຄັ້ງທີ 35 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ເບີລິນ ປະເທດ ເຢຍລະມັນ, ບັນດາ ຜູ້ແທນ ນັກທຸລະກິດຍິງ ຫວຽດນາມ ໄດ້ເຂົ້າຮ່ວມ ໂຄງການ ເຊື່ອມຕໍ່ ດຳເນີນທຸລະກິດ ກັບຄະນະ ຜູ້ແທນ ທີ່ມາຈາກ ຟີລິບປິນ ແລະ ກາຊັກສະຖານ.ຈາກນັ້ນ ທ່ານ ນາງ ປ.ອ ຟານບິກທຽນ ປະທານ ເວທີປາໄສແມ່ຍິງ ຫວຽດນາມ ຢູ່ເອີຣົບ ໄດ້ເນັ້ນໜັກເຖິງ ລະດັບ ຄວາມສຳຄັນ ຂອງບັນດາ ການເຄື່ອນໄຫວ ເຊື່ອມຕໍ່ ແມ່ຍິງ ບັນດາປະເທດ ໃນສັງກາດ ດີຈີຕອນ ປັດຈຸບັນ. ການພົບປະ ລະຫວ່າງ ນັກທຸລະກິດຍິງ ມາຈາກ ບັນດາ ປະເທດ ຈະສ້າງພື້ນຖານ ໃຫ້ແກ່ ການຮ່ວມມື ຢ່າງມີປະສິດທິຜົນ ລະຫວ່າງ ສສ ຫວຽດນາມ ກັບບັນດາ ປະເທດ ເອີຣົບ, ກາຊັກສະຖານ ແລະ ຟີລິບປິນ ໃນອະນາຄົດ. ໃນໂອກາດນີ້ ບັນດາຜູ້ແທນ ໄດ້ແລກປ່ຽນ ບັນດາ ບັນຫາ ລະອຽດ ເພື່ອສ້າງພື້ນຖານ ໃຫ້ແກ່ ການເຊື່ອມຕໍ່ ຢ່າງມີປະສິດທິຜົນ ໃນໄລຍະ ຈະມາເຖິງ. ການເຄື່ອນໄຫວນີ້ ແມ່ນສິ່ງພິສູດ ໃຫ້ແກ່ ເລື່ອງ ແມ່ຍິງ ຫວຽດນາມ ທີ່ມີຄວາມຂະຫຍັນ ຂັນເຄື່ອນ, ບືນຕົວ ອອກສູ່ທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL