ຂປລ
ກະຊວງກະສິກໍາ ປ່າໄມ້ ແລະ ການປະມົງ ກໍາປູເຈຍ ໄດ້ອອກແຈ້ງການວ່າ: ກໍາປູເຈຍ ໄດ້ຮັບການອະນຸມັດ ຈາກອົງການ ພາສີ ແຫ່ງຊາດຈີນ ຢ່າງເປັນທາງການ ໃນການສົ່ງອອກ ໝາກຖົ່ວລຽນສົດ ໄປຕະຫລາດຈີນ ໂດຍກົງໄດ້ ັັັໂດຍອີງຕາມ ອະນຸສັນຍາ ທີ່ສອງຝ່າຍ ໄດ້ລົງນາມ ໃນເດືອນເມສາປີ 2025

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ກະຊວງກະສິກໍາ ປ່າໄມ້ ແລະ ການປະມົງ ກໍາປູເຈຍ ໄດ້ອອກແຈ້ງການວ່າ: ກໍາປູເຈຍ ໄດ້ຮັບການອະນຸມັດ ຈາກອົງການ ພາສີ ແຫ່ງຊາດຈີນ ຢ່າງເປັນທາງການ ໃນການສົ່ງອອກ ໝາກຖົ່ວລຽນສົດ ໄປຕະຫລາດຈີນ ໂດຍກົງໄດ້ ັັັໂດຍອີງຕາມ ອະນຸສັນຍາ ທີ່ສອງຝ່າຍ ໄດ້ລົງນາມ ໃນເດືອນເມສາປີ 2025. ແຈ້ງ ການ ສະບັບ ດັ່ງກ່າວ ລະບຸວ່າ: ນອກຈາກ ໝາກຖົ່ວລຽນສົດແລ້ວ, ຜະລິດ ຕະພັນ ກະສິກໍາຕ່າງໆ ຂອງກໍາປູເຈຍ ເຊັ່ນ: ເຂົ້າສານ, ແຜ່ນມັນຕົ້ນແຫ້ງ, ສາລີ, ໝາກກ້ວຍ, ໝາກມ່ວງ ແລະ ໝາກພ້າວ ເປັນຕົ້ນ ກໍໄດ້ຮັບ ການອະນຸມັດ ໃຫ້ສົ່ງອອກ ໄປຕະຫລາດຈີນ ໂດຍກົງ ເຊັ່ນດຽວກັນ, ເຊິ່ງຖືເປັນຜົນສໍາເລັດ ອັນອຸດົມສົມບູນ ຂອງການຮ່ວມມື ລະຫວ່າງ ກໍາປູເຈຍ-ສປ ຈີນ. ທັງນີ້, ກະຊວງກະສິກໍາ ປ່າໄມ້ ແລະ ການປະມົງ ກໍາປູເຈຍ ສົ່ງເສີມສວນ ແລະ ໂຮງງານຫຸ້ມຫໍ່ ທີ່ຍັງບໍ່ທັນໄດ້ ຈົດທະບຽນ ແຕ່ມີແຜນ ສົ່ງອອກນັ້ນ ໃຫ້ຍື່ນຄໍາຮ້ອງ ຕໍ່ກົມໃຫຍ່ ກະສິກໍາ ກໍາປູເຈຍ ໂດຍໄວ ເທົ່າທີ່ຈະໄວໄດ້ ເພື່ອການປະເມີນ ທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL