ຂປລ
ຂປລ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 5 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມເບິ່ງໂຄງການ ກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມຂອງ

ຂປລ. ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໃນວັນທີ 5 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມເບິ່ງໂຄງການ ກໍ່ສ້າງປ້ອງກັນຕະຝັ່ງເຈື່ອນແຄມຂອງ ເຂດວັດພະທາດສີໂຄດຕະບອງ ໂດຍການພາທາງຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ບັນດາການ ນໍາຂອງແຂວງ ແລະ ພາກສ່ວນບໍລິສັດຜູ້ຮັບເໝົາ ເຂົ້າຮ່ວມຕ້ອນຮັບ.

ໂຄງການກໍ່ສ້າງປ້ອງກັນ ຕະຝັ່ງເຈື່ອນແຄມແມ່ນໍ້າຂອງ ເຂດວັດພະທາດສີໂຄດຕະບອງ ເມືອງທ່າແຂກ ຜ່ານການປະຕິບັດໃນການກໍ່ສ້າງເກືອບ 3 ເດືອນ, ມາຮອດປັດຈຸບັນ, ໂຄງການ ມີຄວາມຄືບໜ້າປະມານ 70% ຂອງແຜນການ ໂດຍແມ່ນ ກຸ່ມບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມດໍາເນີນຈັດຕັ້ງປະຕິບັດ ນັບແຕ່ທ້າຍເດືອນ ເມສາ 2025 ເປັນຕົ້ນມາມີລວງຍາວ 180 ແມັດ, ກວ້າງ 45,9 ແມັດ, ໄລຍະປະຕິບັດໂຄງການ 24 ເດືອນ, ມູນຄ່າໃນການກໍ່ສ້າງ 48 ຕື້ກວ່າກີບ ໂດຍນໍາໃຊ້ງົບປະມານ ຮ່ວງເງິນເກີນແຜນປີ 2024 ຂອງແຂວງຄໍາມ່ວນ.

ຂ່າວ: ມະນີວັນ
KPL