ຂປລ
ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ຂີດເສັ້ນຕາຍ ກັບກຸ່ມ ບຣິກສ ແລະ ພັນທະມິດ ແລ້ວວ່າ ຈະປັບຂຶ້ນ ອັດຕາ ພາສີ ເພີ່ມອີກ 10% ຖ້າຫາກຍັງຄົງ ເດີນໜ້າ ນະໂຍບາຍ ຕໍ່ຕ້ານ ສ.ອາເມລິກາ ດັ່ງນັ້ນ ຫາກບໍ່ມີ ການດຳເນີນ ນະໂຍບາຍ ດັ່ງກ່າວ ອັດຕາພາສີນັ້ນ ຈະບໍ່ກີດຂຶ້ນ.
ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ8 ກໍລະກົດນີ້, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ຂີດເສັ້ນຕາຍ ກັບກຸ່ມ ບຣິກສ ແລະ ພັນທະມິດ ແລ້ວວ່າ ຈະປັບຂຶ້ນ ອັດຕາ ພາສີ ເພີ່ມອີກ 10% ຖ້າຫາກຍັງຄົງ ເດີນໜ້າ ນະໂຍບາຍ ຕໍ່ຕ້ານ ສ.ອາເມລິກາ ດັ່ງນັ້ນ ຫາກບໍ່ມີ ການດຳເນີນ ນະໂຍບາຍ ດັ່ງກ່າວ ອັດຕາພາສີນັ້ນ ຈະບໍ່ກີດຂຶ້ນ. ປັດຈຸບັນ ບຣິກສ ມີສະມາຊິກ 10ປະເທດ ລວມທັງ ບຣາຊິນ, ຣັດເຊຍ, ສປ ຈີນ, ອິນເດຍ, ອາຟຣິກາໃຕ້, ເອຢິບ, ເອທິໂປີ, ອິນໂດເນເຊຍ, ອີຣານ ແລະ ສະຫະນະຄອນ ເອເມຣັດ ອາຣັບ(ຢູເອອີ). ນອກນີ້ ຍັງມີກຸ່ມປະທດ ຫຸ້ນສ່ວນ ຫລື ພັນທະມິດ ໄດ້ແກ່ ເບລາຣຸດຊີ,ໂບລີວີ,ກູບາ,ກາຊັກສະຖານ,ມາເລເຊຍ,ນີເຊລີ,ໄທ,ອູກັນດາ,ອຸດສະເບກິດສະຖານ ແລະ ສສ ຫວຽດນາມ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL