ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະ ບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

08/07/2025 14:54
Email Print 110
ຂປລ ຂປລ. ກອງປະຊຸມ ຄົບຄະນະບໍລິຫານງານ ແຂວງສະຫວັນນະເຂດ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກໍລະກົດ 2025 ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ



ຂປລ. ກອງປະຊຸມ ຄົບຄະນະບໍລິຫານງານ ແຂວງສະຫວັນນະເຂດ ເປີດກວ້າງ ຄັ້ງທີ 19 ສະໄໝທີ
IX ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກໍລະກົດ 2025 ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແລະ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານ ພັກເມືອງ-ນະຄອນ, ເລຂາຄະນະພັກກອງບັນຊາການ ປກຊ-ປກສ ແຂວງ, ເລຂາຄະນະພັກຮາກຖານ-ເລຂາໜ່ວຍພັກຮາກຖານ ພະແນກການອ້ອມຂ້າງແຂວງ ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນມີຄວາມສຳຄັນຫລາຍ ເພາະວ່າຈະໄດ້ພ້ອມກັນສະຫລຸບຕີລາຄາຄືນ ກ່ຽວກັບວຽກງານ ການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນຜ່ານມາ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ ຫລື ແຜນໝົດປີ 2025, ຈະໄດ້ພ້ອມກັນສະຫລຸບຕີລາຄາ ການນໍາພາຂອງຄະນະບໍລິຫານງານພັກແຂວງ ໃນທຸກຂົງເຂດວຽກງານ ນັບແຕ່ວຽກງານການເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາເສດຖະກິດ-ສັງຄົມ, ວຽກງານຂົງເຂດບໍລິຫານລັດ, ວຽກງານນິຕິບັນຍັດ, ວຽກງານຕຸລາການ-ຍຸຕິທໍາ, ວຽກງານແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ຕະຫລອດຮອດວຽກງານ ກໍ່ສ້າງພັກ-ພະນັກງານ ແລະວຽກງານກວດກາກວດສອບພາຍໃນແຂວງ ແລະ ຮັບຟັງການປະກອບຄຳຄິດຄຳເຫັນ ຈາກພາກສ່ວນຕ່າງໆ ກ່ຽວກັບວຽກງານຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມໄລຍະ 6 ເດືອນຕົ້ນປີ ແລະແຜນການທ້າຍປີ 2025 ເພື່ອຕີລາຄາໃຫ້ເລິກເຊິ່ງ, ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ ເພື່ອສຶບຕໍ່ເສີມຂະຫຍາຍ, ຕີລາຄາຈຸດອ່ອນ-ຂໍ້ຄົງຄ້າງ, ຊອກໃຫ້ເຫັນສາເຫດເພື່ອຈະໄດ້ເອົາໃຈໃສ່ ປັບປຸງແກ້ໄຂ ແລະຖອດຖອນບັນດາບົດຮຽນ ຈາກການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະ 6 ເດືອນຜ່ານມາ ເພື່ອນໍາໄປຜັນຂະຫຍາຍ. ພ້ອມນັ້ນ, ຈະໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນ ໃສ່ທິດທາງການນໍາພາ-ຊີ້ນໍາຂອງຄະນະພັກແຂວງໃນໄລຍະ 6 ເດືອນທ້າຍປີ ກໍຄື ທິດທາງແຜນການໝົດປີ 2025 ທີ່ຈະຕ້ອງສູ້ຊົນຈັດຕັ້ງປະຕິບັດ ແນໃສ່ນໍາພາ ແລະຊີ້ນໍາການປັບປຸງພັກທາງດ້ານການເມືອງ-ແນວຄິດ, ປັບປຸງການຈັດຕັ້ງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຕັ້ງໜ້າແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ເພື່ອຜັນຂະຫຍາຍ 2 ວາລະແຫ່ງຊາດໃນການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.




ໂອກາດນີ້
, ສະຫາຍເລຂາພັກແຂວງ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງພ້ອມກັນສຸມສະຕິປັນຍາ ແລະຍົກສູງຄວາມຮັບຜິດຊອບ ຂອງຕົນເຂົ້າໃນການຄົ້ນຄວ້າຄິດຫງຳ ແລະ ປະກອບຄຳເຫັນຢ່າງຕັ້ງໜ້າ; ເອົາໃຈໃສ່ແລກປ່ຽນບົດຮຽນ ຈາກພຶດຕິກຳຕົວຈິງຂອງພະແນກການ, ກົມກອງຂອງຕົນ; ອັນສຳຄັນແມ່ນຢາກໃຫ້ພວກສະຫາຍ ລົງເລິກປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ຊຸດທີ IX ຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ໃຫ້ມີເນື້ອໃນທີ່ຄົບຖ້ວນ ແລະສົມບູນຍິ່ງຂຶ້ນ.

ໃນວາລະກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫລຸບການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ຮັບຟັງການລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການສູ້ຊົນ 6 ເດືອນທ້າຍປີ 2025, ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI, ຜ່ານຮ່າງລາຍງານການເມືອງ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X, ຜ່ານຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X. ຈາກນັ້ນ, ຜູ້ເຂົ້າຮ່ວມກໍຈະໄດ້ພ້ອມກັນ ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ຊຸດທີ IX ຕື່ມອີກ.

KPL

ຂ່າວອື່ນໆ

    • ສາລະວັນສໍາ ເລັດກອງປະຊຸມຄົບຄະນະ ບໍລິຫານພັກແຂວງ ເປີດກວ້າງຄັ້ງທີ 19 ສະໄໝທີ IXການເມືອງ

      ສາລະວັນສໍາ ເລັດກອງປະຊຸມຄົບຄະນະ ບໍລິຫານພັກແຂວງ ເປີດກວ້າງຄັ້ງທີ 19 ສະໄໝທີ IX

      7/8/2025 3:17:45 PM

      ຂປລ. ກອງປະຊຸມຄົບຄະນະບໍລິຫານພັກ ແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX ໄດ້ເປີດຂຶ້ນ ແລະ ສໍາເລັດ ໃນວັນທີ 7 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ

    • ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ການເມືອງ

      ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ

      7/8/2025 3:03:10 PM

      ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

ads
ads

Top