ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ

08/07/2025 15:03
Email Print 102
ຂປລ ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025



ຂປລ. ພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ
, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ທີ່ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ມີສະຫາຍລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ງາມປະສົງ ເມືອງມະນີ ໄດ້ຂຶ້ນຜ່ານບົດສະຫລຸບການນໍາພາ-ຊີ້ນໍາຕະຫລອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫລາຍ ດ້ານໃນການປະຕິບັດໜ້າທີ່ ການເມືອງອັນໜັກໜ່ວງ ແລະ ມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ ໃຫ້ນັບແຕ່ໄດ້ຮັບໜ້າ ທີ່ເປັນເລຂາຄະນະບໍລິຫານງານພັກ, ລັດຖະ ມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງເປັນຕົ້ນມາ. ຈາກນັ້ນ, ສະຫາຍ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍ ການຍົກ ຍ້າຍພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະປະຈໍາພັກກະຊວງ ຍທຂ, ມະຕິຕົກລົງຂອງກົມການເມືອງ ວ່າດ້ວຍ ການແຕ່ງຕັ້ງເລຂາຄະນະບໍລິຫານງານພັກກະຊວງ ແລະ ຜ່ານລັດຖະດໍາລັດ​ປະທານປະເທດ ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີກະຊວງ ຍທຂ. ໃນນີ້, ໄດ້ຍົກຍ້າຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ(ຜູ້ເກົ່າ) ຮັບໜ້າທີ່ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຕົກລົງແຕ່ງຕັ້ງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຜູ້ໃໝ່).

ໃນພິທີ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານອັນພົ້ນເດັ່ນ ໃນການນຳພາ-ຊີ້ນໍາວຽກງານຂອງ ສະຫາຍຄະນະບໍລິຫານງານພັກກະຊວງ ຍທຂ ກໍຄື ສະຫາຍເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະຕະຫລອດໄລຍະຜ່ານມາ. ພ້ອມນີ້, ກໍໄດ້ໃຫ້ຮູ້ວ່າການ​ປ່ຽນ​ແທນ​ໜ້າ​ທີ່​ຕຳ​ແໜ່ງ ຂອງການ​ນຳ​ຂັ້ນ​ຍຸດທະສາດ ຫລື ພະນັກງານ​ການ​ນຳ​ຂັ້ນ​ສູງ​ຄື​ແນວ​ນີ້ ​ແມ່ນ​ເປັນ​ເລື່ອງ​ປົກ​ກະ​ຕິ ສຳລັບ​ພັກ​-ລັດເຮົາ ​ແນ່ໃສ່​ປັບປຸງການຈັດຕັ້ງ ແລະ ບຸກ​ຄະລາ​ກອນ ເພື່ອ​ສືບ​ທອດ​ປ່ຽນ​ແທນໃຫ້​ສອດຄ່ອງ ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ໜ້າທີ່​ວຽກ​ງານໃນແຕ່ລະໄລຍະ, ມີການສັບປ່ຽນໜູນວຽນການຄຸ້ມຄອງ ລະຫວ່າງສູນກາງ-ທ້ອງຖິ່ນ. ພ້ອມນັ້ນ, ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ສະ​ເໜີ​ໃຫ້​ສະ​ຫາຍ ລັດ​ຖະ​ມົນ​ຕີ​ຜູ້​ໃໝ່ ກໍ​ຄື​ ພະ​ນັກ​ງານ, ສະ​ມາ​ຊິກ ແລະ ພະ​ນັກ​ງາ​ນຫລັກ​ແຫລ່ງ​ທົ່ວ​ກະ​ຊວງ ຍທຂ ໃຫ້​ເອົາໃຈໃສ່​ບາງ​ບັນຫາ​ ເປັນ ຕົ້ນ ຕ້ອງ​ເປັນ​ເອກະ​ພາບ​ນຳ​ຂັ້ນ​ເທິງ ບົນ​ພື້ນຖານນັ້ນ ໃຫ້​ບັນດາ​ສະຫາຍ​ເອົາໃຈໃສ່​ວຽກ​ງານ ສຶກສາ​ອົບຮົມ​ນຳພາ​ແນວ​ຄິດ​ຂອງ​ພະນັກງານ, ສະມາ​ຊິກ​ພັກ ຢູ່​ແຕ່​ລະ​ກົມ, ກອງ, ພະແນກການ ແລະ ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ກະ​ຊວງ ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າໃຈ​ ແລະ ຮັບ​ຮູ້​ຢ່າງ​ທົ່ວ​ເຖິງ ​ຕໍ່ການປ່ຽ​ນ​ແປງ​ດັ່ງກ່າວ ບໍ່​ໃຫ້​ມີ​ການ​ສວຍໂອກາດ ທັບ​ຖົມ-ໂຈມ​ຕີ​ກັນ ໃນ​ທາງ​ບໍ່​ດີ, ອັນ​ໃດເປັນ​ຜົນສຳເລັດ ທີ່​ພວກ​ສະຫາຍ​ພ້ອມ​ກັນ​ນຳພາ ຈັດ​ຕັ້ງ​ປະຕິບັດ​ຜ່ານ​ມາ ກໍໃຫ້​ພ້ອມ​ກັນ​ປົກປັກ​ຮັກສາ ແລະ ເສີມ​ຂະຫຍາຍ​ໃຫ້​ດີ​ຂຶ້ນ, ອັນ​ໃດ​ຍັງເປັນຈຸດ​ອ່ອນ ແລະ ຂໍ້ຄົງ​ຄ້າງ ໃຫ້ບັນດາ​ສະຫາຍ​​ພ້ອມພາ​ກັນປັບ ປຸງ, ເອົາໃຈໃສ່ຍົກສູງການບໍລິການຮັບໃຊ້ປະຊາຊົນ, ເອົາໃຈໃສ່ແກ້ໄຂກົນໄກ ທີ່ເປັນການກົດໜ່ວງຖ່ວງດຶງ ໃນການພັດທະນາ, ເອົາໃຈໃສ່ປັບປຸງການຄຸ້ມຄອງບໍລິຫານ ໄປຕາມທິດຫັນເປັນທັນສະໄໝ, ກວດກາ ແລະ ສືບຕໍ່ປະຕິບັດໜ້າທີ່ມະຫາພາກຂອງກະຊວງ ຍທຂ; ເອົາໃຈໃສ່ເປັນ​ເຈົ້າ​ການ​ ແລະ ປະ​ສານ​ສົມ​ທົບ​ກັບ​ທຸກ​ພາກ​ສ່ວນ​ກ່ຽວ​ຂ້ອງ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ພາຍ​ໃນ ແລະ ພາຍນອກ ເປັນ​ຕົ້ນ​ ໃນ​ຂົງ​ເຂດ​​ວຽກ​ງານ​ວິ​ຊາ​ສະ​ເພາະ​ຂອງ​ຕົນ ແລະ ສືບ​ຕໍ່​ເອົາ​ໃຈ​ໃສ່ໃສ່​ຕ້ານ ແລະ ສະກັດ​ກັ້ນ ທຸກ​ກົນອຸບາຍ ເລ່ຫລ່ຽມ ແລະ ຖ້ອຍ​ທຳນອງ ໃສ່ຮ້າຍ​ປ້າຍ​ສີ, ປັ່ນ​ປ່ວນ, ແບ່ງ​ແຍກຄວາມສາມັກຄີ​ພາຍ​ໃນ​​ຄະນະ​ພັກ, ຄະນະ​ນຳ ຂອງ​ພວກ​ສັດຕູ ແລະ ກຸ່ມ​ຄົນ​ບໍ່​ດີ ທີ່​ຫວັງ​ມ້າງເພ​ທຳ ລາຍ;  ສືບຕໍ່​ປົກ​ປັກ​ຮັກສາ​ມູນເຊື້ອ​ອັນ​ດີງາມ ​ຂອງ​ກະ​ຊວງ ໂດຍ​ສະເພາະ​ຄວາມ​ສາມັກຄີ​ພາຍ​ໃນ​ຄະນະ​ພັກ​-​ຄະນະ​ນຳ ຕ້ອງ​ສາມັກຄີ​ກັນ​ແໜ້ນ, ມີ​ຄວາມເປັນ​ເອກະ​ພາບ​ສູງ, ສືບຕໍ່​ເປັນ​ຫລັກ​ເປັນ​ແຫລ່ງ, ເປັນ​ຄັນ​ທຸງ ແລະ ເປັນ​ແກນ​ນຳ ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ ໃນ​ຖັນ​ແຖວ​ພະນັກງານ ສະມາຊິກ​ພັກ ເອົາໃຈໃສ່ວຽກງານຂະບວນການຄຽງຄູກັບວຽກງານວິຊາສະເພາະ. ສິ່ງ​ສຳຄັນ​ແມ່ນ​ຕ້ອງ​ເອົາໃຈໃສ່ ໂດຍມີລະບອບ, ແບບແຜນ ວິທີ​ເຮັດ​ວຽກ, ລະບອບ​ປະຊຸມ​ປຶກ​ສາ​ຫາລື, ສ່ອງ​ແສງ​ລາຍ​ງານ ພາຍ​ຄະນະ​ພັກ​-​ຄະນະ​ນຳເປັນ​ປົກ​ກະ​ຕິ ເພື່ອ​ສືບຕໍ່​ນຳພາພະນັກງານ ສະມາ ຊິກ​ພັກ ພ້ອມກັນ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ໃຫ້ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນເລື້ອຍໆ;  ໃຫ້​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ໂຍ​ທາ ແລະ ຂົນ​ສົ່ງ (ທາງ​ບົກ, ທາງ​ອາ​ກາດ, ທາງ​ນ້ຳ, ທາງລົດໄຟ, ນໍ້າປະປາ ແລະ ເຄຫາຜັງ-ເມືອງ ໃຫ້ສອດຄອງວຽກງານສາມສ້າງ) ໃນ​ການ​ກໍ່​ສ້າງ, ບູ​ລະ​ນະ ແລະ ປົກປັກຮັກສາ ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ ຕິດ​ຕາມກວດ​ກາ​ວຽກ​ງານ​ວິ​ຊາ​ສະ​ເພາະ​ຂອງ​ພວກ​ສະ​ຫາຍ ໂດຍສະເພາະຈັດຕັ້ງປະຕິບັດຕາມ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ອົງ​ຄະ​ນະ​ພວກ​ສະ​ຫາຍ ວາງອອກ ມີຄຳ​ຂວັນ​ທີ່​​ວ່າ: “ພັດທະນາຂະແໜງການໂຍທາທິການ ໃຫ້ເປັນປາຍແຫລມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”. ນອກ​ນັ້ນ, ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະ​ຕິ​ບັດ​ ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ 2 ສອງວາລະແຫ່ງຊາດ ​ວາງ​ອອກໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ດ້ວຍຄວາມຮູ້ຄວາມສາມາດ, ປະສົບປະ ການ ແລະ ບົດຮຽນຂອງ ສະຫາຍ ເຫລັກໄຫລ ສີວິໄລ ຈະສາມາດນໍາພາ-ຊີ້ນໍາວຽກງານມີການເຕີບໃຫຍ່ຂະຫຍາຍ ຕົວດີຂຶ້ນໄປເລື້ອຍໆ, ທັງນີ້ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານຂໍໃຫ້ມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນປະຕິບັດຕາມແນວທາງ ຂອງພັກ-ລັດວາງອອກ ໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ. 

 ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ສາລະວັນສໍາ ເລັດກອງປະຊຸມຄົບຄະນະ ບໍລິຫານພັກແຂວງ ເປີດກວ້າງຄັ້ງທີ 19 ສະໄໝທີ IXການເມືອງ

      ສາລະວັນສໍາ ເລັດກອງປະຊຸມຄົບຄະນະ ບໍລິຫານພັກແຂວງ ເປີດກວ້າງຄັ້ງທີ 19 ສະໄໝທີ IX

      7/8/2025 3:17:45 PM

      ຂປລ. ກອງປະຊຸມຄົບຄະນະບໍລິຫານພັກ ແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX ໄດ້ເປີດຂຶ້ນ ແລະ ສໍາເລັດ ໃນວັນທີ 7 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງສາລະວັນ

    • ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະ ບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IXການເມືອງ

      ສະຫວັນນະເຂດ ໄຂກອງປະຊຸມຄົບຄະນະ ບໍລິຫານງານເປີດກວ້າງ ຄັ້ງທີ 19 ສະໄໝມທີ IX

      7/8/2025 2:54:13 PM

      ຂປລ. ກອງປະຊຸມ ຄົບຄະນະບໍລິຫານງານ ແຂວງສະຫວັນນະເຂດ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 7 ກໍລະກົດ 2025 ທີ່ສະໂມສອນຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

ads
ads

Top