ມາເລເຊຍ ຈັດກອງປະຊຸມເຈົ້າໜ້າທີ່ອະວຸໂສ ອາຊຽນ

08/07/2025 22:00
ຂປລ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ກ່ຽວຂ້ອງ (AMM-58) ໄດ້ຈັດຂຶ້ນ ໃນວັນທີ 8 ກໍລະກົດ ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມ ກ່ຽວຂ້ອງ (AMM-58) ໄດ້ຈັດຂຶ້ນ ໃນວັນທີ 8 ກໍລະກົດ ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ. ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ດ້ວຍຫລາຍ ໝາກຜົນ ທີ່ມີຄວາມໝາຍ ປະຫວັດສາດ, ເປີດໄລຍະ ພັດທະນາໃໝ່ຂອງ ອາຊຽນ. ໂດຍຜັນຂະຫຍາຍ ຂໍ້ຕົກລົງ ຂອງບັນດາການນຳ, ບັນດາ ລັດຖະມົນຕີ ຈະປຶກສາຫາລື ຢ່າງເລິກເຊິ່ງ ກ່ຽວກັບ ການກຳນົດທິດ ແລະ ວິທີການນຳ ວິໄສທັດ ປະຊາຄົມ ອາຊຽນ ປີ 2045 ພ້ອມກັບ ບັນດາຍຸດທະສາດ ການຮ່ວມມື ເຂົ້າໃນການຜັນຂະຫຍາຍ ໃນຕົວຈິງ. ຫັນບັນດາ ບາດກ້າວ ເປັນລະອຽດ ເພ່ືອໃຫ້ ຕີມໍ ເລສເຕ(Timor Leste) ເຂົ້າເປັນສະມາຊິກ ອາຊຽນ.ໃນໂອກາດນີ້ ທ່ານ ບຸ່ຍແທງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ຈະນຳຫນ້າ ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ ບັນດາການເຄື່ອນໄຫວທຳອິດ ໃນຂອບເຂດ ກອງປະຊຸມ AMM-58, ລວມມີ ການໂອ້ລົມ ສົນທະນາ ລະຫວ່າງ ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ກັບ ຄະນະກຳມະການ ລະຫວ່າງ ລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ(AICHR) ແລະ ກອງປະຊຸມ ຄະນະກຳມະການ SEANWFZ. ນີ້ເປັນຄັ້ງທີ 5 ທີ່ມາເລເຊຍ ຮັບບົດບາດເປັນປະທານ ອາຊຽນ ດ້ວຍຫົວຂໍ້ປີນີ້ ແມ່ນ “ກວມລວມ ແລະ ໝັ້ນຄົງ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top