ຂປລ
ຂປລ. ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ (ຄອສພ) ຈັດປະຖະກະຖາ ຫວນຄືນມູນ ເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20/7/1955-20/7/2025) ໃນວັນທີ 8 ກໍລະກົດ 2025 ຢູ່ຄະນະໂຄສະນາອົບຮົມສູນກາງພັກ

ຂປລ. ສະຫະພັນແມ່ຍິງ ຄະນະໂຄສະນະອົບຮົມສູນກາງພັກ (ຄອສພ) ຈັດປະຖະກະຖາ ຫວນຄືນມູນ ເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20/7/1955-20/7/2025) ໃນວັນທີ 8 ກໍລະກົດ 2025 ຢູ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄອສພ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ຄອສພ, ທ່ານ ນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄອສພ, ພ້ອມດ້ວຍຄະນະໜ່ວຍ ແລະ ສະມາຊິກແມ່ຍິງທົ່ວຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ຍົກໃຫ້ເຫັນປະຫວັດການກຳເນີດ, ມູນເຊື້ອ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແຕ່ລະໄລຍະ, ພ້ອມທັງສັງລວມຜົນງານການເຄື່ອນ ໄຫວທີ່ພົ້ນເດັ່ນຂອງສະຫະພັນແມ່ຍິງລາວ ໂດຍສະເພາະ ການປະກອບສ່ວນຂອງແມ່ຍິງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໄລຍະ ປີ 1958-1975 ແລະ ຜົນງານການປະກອບສ່ວນ ແລະ ການອຸທິດອັນໃຫຍ່ຫລວງຂອງແມ່ຍິງລາວບັນດາເຜົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງໄດ້ເນັ້ນເຖິງວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານ, ວຽກງານປົກປ້ອງສິດຜົນປະໂຫຍດແມ່ຍິງ-ເດັກນ້ອຍ, ຝຶກອົບຮົມວິຊາຊີບ ສ້າງສີມືແຮງງານ, ວຽກງານຂະບວນການ ແລະ ວຽກງານພົວພັນຕ່າງປະເທດ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ກ່າວວ່າ: ສະຫະພັນແມ່ຍິງລາວ ໄດ້ສືບຕໍ່ປະຕິບັດພາລະບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊຸກຍູ້ແມ່ຍິງລາວ ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ ແຕ່ລະໄລຍະ, ນຳພາຂະບວນການແມ່ຍິງລາວບັນດາເຜົ່າ ປະຕິບັດຄຳຂວັນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ. ພ້ອມນີ້, ທ່ານໄດ້ເນັ້ນໃຫ້ເອື້ອຍນ້ອງແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ກໍາແໜ້ນແນວ ທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເພື່ອຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພວກເຮົາໃຫ້ຖືກຕ້ອງ ແລະ ມີປະສິດທິພາບປະສິດທິຜົນ, ຍົກສູງພາລະບົດບາດຂອງເອື້ອຍນ້ອງແມ່ຍິງ ໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ພັດທະນາຕົນເອງ, ພັດທະນາແນວຄິດທີ່ຫລ້າຫລັງ, ປັບປຸງຕົນເອງ, ຮອງຮັບໄດ້ທຸກສະພາບການ, ໝັ່ນອ່ານ, ຄົ້ນຄວ້ານິຕິກຳຕ່າງໆເພື່ອພັດທະນາຕົນເອງ; ພ້ອມກັນຍົກລະດັບຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບຂອງຕົນເອງ, ໂຄສະນາເຜີຍແຜ່ ແລະ ເສີມຂະຫຍາຍ 5 ຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ ທີ່ມີມູນເຊື້ອຕໍ່ສູ້ພິລະອາດຫານ, ມູນເຊື້ອດຸໝັ່ນຂະຫຍັ່ນພຽນໃນການອອກແຮງງານ ແລະ ມູນເຊື້ອອະນຸລັກວັດທະນະ ທຳອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້. ພ້ອມກັນນັ້ນ, ເອື້ອຍນ້ອງແມ່ຍິງ ຕ້ອງສົ່ງເສີມເຊິ່ງກັນ ແລະ ກັນ, ຕ້ອງຈິງໃຈນຳກັນ, ກ້າຄິດ ກ້າເວົ້າ ກ້າສະແດງອອກ ດ້ວຍຄວາມຈິງໃຈ ແລະ ຮຽກຮ້ອງເຖິງເພດຊາຍ ໃນທຸກຂະແໜງການ ກໍຕ້ອງໃຫ້ການສົ່ງເສີມເອື້ອຍນ້ອງແມ່ຍິງໃນຂົງເຂດ ທີ່ຕົນເອງຮັບຜິດຊອບ ເພື່ອສ້າງໃຫ້ແມ່ຍິງກ້າວໜ້າ ແລະ ກ້າວຂຶ້ນຕະຫລອດໄປ.

ແມ່ຍິງລາວ ຍາມໃດກໍເປັນສັນຍາລັກ ທາງດ້ານວັດທະນະທໍາອັນຈົບງາມ ຂອງຊາດ, ຄວາມຊື່ສັດສຸພາບ ຮຽບຮ້ອຍ, ຄວາມນິ້ມນວນອ່ອນຫວານ ແລະ ສະຫງ່າງາມ, ມີຄວາມຮັກໄຄ່ ແລະ ໂອບເອື້ອອາລີ, ມີຄວາມອົດທົນ, ເສຍສະລະ, ດຸໝັ່ນຂະຫຍັ່ນພຽນໃນການດໍາລົງຊີວິດ ເຊິ່ງເປັນສ່ວນປະກອບອັນສໍາຄັນທີ່ສຸດເຂົ້າໃນການຈັດຕັ້ງ ໃຫ້ປະກົດເປັນຈິງເທື່ອລະກ້າວ. ດັ່ງສູນທອນພົດຂອງ ທ່ານ ຄຳໄຕ ສີພັນດອນ ບາງຕອນທີ່ກ່າວຕໍ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງແມ່ຍິງລາວ ທົ່ວປະເທດວ່າ: “ຫາກມີແມ່ທີ່ດີຫລາຍເທົ່າໃດ ປະເທດເຮົາກໍຈະມີຜົວທີ່ດີ ແລະ ມີລູກຫລານທີ່ດີຫລາຍເທົ່ານັ້ນ, ມີແມ່ດີພໍ່ດີ ແລະ ລູກດີ, ຄອບຄົວກໍຈະມີຄວາມເອກະພາບ ແລະ ມີຄວາມອົບອຸ່ນເບີກ ບານ, ຖ້າຫາກວ່າ ຄອບຄົວໃດກໍເປັນຄືແນວນັ້ນ ພວກເຮົາກໍຈະມີກຳລັງແຮງຊຸກດັນໃຫ້ຂະບວນການຕ່າງໆກ້າວຂຶ້ນ ເຮັດໃຫ້ ທົ່ວສັງຄົມມີສັນຕິສຸກ, ມີບັນຍາກາດແຈ່ມໃສ, ຊື່ນບານ ແລະ ເຂັ້ມແຂງ.
ຂ່າວ: ມະນີທອນ
ພາບ: ວັນເພັງ
KPL